ວັດທາດສຸວັນນະຜາຄໍາ ບ້ານຕີນທາດ ເມືອງຫ້ວຍຊາຍ ເປັນສູນລວມຈິດໃຈທີ່ໄດ້ຮັບການພັດທະນາ ແລະ ເຕັມໄປດ້ວຍແຮງສັດທາ
.
ວັດທາດສຸວັນນະຜາຄໍາ ຕັ້ງຢູ່ບ້ານຕີນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງເປັນໜຶ່ງໃນສະຖານທີ່ສັກສິດ ແລະ ມີປະຫວັດສາດອັນຍາວນານ ຄຽງຄູ່ກັບວິຖີຊີວິດຂອງປະຊາຊົນນທ້ອງຖິ່ນ ວັດດັ່ງກ່າວໄດ້ຮັບການພັດທະນາການປ່ຽນແປງຢ່າງຕັ້ງໜ້າ ແລະ ກາຍເປັນສູນລວມແຮງສັດທາທີ່ມີຍາດໂຍມ ແລະ ພຸດທະສາສະນິກະຊົນເຂົ້າມາທຳບຸນຢ່າງບໍ່ຂາດສາຍ.
 
​ ​ໃນໄລຍະຜ່ານມາເຈົ້າອະທິການວັດ.ຄະນະສົງ, ອຳນາດການປົກຄອງເມືອງ ແລະ ການຮ່ວມແຮງຮ່ວມໃຈຂອງຊາວບ້ານ, ວັດທາດສຸວັນນະຜາຄໍາ ໄດ້ຮັບການບູລະນະປະຕິສັງຂອນຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນ​ການປັບປຸງ.ການອະນາໄມຄວາມສະອາດ ແລະ ສ້າງຄວາມຮົ່ມເຢັນ ເໝາະແກ່ການມາປະຕິບັດທຳ.​ການກໍ່ສ້າງສິ່ງສາທາລະນູປະໂພກ: ມີການບູລະນະຕົວພະທາດ, ສ້າງກຸຕິ, ສາລາໂຮງທຳ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບຜູ້ທີ່ມາຢ້ຽມຢາມ.
 
​ແຮງສັດທາທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ.​ຍ້ອນຄວາມງົດງາມຂອງສະຖານທີ່ ແລະ ຄວາມສັກສິດຂອງອົງພະທາດ, ເຮັດໃຫ້ວັດແຫ່ງນີ້ໄດ້ຮັບຄວາມເຫຼື້ອມໃສສັດທາຈາກຍາດໂຍມທັງພາຍໃນບ້ານ, ຕ່າງບ້ານ. ຕ່າງແຂວງ ແລະຕ່າງປະເທດຢ່າງຫຼວງຫຼາຍ.ໃນທຸກໆວັນສິນ ຫຼື ວັນບຸນປະເພນີຕ່າງໆ ຈະມີພຸດທະສາສະນິກະຊົນໄດ້ມາຮ່ວມເຮັດບຸນສິນກິນທານ, ຟັງທຳມະເທດສະໜາ ແລະ ວຽນທຽນອ້ອມອົງພະທາດຢ່າງເນືອງນັນ.
 
​ການເຕີບໃຫຍ່ຂອງແຮງສັດທານີ້ ບໍ່ພຽງແຕ່ຊ່ວຍຈົ່ມຊູພະພຸດທະສາສະໜາໃຫ້ໝັ້ນຄົງເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ເປັນທີ່ຮູ້ຈັກກວ້າງຂວາງຕື່ມອີກ.
ໂດຍ:ເງິນຫລົງ ຈິດພູວົງ