ຄະນະກຳມະການປົກຄອງແຂວງອັດຕະປື ໄຂກອງປະຊຸມເປີດກວ້າງ ປະຈຳ 6 ເດືອນຕົ້ນປີ 2026

ກອງປະຊຸມເປີດກວ້າງ ປະຈຳ 6 ເດືອນຕົ້ນປີ 2026 ຂອງຄະນະກໍາມະການປົກຄອງແຂວງອັດຕະປື ໄດ້ໄຂຂື້ນໃນວັນທີ 22 ມິຖຸນາ 2026 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສຳນັກງານຄະນະກຳມະການປົກຄອງແຂວງ, ໂດຍການເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີບັນດາທ່ານໃນຄະນະກຳມະການປົກຄອງແຂວງ, ແຂກຖືກເຊີນຈາກສະພາປະຊາຊົນແຂວງ, ຈາກພະແນກກນ, ອົງການອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມ.
ທ່ານ ລິດຄໍາ ໂຮມອິນຕາ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງຄອງແຂວງ ໄດ້ລາຍ ງານຕໍ່ທີ່ປະຊຸມວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມານີ້ ຄະນະກຳມະການປົກຄອງແຂວງອັດ ຕະປື ໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ໂດຍການເລີ່ມຕົ້ນຫັນທິດທາງຍຸດທະສາດ ບົນຈິດໃຈ "ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ)" ແລະ ເພື່ອໃຫ້ບັນລຸຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 09/ສພຂ, ລົງວັນທີ 20 ກຸມພາ 2026, ຊຶ່ງມີຄວາມຄືບໜ້າ ດັ່ງນີ້: ດ້ານເສດຖະກິດມະຫາພາກ ແລະ ການຄຸ້ມຄອງການເງິນ-ເງິນຕາ ຂັ້ນແຂວງ, ຄະນະກຳມະການປົກຄອງແຂວງ ສຸມໃສ່ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ບໍ່ໃຫ້ຜັນຜວນແຮງ, ສູ້ຊົນຊຸກຍູ້ການເຕີບໂຕ ບົນພື້ນຖານຄາດໝາຍລວມຂອງລັດຖະບານ ກໍຄືຂອງແຂວງ ເປັນຕົ້ນ: ການຊຸກຍູ້ການເຕີບໂຕ (GDP): ສັງເກດເຫັນວ່ຈັ່ງຫວະການຂະຫຍາຍຕົວຂອງເສດຖະກິດ ສືບຕໍ່ຂະຫຍາຍຕົວສະເລ່ຍຢູ່ໃນລະດັບດີ ແລະ ຂະແໜງການຕົ້ນຕໍທີ່ຊຸກຍູ້ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວໄດ້ແກ່ ຂະແໜງກະສິກຳ ແລະ ຂະ ແໜງອຸດສາຫະກຳ, ການເກັບລາຍຮັບ ແລະ ຄຸ້ມຄອງງົບປະມານ ຕົວເລກລາຍຮັບຮອດວັນທີ 11 ມິຖຸນາ 2026 ລາຍຮັບລວມ, ແຜນ1,765,277,000,000 ກີບ, ປະຕິບັດໄດ້ 1,004,309,609,585 ກີບ, ເທົ້າກັບ 56.89% ຂອງແຜນການປີ ກວມເອົາຄາດຄະເນ 12.79% ຂອງ GDP, ການລົງທຶນຂອງລັດ ປີ 2026 ແຂວງອັດຕະປື ໄດ້ຮັບແຈ້ງແຜນການລົງທຶນຂອງລັດ ທີ່ສະພາແຫ່ງ ຊາດ ແລະ ສະພາປະຊາຊົນແຂວງຮັບຮອງ ມີທັງໝົດ 197 ໂຄງການ, ມູນຄ່າ 2,428 ຕື້ກີບ, ວຽກປະຕິບັດສໍາເລັດຮອດປະຈຸບັນ 1,055 ຕື້ກີບ, ໃນງວດທີ II ໄດ້ຈັດຕັ້ງປະຕິບັດອອກໃບຢັ້ງຢືນການ ອະນຸມັດ ເບີກຈ່າຍ ທັງໝົດ 95 ໂຄງການ, ມູນຄ່າ 90.52 ຕື້ກີບ, ຮອດປະຈຸບັນສາມາດຊຳລະໂຄງການຕົກສູນໄດ້ 9 ໂຄງການ, ມູນຄ່າ 82.62 ຕື້ກີບ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ມີທັງ ໝົດ 13 ໂຄງການ, ມູນຄ່າອະນຸມັດ ໃນງວດທີ I ຈຳນວນ 17.32 ຕື້ກີບ ເທົ່າກັບ 10% ຂອງແຜນ ການ (ມະຕິສະພາ 170 ຕື້ກີບ), ໃນນັ້ນ: ທຶນຊ່ວຍເຫຼືອລ້າຈໍານວນ 12 ໂຄງການ, ມູນຄ່າ 14.99 ຕື້ກີບ ແລະ ທຶນສົມທົບ 1 ໂຄງການ, ມູນຄ່າ 2.33 ຕື້ກີບ, ນອກນັ້ນ ຍັງມີໂຄງການຊ່ວຍເຫຼືອມິດ ຕະພາບ ລະຫວ່າງລາວ-ຫວຽດນາມ ທີ່ບໍ່ໄດ້ຜ່ານສະພາຮັບຮອງ ຈໍານວນ 3 ໂຄງການ, ມູນຄ່າ 21 ຕື້ກວ່າກີບ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ໄດ້ຄົ້ນຄ້ວາຄໍາຮ້ອງຂໍ ລົງທຶນ ທັງໝົດ 74 ໂຄງການ, ໃນນັ້ນ: ຂະແໜງກະສິກຳ-ປ່າໄມ້ 39 ໂຄງການ, ຂະແໜງພະລັງງານ ແລະ ບໍ່ແຮ່ 24 ໂຄງການ, ຂະແໜງອຸດສາຫະກຳ ແລະ ການຄ້າ 6 ໂຄງການ ແລະ ຂະແໜງວັດທະນະທໍາ ແລະ ການທ່ອງທ່ຽວ 5 ໂຄງການ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາສໍາຫຼວດຄວາມເປັນໄປໄດ້ ຈໍານວນ 6 ໂຄງການ ແລະ ເຊັນສັນຍາພັດທະນາໂຄງການລົງທືນປູກໄມ້ ຟື້ນຟູປ່າ ຕິດພັນກັບການປູກໄມ້ໃຫ້ໝາກ (ໝາກຖົ່ວລຽນ) 5 ໂຄງການ. ການສະໜອງສົມເຊື່ອທະນາຄານ (ຍອດສະສົມ) ປະຕິບັດໄດ້ 1,510.38 ຕື້ກີບ ເທົ່າກັບ 77% ຂອງແຜນການ (ມະຕິສະພາ 1.955 ຕື້ກີບ). ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການແຈ້ງຂຶ້ນ ແລະ ດັດແກ້ທະບຽນວິສາຫະກິດ ໃນງວດ 1 ມີທັງໝົດ 66 ຫົວໜ່ວຍ, ລວມທຶນຈົດທະບຽນ 206 ຕື້ກວ່າກີບ, ໃນນັ້ນ: ຂັ້ນແຂວງອອກອະນຸຍາດ 39 ຫົວໜ່ວຍ, ທຶນຈົດທະບຽນ 194 ຕື້ກວ່າກີບ ແລະ ຂັ້ນ ເມືອງອອກອະນຍາດ 27 ຫົວໜ່ວຍ, ທຶນຈົດທະບຽນທັງໝົດ 12 ຕື້ກວ່າກີບ. ປະຈຸບັນທົ່ວແຂວງມີຫົວ ໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງທັງໝົດ 2,442 ຫົວໜ່ວຍ, ທຶນຈົດທະບຽນ 13,810 ຕື້ກີບ, ໃນນັ້ນ, ຂະແໜງການຜະລິດ 480 ຫົວໜ່ວຍ, ການຄ້າ 1,206 ຫົວໜ່ວຍ ແລະ ການບໍລິການ 756 ຫົວໜ່ວຍ . ສ່ວນວຽກງານໃນ ຂົງເຂດວຍກງານອື່ນໆ ເປັນຕົ້ນ: ການສົ່ງເສີມການຜະລິດ, ການລົງທຶນ ແລະ ໂຄງລ່າງພື້ນຖານ, ການພັດທະນາວັດທະນະທຳ-ສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ມີຜົນສໍາເລັດຕາມແຜນການ.
ໃນທີ່ປະຊຸມ ບັນດາທ່ານຄະນະກໍາມະການປົກຄອງແຂວງ ຍັງໄດ້ສຸມໃສ່ປະກອບຄຳຄິດ-ຄຳເຫັນ ຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ການຄຸ້ມຄອງໂຄງການລົງທຶນຂອງລັດ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ລວມທັງປະກອບຕໍາເຫັນຕໍ່ຜ່ານເພດານງົບປະມານແຫ່ງລັດ ປະຈຳປີ 2027 ແລະ ຂອບແຜນຄາດຄະເນ 2 ປີ (2028-2029), ແຜນຄາດຄະເນຂໍ້ມູນໂຄງການລົງທຶນຂອງລັດ ປະຈຳປີ 2027 ແລະ ປະກອບຄໍາເຫັນຕໍ່ບົດລາຍງານຜົນການຈັດຕັ້ງປະຕິບັດ ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງ ແລະ ຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.
ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ