ປກສ ແຂວງບໍລິຄໍາໄຊ ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິ່ນ ແລະເຄື່ອງຊັອດປາ

ວັນທີ 19 ມີຖຸນາ 2026, ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີຈູດທໍາລາຍອາວຸດລ່າເນື້ອ, ຈັກສະຕິ່ນ ແລະ ໝໍ້ຊັອດປາ, ໂດຍມີ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ທ່ານ ທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ບໍລິຄໍາໄຊ, ມີຄະນະກອງບັນຊາການ ປກສ ແຂວງ, ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອາວຸດລ່າເນື້ອ, ຈັກສະຕິ່ນ ແລະ ໝໍ້ຊັອດປາ ທີ່ນໍາມາຈູດທໍາລາຍໃນຄັ້ງນີ້ປະກອບມີ: ປືນລູກຊອງ 04 ກະບອກ, ປືນແກັບ 1.088 ກະບອກ, ເລົາປືນ 17 ເລົາ, ເຄື່ອງຊັອດປາ 102 ເຄື່ອງ, ໝໍ້ໄຟ 06 ໜ່ວຍ, ຈັກສະຕິ່ນ 142 ເຄື່ອງ ທີ່ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະໜ່ວຍເກັບກູ້ອາວຸດກອງບັນຊາກການ ປກສ ແຂວງ ບໍລິຄໍາໄຊ ສົມທົບກັບບັນດາກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ 7 ເມືອງ ລົງເກັບກູ້ມາໄດ້ໃນໄລຍະຜ່ານມາ.
ການຈູດທຳລາຍອາວຸດ ແລະ ອຸປະກອນຜິດກົດໝາຍດັ່ງກ່າວແມ່ນປະຕິບັດຕາມກົດໝາຍອາຍາ ສະບັບເລກທີ 14/ສພຊ, ລົງວັນທີ 07 ກໍລະກົດ 2022 ວ່າດ້ວຍການຄຸ້ມຄອງອາວຸດ ແລະວັດຖຸລະເບີດ ແລະຄໍາສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 07 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ.
ຂ່າວ: ປກສ ແຂວງບໍລິຄໍາໄຊ