ເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ

ການເຜີຍແຜ່ກ່ຽວກັບການຈໍາແນກຫຍ້າ ແລະ ການນໍາໃຊ້ຢາຂ້າຫຍ້າຢ່າງປອດໄພ ແລະ ວັນທັດສະນະສຶກສາແລກປ່ຽນບົດຮຽນພາກສະໜາມ ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາຜ່ານມາທີ່ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໂດຍມີທ່ານ ຈູມສີ ໄຊຍະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງເຊບັ້ງໄຟ,ທ່ານນາງ ຄໍາໄຕ ວົງໄຊຍາ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະພືດເສດຖະກິດ ກະຊວງກະສິກໍາ ແລະສິ່ງແວດລ້ອມ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
 
ທ່ານ ຈູມສີ ໄຊຍະວົງ ແລະທ່ານ ນາງ ຄໍາໄຕ ວົງໄຊຍາ ໄດ້ຜັດປ່ຽນກັນມີຄໍາເຫັນວ່າ: ການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງການເຜີຍແຜ່ກ່ຽວກັບການຈໍາແນກຫຍ້າໃນນາເຂົ້າ ແລະ ການແລກປ່ຽນບົດຮຽນຄວາມເຂົ້າໃຈກ່ຽວກັບການຄຸມຫຍ້າໃນນາເຂົ້າ ດ້ວຍວິທີການປູກຖົ່ວຂຽວຄຸມຫຍ້າໃນນາເຂົ້າ ເຊິ່ງວຽກງານດັ່ງກ່າວແມ່ນເປັນວຽກງານທີ່ມີຄວາມສໍາຄັນໃນການຜະລິດກະສິກໍາ ໂດຍອີງໃສ່ຄວາມເປັນມາຂອງໂຄງການທີ່ສະໜັບສະໜູນໂດຍສະເພາະແມ່ນໂຄງການສຶກສາເຕັກນິກ ການຈໍາແນກຫຍ້າໃນນາເຂົ້າ ໂດຍທີ່ມີການຈັດຕັ້ງປະຕິບັດມາໄດ້ໄລຍະໜຶ່ງແລ້ວ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຖືກຜັນຂະຫຍາຍຢ່າງມີປະສິດທິຜົນສູງ ແລະ ປະຢັດຕົ້ນທຶນການຜະລິດ ເຊິ່ງການປູກຖົ່ວຂຽວໃນນາເຂົ້າແມ່ນເພື່ອເປັນການເພີ້ມຜົນຜະລິດ, ປັບປຸງດິນໃນນາ ແລະ ເຮັດໃຫ້ຖົ່ວຂຽວໄດ້ກາຍເປັນປຸ໋ຍຊີວະພາບໃນເວລາຖືກນ້ຳຂັງ.
 
ສະນັ້ນເມືອງເຊບັ້ງໄຟແມ່ນເປັນເມືອງໜຶ່ງທີ່ໄດ້ຮັບການຊຸກຍູ້ໃນໄລຍະຜ່ານມາ ແລະ ມີຄອບຄົວຕົວແບບທີ່ໄດ້ຮັບການທົດລອງຈາກໂຄງການ CROP ເພື່ອເຮັດແນວໃດໃຫ້ມີການສືບຕໍ່ບົດຮຽນທີ່ໂຄງການສົ່ງເສີມມາແລ້ວໃຫ້ມີຄວາມຕໍ່ເນື່ອງ ແລະ ມີການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດຜ່ານມາ, ການສົ່ງເສີມວຽກງານດັ່ງກ່າວນີ້ໃຫ້ຖືກຕ້ອງຕາມເຕັກນິກ ເຊິ່ງມີບາງບ່ອນກໍໄດ້ຮັບຜົນ ແລະ ບາງບ່ອນກໍບໍ່ໄດ້ຮັບຜົນ, ທັງນີ້ແມ່ນອີງໃສ່ສະພາບ-ເງື່ອນໄຂ, ພື້ນທີ່ໃນການເຜາະປູກທີ່ຮາບພຽງ ແລະ ກໍານົດເວລາໃນການອໍານວຍຄວາມສະດວກຕໍ່ການເອົານໍ້າເຂົ້າ-ອອກນາ, ຖ້າຫາກຈຸດໃດທີ່ບໍ່ມີຄວາມສາມາດເອົານໍ້າເຂົ້າ-ອອກຕາມກໍານົດເວລາ ແລະ ຖືກຕ້ອງຕາມຫຼັກວິຊາການກໍຈະບໍ່ໄດ້ຮັບໝາກຜົນເທົ່າທີ່ຄວນ.
 
ສະນັ້ນເພື່ອເຮັດແນວໃດໃຫ້ວຽກງານດັ່ງກ່າວໄດ້ມີການສືບຕໍ່ຈັດຕັ້ງປະຕິບັດ ແລະ ເກີດດອກອອກຜົນກໍໄດ້ສະເໜີໃຫ້ພະນັກງານທີ່ມາຈາກສູນກາງ, ແຂວງ, ເມືອງເຊບັ້ງໄຟ, ເມືອງທ່າແຂກ ແລະ ມາຈາກຕົວແທນແຕ່ລະບ້ານຈົ່ງໄດ້ມີການຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອນໍາເອົາບົດຮຽນໄປນໍາໃຊ້ໃຫ້ເກີດດອກອອກຜົນ, ຖືກຕາມຈຸດປະສົງເປົ້າ ໝາຍ.
 
ໂຄງການກໍາຈັດຫຍ້າໃນນາເຂົ້າ (ນາຢອດ - ນາຫວ່ານ) ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 2021 – 2025 ແລະ ເປັນໂຄງການທີ່ຊອກຫາເຕັກນິກ ແລະ ວິທີການກໍາຈັດຫຍ້າ ເຊິ່ງໃນໄລຍະ 5 ປີຜ່ານມາ ແມ່ນສາມາດຊອກໄດ້ບາງເຕັກນິກທີ່ເຮົາຈະເອົາມານໍາໃຊ້ໂດຍສະເພາະແມ່ນການປູກຖົ່ວຂຽວຄຸມຫຍ້າໃນນາເຂົ້າ ເຊິ່ງຜ່ານການທົດລອງກັບນາເຂົ້າຢູ່ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດເຫັນວ່າເປັນເຕັກນິກໜຶ່ງໄດ້ຮັບຜົນດີ. ສ່ວນຢູ່ແຂວງຄໍາມ່ວນແມ່ນໄດ້ທົດລອງຈັດຕັ້ງປະຕິບັດແລ້ວຢູ່ 3 ບ້ານທີ່ຂຶ້ນກັບ 3 ເມືອງຂອງແຂວງຄໍາມ່ວນຄື: ບ້ານໜອງປາຫຼາດ ເມືອງໜອງບົກ, ບ້ານໜອງຫ່າງ ເມືອງທ່າແຂກ ແລະ ປັດຈຸບັນນີ້ແມ່ນຢູ່ບ້ານຕຶງ ເມືອງເຊບັ້ງໄຟ. ພາຍຫຼັງທີ່ໂຄງການນີ້ໄດ້ສິ້ນສຸດລົງໃນປີ 2025 ແລະ ມີການສືບຕໍ່ອີກໄລຍະ 1 ປີ ເຊິ່ງເປັນການຖ່າຍທອດດ້ານເຕັກນິກທີ່ໄດ້ຜ່ານການຄົ້ນຄວ້າທົດລອງ ແລະ ນໍາໃຊ້ຜ່ານມາໃນໄລຍະ 5 ປີ.
 
ໃນກອງປະຊຸມຄັ້ງນີ້ຮັບໄດ້ຮັບຟັງການແນະນໍາທາງດ້ານເຕັກນິກການຄຸມຫຍ້າເພື່ອຫຼຸດຜ່ອນການນໍາໃຊ້ສານເຄມີໃນນາເຂົ້າ ກໍຄືຢາຂ້າຫຍ້າ ແລະ ຢາປາບສັດຕູພືດແຕ່ລະຊະນິດ, ພ້ອມກັນນັ້ນ ຍັງມີການແລກປ່ຽນບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ, ມີການຕິດຕາມປະເມີນຜົນ. ພ້ອມທັງລົງເບິ່ງແປງສາທິດການຈັດການຫຍ້າໃນນາຢອດແຫ້ງ ດ້ວຍເຕັກນິກການປູກຖົ່ວຂຽວຮ່ວມກັບເຂົ້າ ຂອງທ່ານ ຂັນຄໍາ ເຂັມພາວັນ ຊາວນາ ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ເຊິ່ງໄດ້ຢອດເຂົ້າໃນວັນທີ 9 ພຶດສະພາ 2026 ໃນເນື້ອທີ່ແປງສາທິດ 3,200 ຕາແມັດ, ໂດຍນໍາໃຊ້ແນວພັນເຂົ້າຫອມ ເຊບັ້ງໄຟ 4.
ຂ່າວ: ແຂວງຄຳມ່ວນ