ເມືອງເງິນ ປະກາດສ້າງຕັ້ງຕາແສງ ເງິນມີໄຊ

ພິທີປະກາດສ້າງຕັ້ງຕາແສງ ເງິນມີໄຊ ເປັນຕາແສງທີ 2 ຂອງເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 18 ມິຖຸນາ 2026 ໂດຍມີທ່ານ ນາງ ໄກຍະສອນ ສີດາ ຮອງປະທານສະພາປະຊາຊົນແຂວງ, ທ່ານ ທອງພັນ ສຸກສະຫວັດ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ພ້ອມດ້ວຍຄະນະຮັບຜິດຊອບສ້າງຕັ້ງຕາແສງ ເງິນມີໄຊ, ຄະນະບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.
 
ທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງເງິນ ໄດ້ລາຍງານວ່າ: ຕາແສງ ເງິນມີໄຊ ຕັ້ງຢູ່ເທສະບານເມືອງ ປະກອບມີ 9 ບ້ານຄື: ບ້ານກາງ, ບ້ານບີໝີ, ບ້ານເພຍງາມ, ບ້ານຂອນ, ບ້ານແກ້ວດອນຄູນ, ບ້ານຫລວງມີໄຊ, ບ້ານນໍ້າເງິນ, ບ້ານນາງົວ ແລະ ບ້ານນາຍາງຄໍາ, ມີພົນລະເມືອງ 10.170 ຄົນ, ຍິງ 5.070 ຄົນ, ມີ 2.156 ຄອບຄົວ, ມີ 200 ໜ່ວຍຄຸ້ມຄອງພົນລະເມືອງ, ປະກອບມີເຜົ່າລາວ 13,64%, ເຜົ່າລື້ 61,49%, ເຜົ່າກຶມມຸ 5,32%, ເຜົ່າມົ້ງ 18,04%, ເຜົ່າໄປຣ 0,94%, ເຜົ່າໄຕດໍາ ແລະ ເຜົ່າອື່ນໆ 0,55%. ສະພາບພື້ນທີ່ໂດຍລວມ ເປັນເຂດພູພຽງ ມີເນື້ອທີ່ກວ້າງຂວາງ ແລະ ເປັນສູນກາງຂອງບ້ານເທສະບານເມືອງ, ຊຶ່ງມີປັດໄຈທີ່ເອື້ອອໍານວຍໃນຫລາຍດ້ານເປັນຕົ້ນ ທາງດ້ານຄົມມະນາຄົມ, ສ່ວນຫລາຍແມ່ນບ້ານທີ່ຕັ້ງຢູ່ຕິດກັບທາງຫລວງແຫ່ງຊາດ 2w ເມືອງເງິນ-ປາກແບງ, ມີຄວາມສະດວກດ້ານການສື່ສານສາມາດຕິດຕໍ່ທາງພາຍໃນ ແລະ ຕ່າງປະເທດໄດ້ສະດວກ, ມີໄຟຟ້າ, ນໍ້າປະປາ, ມີຕະຫລາດ 2 ແຫ່ງ ຊຶ່ງເປັນບ່ອນຊື້ຂາຍແລກປ່ຽນ ແລະ ມີສາຍນໍ້າເງິນ, ນໍ້າຍາງ ແລະ ຫ້ວຍນໍ້າຫລາຍສາຍໄຫລຜ່ານທີ່ເປັນເງື່ອນໄຂສະດວກ ຕໍ່ການດໍາລົງຊີວິດຂອງປະຊາຊົນ, ການປູກຝັງ-ລ້ຽງສັດ ແລະ ການຫັດຖະກໍາອື່ນໆ, ມີບັນດາສະຖາບັນການເງິນ, ທະນາຄານ ແລະ ກອງທຶນພັດທະນາບ້ານທີ່ເປັນເງື່ອນໄຂສະດວກໃນການກູ້ຢືມ, ມີພື້ນຖານໂຄງລ່າງທີ່ດີສາມາດເຂົ້າເຖິງເຂດການຜະລິດ ປູກໄມ້ອຸດສາຫະກໍາ-ພືດອຸດສາຫະກໍາເປັນສິນຄ້າ ປັດຈຸບັນພື້ນຖານການດໍາລົງຊີວິດແມ່ນໄດ້ຮັບການພັດທະນາດີຂຶ້ນ.
 
ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງເງິນ, ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງ ເງິນມີໄຊ, ມະຕິຕົກລົງ ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານໄປປະຈໍາການຊ່ວຍວຽກຢູ່ຕາແສງ.
ຂ່າວ: ອິນແປງ ແຫວນຄຳ, ພາບ: ສົມຄິດ ຂຽວສີຟ້າ