ຫສນຍ ເປີດກອງປະຊຸມສະຫຼຸບວຽກງານ ໄລຍະ 5 ປີ ແລະ ວາງແຜນຮ່ວມກັນຮອດປີ 2030

ກອງປະຊຸມສະຫຼຸບວຽກງານ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ ນີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າ ຫສນຍ, ມີບັນດາທ່ານຮອງລັດຖະມົນຕີຮອງ, ຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ປະທານ-ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫົວໜ້າຫ້ອງວ່າການ-ຫົວໜ້າຫ້ອງການ ກະຊວງ-ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ມີຄວາມໝາຍສຳຄັນເປັນຢ່າງຍິ່ງເພາະວ່າຈະໄດ້ຮ່ວມກັນຕີລາຄາຢ່າງຮອບດ້ານຕໍ່ຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຫ້ອງວ່າການ ໃນໄລຍະ 5 ປີ (2021-2025) ໂດຍສະເພາະ ການຈັດຕັ້ງປະຕິບັດພາລະບົດບາດ-ໜ້າທີ່ ເປັນເສນາທິການ, ເປັນໃຈກາງປະສານງານ, ເປັນຜູ້ບໍລິການຮັບໃຊ້ໃຫ້ແກ່ລັດຖະບານ, ຄະນະນຳຂອງບັນດາກະຊວງ-ອົງການທຽບເທົ່າ, ການນຳຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອສືບຕໍ່ຍົກຄຸນນະພາບຂອງວຽກງານໃຫ້ນັບມື້ສູງຂຶ້ນ; ພ້ອມກັນນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ບັນດານິຕິກໍາ ທີ່ຕິດພັນກັບລັດຖະບານ ຊຸດທີ X ແລະ ບົດປະກອບຄໍາເຫັນຈາກບັນດາຂະແໜງການຈໍານວນໜຶ່ງ ເປັນຕົ້ນ: 1). ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ 2026, ຂໍ້ຕົກລົງ ວ່າດ້ວຍການແບ່ງວຽກ ລະຫວ່າງ ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ, ລົງວັນທີ 20 ເມສາ 2026, ຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ກະຊວງ-ອົງການລັດທຽບເທົ່າກະຊວງ ລົງຊ່ວຍວຽກນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026; 2). ຮ່າງແບບຟອມໂຄງຮ່າງລະບຽບການ ແລະ ກົນໄກການເຮັດວຽກ ຂອງບັນດາຂະແໜງການ/ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ແຂວງ; 3). ຮ່າງແບບຟອມໂຄງຮ່າງບົດລາຍງານສະພາບພົ້ນເດັ່ນ ປະຈໍາເດືອນ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ; 4). ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການສູນກາງພັກ; 5). ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ; 6). ການເປັນເສນາທິການ ແລະ ປະສານງານ ໃນການກະກຽມໃຫ້ແກ່ການນໍາຂັ້ນສູງຂອງລາວ ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ແລະ ການຕ້ອນຮັບການນຳຂັ້ນສູງຕ່າງປະເທດ; 7). ການເປັນເສນາທິການ ແລະ ປະສານງານ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ;
22/06/2026