ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ແຫ່ງ ສ. ຣັດເຊຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນວັນທີ 17-19 ມິຖຸນາ 2026 ທີ່ ກາຊານ, ສ. ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ.
 
ໃນການເຂົ້າຢ້ຽມຂ່ຳນັບຄັ້ງນິ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຂົ້າອົກເຂົ້າໃຈ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ໃນພາກພື້ນ ອາຊີ-ປາຊີຟິກ ໂດຍສະແດງອອກ ໃນການສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວທີພາກພື້ນ ແລະສາກົນ. ໃນໄລຍະຜ່ານມາ ສອງປະເທດ ສປປ ລາວ ແລະ ສ. ​ຣັດເຊຍ ກໍ່ໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຮ່ວມກັນ ແລະ ລະດັບອື່ນໆ ຢ່າງເປັນປົກກະຕິ.
 
ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຜົນສຳເລັດການເປັນເຈົ້າພາບກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນຄັ້ງນີ້, ຊຶ່ງສະແດງໃຫ້ເຫັນເຖິງບົດບາດອັນຫ້າວຫັນຂອງຣັດເຊຍໃນການພົວພັນ ໃນເວທີພາກພື້ນ ແລະ ສາກົນ. ການເຂົ້າຮ່ວມຂອງ ສປປ ລາວ ແມ່ນພັນທະອັນສຳຄັນ ສຳລັບ ານສະໜັບສະໜູນການພົວພັນ ອາຊຽນ-ຣັດເຊຍ, ຊຶ່ງ ຣັດເຊຍ ກໍແມ່ນໜຶ່ງໃນບັນດາຄູ່ຮ່ວມເຈລະຈາທີ່ສຳຄັນຂອງອາຊຽນ. ສປປ ລາວ ຍາມໃດກໍເອົາໃຈໃສ່ການຈັດຕັ້ງປະຕິບັດນະໂຍບາຍການຮ່ວມມືແບບສະເໝີຕົ້ນສະເໝີປາຍ ໂດຍສະເພາະ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ແມ່ນມີການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.