ຫາລື ການປັບປຸງ ກົດໝາຍ 2 ສະບັບໃນຂົງເຂດອຸດສາຫະກຳ ແລະການຄ້າ

ໃນລະຫວ່າງ ວັນທີ 17-18 ມິຖຸນາ 2026 ນີ້ ທີ່ໂຮງແຮມສຸພັດຕຣາ ແຂວງຫຼວງພະບາງ, ໄດ້ກອງປະຊຸມປຶກສາຫາລື ໃນຫົວຂໍ້ “ການທົບທວນຄືນການຈັດຕັ້ງປະຕິບັດ, ເກັບກຳຂໍ້ມູນ ເພື່ອປັບປຸງ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້” ໂດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ມິຖຸນານີ້ ທີ່ ແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ນາງ ວິໄລພອນ ຊິນດາວົງ ຮອງຫົວໜ້າກົມການຄ້າພາຍໃນ; ມີຜູ້ຈັດການພາກພື້ນຂອງ ອົງການການຄ້າລະດັບພາກພື້ນເພື່ອການພັດທະນາ (RT4D), ພ້ອມດ້ວຍຜູ້ຕາງໜ້າຈາກພາກລັດ-ພາກເອກະຊົນຂັ້ນສູນກາງ ແລະ 7 ແຂວງພາກເໜືອ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການການຄ້າລະດັບພາກພື້ນເພື່ອການພັດທະນາ (RT4D) ພາຍໃຕ້ການສະໜັບສະໜູນເສີມຈາກ ສະຫະຣາຊະອານາຈັກ ຜ່ານສະຖານທູດອັງກິດ ປະຈຳ ສປປ ລາວ, ເພື່ອສະໜັບສະໜູນບັນດາປະເທດສະມາຊິກອາຊຽນ ໃຫ້ສາມາດປະຕິບັດໄດ້ຕາມພັນທະສັນຍາ ແລະ ນໍາໃຊ້ຂໍ້ໄດ້ປຽບຈາກ ສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA) ແລະ ສັນຍາຄູ່ຮ່ວມມື ເສດຖະກິດພາກພື້ນແບບຮອບດ້ານ (RCEP). ເປັນສ່ວນໜຶ່ງຂອງໂຄງການ “ການມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານ ການຈັດຕັ້ງປະຕິບັດກົດໝາຍການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້ ໃນ ສປປ ລາວ” ຊຶ່ງມີເປົ້າໝາຍເພີ່ມທະວີຄວາມຮັບຮູ້, ສ້າງເວທີສົນທະນາຢ່າງເປັນລະບົບ ແລະ ສະໜັບສະໜູນ ການປັບປຸງ ການຈັດຕັ້ງຜັນຂະຫຍາຍກົດໝາຍທັງສອງສະບັບ ໂດຍອີງໃສ່ຫຼັກຖານ ແລະ ຂໍ້ມູນຕົວຈິງ.
ໃນວາລະດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ທົບທວນຜົນການປະເມີນກົດໝາຍທັງສອງສະບັບ, ຮ່ວມວິເຄາະບັນຫາໃນການຜັນຂະຫຍາຍ, ທ່າອ່ຽງຕະຫຼາດທີ່ກຳລັງເກີດຂຶ້ນ ແລະ ຮ່ວມກັນຮ່າງຄໍາແນະນໍາ ເພື່ອເສີມສ້າງປະສິດທິຜົນໃຫ້ແກ່ລະບົບ ການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້ ໃນ ສປປ ລາວ, ທັງມີການແລກປ່ຽນບົດຮຽນ-ແນວທາງປະຕິບັດທີ່ດີ, ຈາກປະເທດສະມາຊິກອາຊຽນ ເຊັ່ນ: ໄທ, ມາເລເຊຍ ແລະຫວຽດນາມ ເພື່ອຮ່ວມພິຈາລະນາ ບັນດາປະສົບການ ໃຫ້ສາມາດນໍາມາປັບໃຊ້ ແລະ ສະໜັບສະໜູນການປະຕິຮູບໃນ ສປປ ລາວ ໃນຕໍ່ໜ້າ.
ຂ່າວ-ພາບ: ອາພຸດເດດ ບຸບຜາ