ເບ ສະຫວັນ ຄວ້າແຊັມບານເຕະ ຊີງແຊັມນາໆຊາດ ທີ່ ສສ ຫວຽດນາມ

ທີມນັກເຕະນ້ອຍເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຈາກສະໂມສອນ ເບສະຫວັນ ເອັຟຊີ (BAYSAVANH FC) ໜຶ່ງດຽວຈາກ ສປປ ລາວ ທີ່ສາມາດຄວ້າແຊັມບານເຕະ ຢູ່ ສສ ຫວຽດນາມ ໄດ້ສຳເລັດ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ທີມຈາກເຈົ້າພາບ ຫວຽດນາມ ໄປດ້ວຍສະກໍ 13-0 ໃນລາຍການ Vietnam INTERNATIONAL ACF FOOTBALL TOURNAMENT ທີ່ ສສ ຫວຽດນາມ ເປັນເຈົ້າພາບ.
 
ລາຍການດັ່ງກ່າວ ມີທີມເຍົາວະຊົນຊັ້ນນຳໃນອາຊຽນ ເເລະ ຫຼາຍປະເທດເຂົ້າຮ່ວມເເຂ່ງຂັນຊີງໄຊ ໃນລະຫວ່າງວັນທີ 20-21 ມິຖຸນາ 2026 ທີ່ແຂວງ Thái Nguyên ສສ ຫວຽດນາມ.
 
ຜົນງານຂອງ U10 BAYSAVANH FC ກ່ອນຈະໄດ້ເປັນແຊັມ ມີຄື:ຮອບແບ່ງກຸ່ມ B: ນັດທໍາອິດBAYSAVANH FC ຊະນະ Thái Nguyên kids 18-0 ນັດທີ 2 BAYSAVANH FC ຊະນະ CLB bong da bac Kan 5-0 ນັດທີ 3 BAYSAVANH FC ຊະນະ Mong cai kids 20-0 ນັດທີ 4 BAYSAVANH FC ຊະນະ kids CT 14-0 ສົ່ງຜົນໃຫ້ສະໂມສອນ ເບ ສະຫວັນ ຮຸ່ນອາຍຸບໍ່ເກີນ 10 ປີ ຕົວແທນຈາກ ສປປ ລາວ ເຂົ້າຮອບ 4 ທີມ ໃນຖານະແຊັມກຸ່ມ B.
 
ສໍາລັບຮອບ 4 ທີມສຸດທ້າຍ: BAYSAVANH FC ຊະນະ MÓNG CÁI KIDS 5-0 ຮອບຊີງຊະນະເລີດ BAYSAVANH FC ຊະນະ ສະໂມສອນຈາກເຈົ້າພາບ ຫວຽດນາມ Ha Giang 13-0 ສົ່ງຜົນໃຫ້ ເບ ສະຫວັນ ຄວ້າແຊັມໃນລາຍການນີ້ໄປຄອງ ໂດຍບໍ່ເສຍປະຕູຈັກລູກ.