4 ເດືອນຕົ້ນປີ ນະຄອນຫຼວງພະບາງ ດຶງດູດນັກທ່ອງທ່ຽວໄດ້ເຖິງ 8 ແສນກວ່າເທື່ອຄົນ

ໃນ 4 ເດືອນຕົ້ນປີ 2026 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມນະຄອນຫຼວງພະບາງ 824,569 ເທື່ອຄົນ ໃນນີ້, ນັກທ່ອງທ່ຽວພາຍໃນ 253,175 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 570,994 ເທື່ອຄົນ.
ທ່ານ ສອນເພັດ ທຳມຸງຄຸນ ຮອງຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງພະບາງ ລາຍງານໃນກອງປະຊຸມສະຫຼຸບວຽກງານຄຸ້ມຄອງຮ້ານອາຫານ ແລະ ຮ້ານກິນດື່ມປະຈຳ 6 ເດືອນຕົ້ນປີ 2026 ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ເມື່ອບໍ່ດົນມານີ້ວ່າ: ນະຄອນຫຼວງພະບາງມີສະຖານທີ່ປະ ກອບການທີ່ຕິດພັນກັບການບໍລິການອາຫານ-ເຄື່ອງດື່ມ, ຮ້ານບັນເທິງ ແລະ ສະປາ 381 ແຫ່ງເພື່ອຮັບປະກັນປະສິດທິພາບໃນການຄຸ້ມຄອງຂອງລັດ ຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍ ການທ່ອງທ່ຽວ ຈຶ່ງໄດ້ມີການແບ່ງຄວາມຮັບຜິດຊອບໃນການຕິດຕາມກວດກາອອກເປັນ 2 ຂັ້ນບໍລິຫານ ໂດຍສະເພາະຂັ້ນແຂວງຮັບຜິດຊອບຄຸ້ມຄອງ 204 ຫົວໜ່ວຍ. ໃນນັ້ນ, ມີຮ້ານອາຫານ 148 ຮ້ານ, ຮ້ານບັນເທິງ ແລະ ຄາລາໂອເກະ 17 ຮ້ານ, ຮ້ານນວດ ແລະ ສະປາ 39 ຮ້ານ; ຂັ້ນນະຄອນ ຮັບຜິດຊອບຄຸ້ມຄອງ 177 ຫົວໜ່ວຍ ໃນນັ້ນ, ມີຮ້ານອາຫານ 149 ຮ້ານ, ຮ້ານກິນດື່ມ 22 ຮ້ານ, ສວນອາຫານ 5 ແຫ່ງ, ພັດຕະຄານ 1 ແຫ່ງ, ຊຶ່ງບັນດາສະຖານທີ່ປະກອບການທັງໝົດເຫຼົ່ານີ້ ເປັນປັດໄຈພື້ນຖານທີ່ສໍາຄັນໃນການຮອງຮັບ ແລະ ບໍລິ ການນັກທ່ອງທ່ຽວທີ່ມາທ່ຽວຊົມນະຄອນຫຼວງພະບາງ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ, ພ້ອມທັງຜ່ານກົດລະບຽບຂອງນະຄອນຫຼວງພະບາງ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ການດຳເນີນການບໍລິການຮ້ານກິນດື່ມ. ພ້ອມນີ້, ຍັງໄດ້ມີການຍ້ອງຍໍຕໍ່ຜູ້ປະກອບການຮ້ານອາຫານ, ຮ້ານກິນດື່ມທີ່ປະຕິບັດກົດລະບຽບໄດ້ດີ, ທັງໄດ້ມີທິດຊີ້ນຳໃຫ້ປັບປຸງແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຕໍ່ໜ້າ ເປັນຕົ້ນ ການສວຍໂອກາດຄ້າຂາຍສິ່ງເສບຕິດ, ການຄ້າປະເວນີ, ການລັກຊັບພົນລະເມືອງ, ການຂຶ້ນລາຄາສິນຄ້າຕາມລຳພັງໃຈ ແລະ ອື່ນໆ.