ທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການຂົນສົ່ງພັດສະດຸດ້ວຍຕູ້ລົດໄຟຄວາມໄວທຳມະດາ

ໃນເວລາ 08:25 ນາທີ ຂອງວັນທີ 22 ມິຖຸນານີ້, ຂະບວນລົດໄຟທຳມະດາຖ້ຽວ K12 ທີ່ໄດ້ເກາະຕູ້ລົດໄຟສະເພາະຂົນສົ່ງພັດສະດຸໃສ່ ໄດ້ຄ່ອຍໆແລ່ນອອກຈາກສະຖານີ ນະຄອນຫຼວງວຽງຈັນ. ການເປີດໃຊ້ງານຂະບວນລົດໄຟດັ່ງກ່າວ ຖືເປັນຄັ້ງທຳອິດທີ່ທາງລົດໄຟລາວ-ຈີນ (ພາກສ່ວນຂອງລາວ) ນຳໃຊ້ຕູ້ລົດໄຟສະເພາະເພື່ອຂົນສົ່ງພັດສະດຸ, ເຊິ່ງຈະຊ່ວຍເພີ່ມທະວີປະສິດທິພາບການໝູນວຽນການຂົນສົ່ງສິນຄ້າ ແລະ ຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບຫຼາຍຂຶ້ນຂອງຕະຫຼາດ ໄດ້ຢ່າງມີປະສິດທິຜົນ.
ຜ່ານມາການຂົນສົ່ງພັດສະດຸດ້ວຍລົດໄຟນັ້ນ ແມ່ນນຳໃຊ້ບ່ອນນັ່ງຫວ່າງຂອງລົດໄຟທຳມະດາຖ້ຽວK12 ແລະ K11 ເປັນຕົ້ນຕໍ, ເຊິ່ງບໍ່ສາມາດຕອບສະໜອງຄວາມຕ້ອງການໃນການຂົນສົ່ງພັດສະດຸທີ່ນັບມື້ນັບຫຼາຍຂຶ້ນ ແລະ ຍັງສົ່ງຜົນກະທົບຕໍ່ປະສົບການການເດີນທາງຂອງຜູ້ໂດຍສານ. ເພື່ອປັບປຸງສະພາບການຂົນສົ່ງສິນຄ້າປະເພດພັດສະດຸໃຫ້ມີປະສິດທິພາບຂຶ້ນ, ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ເຮັດວຽກຢ່າງຕັ້ງໜ້າ ເພື່ອນໍາເອົາຕູ້ລົດໄຟສະເພາະບັນທຸກພັດສະດຸເຂົ້າມານໍາໃຊ້, ເຊິ່ງຈະສາມາດເພີ່ມທະວີຄວາມສາມາດດ້ານການຂົນສົ່ງພັດສະດຸພາຍໃນລາວໄດ້ຫຼາຍເທົ່າ.
ການຂົນສົ່ງພັດສະດຸດ້ວຍຕູ້ລົດໄຟທີ່ເປີດໃຫ້ບໍລິການໃນຄັ້ງນີ້, ແມ່ນຈະສາມາດເຮັດທຸລະກຳຂົນສົ່ງພັດສະດຸຢູ່ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີບໍ່ເຕ່ນໄດ້ເທົ່ານັ້ນ, ສ່ວນຢູ່ສະຖານີຫຼວງພະບາງ, ສະຖານີເມືອງໄຊ ແລະ ສະຖານີນາເຕີຍ ແມ່ນຈະເຮັດໄດ້ພຽງແຕ່ທຸລະກຳຮັບພັດສະດຸທີ່ມາຮອດ. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈະສືບຕໍ່ຄຸ້ມຄອງຕາມລະບຽບການຂົນສົ່ງສິນຄ້າປະເພດພັດສະດຸດ້ວຍທາງລົດໄຟຢ່າງເຂັ້ມງວດ, ເພື່ອຮັບປະກັນໃຫ້ການຂົນສົ່ງສິນຄ້າດັ່ງກ່າວມີຄວາມປອດໄພ ແລະ ສະດວກສະບາຍ.
ພາຍຫຼັງທີ່ໄດ້ເປີດໃຫ້ບໍລິການຂົນສົ່ງພັດສະດຸດ້ວຍທາງລົດໄຟ, ຄວາມສາມາດໃນການຂົນສົ່ງພັດສະດຸຂອງທາງລົດໄຟລາວ-ຈີນຈະເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈະກາຍເປັນເສັ້ນທາງຂົນສົ່ງພັດສະດຸໃໝ່ພາຍໃນລາວ, ແລະ ຈະສ້າງແຮງກະຕຸ້ນອັນແຂງແຮງດ້ານການລວບລວມ-ແຈກຢາຍພັດສະດຸ ແລະ ຂົນສົ່ງພັດສະດຸໃຫ້ທາງພາກເໜືອຂອງສປປລາວ, ອັນສະແດງໃຫ້ເຫັນເຖິງບົດບາດ ແລະ ກຳລັງຄວາມສາມາດຂອງທາງລົດໄຟລາວ-ຈີນ ທີ່ນັບມື້ນັບເພີ່ມຂຶ້ນ.