ປະເມີນຜົນ ການສະກັດກັ້ນ-ຕ້ານອາຊະຍາກຳສັດປ່າໃນ ລາວ

ຊຸດສຳມະນາການປະເມີນຂອບຕົວຊີ້ວັດ ແລະ ເຄື່ອງມືວິເຄາະ ຂອງອົງການສະກັດກັ້ນ ແລະ ຕ້ານ ອາຊະຍາກຳສັດປ່າສາກົນ (ICCWC) ໃຫ້ແກ່ ສປປ ລາວ ຈັດຂຶ້ນໃນລະຫວ່າງວັນທີ 16-18 ມິຖຸນາ 2026 ຜ່ານມາ, ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຮອງຫົວໜ້າກົມ, ຮອງຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຈາກກະຊວງ, ອົງການ ເຂົ້າຮ່ວມ.
ຊຸດສຳມະນາໃນຄັ້ງນີ້, ເພື່ອປຶກສາຫາລື, ປະເມີນຜົນ ແລະ ຍົກລະດັບປະສິດທິພາບ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າໃນ ສປປ ລາວ ຢ່າງຮອບດ້ານ ໂດຍມີການປະເມີນ ແລະ ເຮັດວຽກເປັນກຸ່ມ. ພ້ອມກັນນັ້ນ, ກໍໄດ້ຮັບຟັງ ການນຳສະເໜີໂຄງການ EU GUARD ແລະ ຂອບຕົວຊີ້ວັດ ຂອງອົງການສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ ສາກົນ (ICCWC) ສປປ ລາວ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ໂດຍເນັ້ນໃສ່ການປະເມີນການບັງຄັບໃຊ້ກົດໝາຍ ຢ່າງມີປະສິດທິພາບ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (ຕົວຊີ້ວັດ 1-9), ຄວາມສາມາດໃນການກວດພົບອາຊະຍາກຳສັດປ່າ (ຕົວຊີ້ວັດ 10-17); ການນໍາໃຊ້ວິທີການສືບສວນ-ສອບສວນ ແບບອີງໃສ່ຂໍ້ມູນແຫລ່ງຂ່າວ (ຕົວຊີ້ວັດ 18-23) ແລະ ການນໍາໃຊ້ເຕັກນິກການສືບສວນ-ສອບສວນ ສະເພາະ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (ຕົວຊີ້ວັດ 25-27). ພ້ອມທັງ ເນັ້ນໃສ່ການປະເມີນເຕັກນິກການສືບສວນສະເພາະ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (ຕົວຊີ້ວັດ 24), ການສ້າງພື້ນຖານທາງດ້ານກົດໝາຍທີ່ເຂັ້ມແຂງ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ (ຕົວຊີ້ວັດ 28-32), ການດຳເນີນຄະດີ (ຕົວຊີ້ວັດ 33-39) ແລະ ການລົງໂທດຜູ້ກະທຳຜິດຢ່າງເໝາະສົມ (ຕົວຊີ້ວັດ 40-44).
ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືຮ່ວມກັນ ແລະ ແລກປ່ຽນ ກ່ຽວກັບການນຳໃຊ້ວິທີການແບບຮອບດ້ານ (ຜົນໄດ້ຮັບທີ 8, ຕົວຊີ້ວັດ 45-50) ໂດຍວິເຄາະປັດໄຈທີ່ພາໃຫ້ເກີດອາຊະຍາກໍາ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ໄດ້ຮັບຟັງບົດລາຍງານ, ຂັ້ນຕອນ ແລະ ວິທີການປະເມີນການນຳໃຊ້ ຊຸດເຄື່ອງມື ຂອງອົງການສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ ສາກົນ (ICCWC Toolkit) ຢູ່ ສປປ ລາວ ແລະ ຮ່ວມກັນປະເມີນການຈັດຕັ້ງປະຕິບັດຂໍ້ແນະນຳ ຂໍ້ທີ 1-39 ໂດຍລະບຸສະຖານະຢ່າງຈະແຈ້ງ (ຈັດຕັ້ງປະຕິບັດແລ້ວ, ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ພວມຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດ, ຂໍ້ແນະນຳບໍ່ກ່ຽວຂ້ອງອີກຕໍ່ໄປ), ພ້ອມທັງວິເຄາະວິທີການ ແລະ ຍົກເຫດ ຜົນປະກອບຢ່າງລະອຽດ.
ຊຸດສຳມະນາຄັ້ງນີ້, ຖືເປັນຂີດໝາຍອັນສຳຄັນໃນການຮັດແໜ້ນການຮ່ວມມື ລະຫວ່າງ ພາກ ສ່ວນບັງຄັບໃຊ້ກົດໝາຍ, ຂະບວນການຍຸຕິທຳ ແລະ ອົງການຈັດຕັ້ງສາກົນ ເພື່ອຮັບປະກັນວ່າ ວຽກງານການສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າໃນ ສປປ ລາວ ຈະຖືກດຳເນີນໄປຢ່າງເປັນລະບົບ, ມີພື້ນຖານທາງກົດໝາຍທີ່ເຂັ້ມແຂງ ແລະ ມີປະສິດທິຜົນສູງສຸດ.
ຂ່າວ-ພາບ: ແສງພະຈັນ