ລາຄານ້ຳມັນອາດໃຊ້ເວລາ 4-8 ອາທິດ ຈຶ່ງກັບມາມີສະຖຽນລະພາບ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ, ໜັງສືພິມ Gulf News ຂອງສະຫະລັດ ອາຣັບເອມິເລດ (UAE) ໄດ້ອ້າງອີງຈາກນັກວິເຄາະລາຍງານວ່າ, ລາຄານ້ຳມັນອາດໃຊ້ເວລາ 4-8 ອາທິດ ຈຶ່ງຈະກັບມາມີສະຖຽນລະພາບ, ເຖິງແມ່ນວ່າຊ່ອງແຄບຮໍມຸສ ຈະເປີດຄືນໃໝ່ໃນທ້າຍອາທິດນີ້ ເນື່ອງຈາກບັນຫາເຮືອບັນທຸກນໍ້າມັນທີ່ຍັງຄ້າງຢູ່, ຄ່າໃຊ້ຈ່າຍໃນການປະກັນໄພທີ່ສູງຂຶ້ນ, ສິນຄ້າຄົງຄັງຕໍ່າ ແລະ ຄວາມສ່ຽງທາງພູມິສາດທາງການເມືອງທີ່ຍັງມີຢູ່ເປັນປັດໄຈເຮັດໃຫ້ລາຄານ້ຳມັນຢູ່ໃນລະດັບສູງ.
 
ບົດລາຍງານລະບຸວ່າ: ລາຄານ້ຳມັນດິບ Brent ໄດ້ຫຼຸດລົງຈາກລະດັບສູງສຸດໃນໄລຍະສົງຄາມ ເກືອບ 120 ໂດລາຕໍ່ບາເຣວ ມາເປັນປະມານ 80 ໂດລາຕໍ່ບາເຣວ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຕະຫຼາດມີທັດສະນະໃນທາງບວກຕໍ່ການບັນລຸຂໍ້ຕົກລົງ ລະຫວ່າງ ສະຫະລັດ ອາເມຣິກາ ກັບ ອີຣານ, ລວມທັງການເປີດເສັ້ນທາງຂົນສົ່ງທີ່ສຳຄັນດັ່ງກ່າວຄືນໃໝ່. ຢ່າງໃດກໍຕາມ, ນັກວິເຄາະເຊື່ອວ່າເຖິງແມ່ນວ່າຕະຫຼາດຊື້-ຂາຍລ່ວງໜ້າຈະຕອບສະໜອງຢ່າງວ່ອງໄວຕໍ່ປັດໄຈເຫຼົ່ານີ້, ແຕ່ຕະຫຼາດຊື້-ຂາຍນ້ຳມັນ ແລະ ການຈັດສົ່ງຕົວຈິງຈະຕ້ອງໃຊ້ເວລາດົນກວ່ານັ້ນຈຶ່ງຈະກັບຄືນສູ່ສະພາບປົກກະຕິ.
 
ຊ່ອງແຄບຮໍມຸສ ເປັນເສັ້ນທາງຂົນສົ່ງນ້ຳມັນ ແລະ ອາຍແກ໊ສທຳມະຊາດແຫຼວ ປະມານ 20% ຂອງປະລິມານການຄ້າທົ່ວໂລກ. ນັກວິເຄາະກ່າວວ່າ, ຕະຫຼາດຕ້ອງການຫຼັກຖານທີ່ບົ່ງບອກວ່າເຮືອບັນທຸກນ້ຳມັນສາມາດສືບຕໍ່ເດີນເຮືອໄດ້ຢ່າງປອດໄພ. ກ່ອນທີ່ການເພີ່ມຂຶ້ນຂອງລາຄານ້ຳມັນທີ່ມີປັດໄຈຈາກຄວາມສ່ຽງທາງພູມິສາດການເມືອງຈະຖືກຫຼຸດລະດັບລົງ, ວິກິດການຄັ້ງນີ້ໄດ້ເນັ້ນໃຫ້ເຫັນວ່າໂລກຍັງຄົງເພິ່ງພາອາໄສພະລັງງານໝູນວຽນຜ່ານຊ່ອງແຄບຮໍມຸສ ແລະ ອາດຈະເລັ່ງໃຫ້ປະເທດອ່າວເປີເຊຍພັດທະນາທໍ່ສົ່ງນ້ຳມັນ ແລະ ເສັ້ນທາງການສົ່ງອອກທາງເລືອກ ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການຢຸດສະງັກທີ່ອາດຈຳເກີດຂຶ້ນໃນອະນາຄົດ.