ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ

ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ຮ່ວມກັບ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ ຜ່ານໂທລະ ສັບມືຖື” ໃນວັນທີ 22-26 ມິຖຸນາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວັນສີ ກົວມົວ ກຳ ມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ດັງ ທິ ເຟືອງ ຖ້າວ ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ, ພ້ອມດ້ວຍຄະນະຮັບຜິດຊອບທັງສອງຝ່າຍ, ວິທະຍາກອນ ຈາກ ສສ ຫວຽດນາມ, ມີບັນດາສື່ມວນຊົນ ທີ່ມາຈາກອົງການສື່ລະດັບສູນກາງ ແລະ ທ້ອງຖິ່ນທີ່ມາຈາກ 5 ແຂວງຄື: ແຂວງຫລວງພະບາງ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ວັນສີ ກົວມົວ ໄດ້ເນັ້ນເຖິງຄວາມສຳຄັນຂອງເຕັກໂນໂລຊີ ວ່າ: "AI ອາດຈະບໍ່ສາມາດມາແທນທີ່ນັກຂ່າວໄດ້, ແຕ່ນັກຂ່າວທີ່ຮູ້ຈັກນຳໃຊ້ AI ຢ່າງຊຳນານ ຈະກາຍເປັນກຳລັງແຮງຫລັກ ທີ່ຈະກ້າວຂຶ້ນມານຳໜ້າ ແລະ ກຳນົດທິດທາງຂອງສື່ມວນຊົນໃນຍຸກດີຈິຕອນນີ້". ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ຢັ້ງຢືນຮ່ວມກັນວ່າ ເຖິງແມ່ນເຕັກໂນໂລຊີຈະກ້າວໜ້າພຽງໃດ, ແຕ່ຄຸນຄ່າແກນຫລັກຂອງວິຊາຊີບສື່ມວນຊົນ ເປັນຕົ້ນ ຄວາມຖືກຕ້ອງ, ຄວາມພາວະວິໄສ, ຈັນຍາບັນ ແລະ ຄຸນທາດການເມືອງ ແມ່ນຍັງເປັນສິ່ງສຳຄັນທີ່ສຸດ.
ທ່ານ ນາງ ດັງ ທິ ເຟືອງ ຖ້າວ ກໍໄດ້ມີຄໍາເຫັນວ່າ: ພວກເຮົາກໍາລັງເຫັນ ຄວາມປ່ຽນແປງຢ່າງເລິກເຊິ່ງ ຂອງສະພາບແວດລ້ອມວຽກງານສື່ມວນຊົນທົ່ວໂລກ. ການຂະຫຍາຍຕົວຢ່າງແຂງແຮງ ຂອງເຕັກໂນໂລຊີດີຈິຕອນ, ປັນຍາປະດິດ (AI), ບັນດາຊ່ອງທາງເຄືອຂ່າຍສັງຄົມ ແລະ ອຸປະກອນເຄື່ອນທີ່ (ໂທລະສັບມືຖື) ພວມເຮັດໃຫ້ຮູບແບບການຜະລິດ, ການແຈກຢາຍ ແລະ ການຮັບຂໍ້ມູນຂ່າວສານ ປ່ຽນແປງໄປຢ່າງສິ້ນເຊີງ. ໃນສະພາບການດັ່ງກ່າວ, ນັກຂ່າວໃນປັດຈຸບັນ ບໍ່ພຽງແຕ່ຕ້ອງການທັກສະ ການຂຽນ ແລະ ການເຄື່ອນໄຫວວຽກງານແບບດັ້ງເດີມເທົ່ານັ້ນ, ແຕ່ຍັງຕ້ອງເປັນເຈົ້າການໃນການນຳໃຊ້ເຕັກໂນໂລຊີໃໝ່, ຮູ້ຈັກຄົ້ນຫາຂໍ້ມູນ, ນຳໃຊ້ເຄື່ອງມືປັນຍາປະດິດຢ່າງມີປະສິດທິຜົນ, ຜະລິດເນື້ອຫາສື່ຫລາຍຮູບແບບ ແລະ ປັບໂຕໃຫ້ເຂົ້າກັບສະພາບແວດລ້ອມສື່ມວນຊົນແບບຫລາຍຊ່ອງທາງ. AI ພວມເປີດໂອກາດທີ່ຫລາກຫລາຍ ເພື່ອຍົກສູງສະມັດຖະພາບການເຮັດວຽກ, ສະໜັບສະໜູນການສ້າງສັນເນື້ອໃນ, ວິເຄາະຂໍ້ມູນ ແລະ ປັບປຸງຂັ້ນຕອນການເຮັດວຽກສື່ມວນຊົນໃຫ້ມີຄວາມຄ່ອງຕົວທີ່ສຸດ. ເຖິງຢ່າງໃດກໍຕາມ, ເຕັກໂນໂລຊີ ບໍ່ສາມາດປ່ຽນແທນບົດບາດຂອງຜູ້ເຮັດວຽກງານສື່ມວນຊົນໄດ້. ຍິ່ງຢູ່ໃນຍຸກດີຈີຕອນເທົ່າໃດ, ຄຸນຄ່າອັນເປັນແກນຫລັກຂອງວິຊາຊີບສື່ມວນຊົນ ເປັນຕົ້ນ ຄວາມຖືກຕ້ອງ, ຄວາມພາວະວິໄສ, ຄວາມຮັບຜິດຊອບຕໍ່ສັງຄົມ, ຈັນຍາບັນວິຊາຊີບ ແລະ ຄຸນທາດການເມືອງ ຍິ່ງມີຄວາມສຳຄັນກວ່າເວລາໃດໝົດ. ສິ່ງດັ່ງກ່າວ, ເປັນຮຽກຮ້ອງຕ້ອງການໃໝ່ ໃຫ້ແກ່ຖັນແຖວສື່ມວນຊົນ ທັງຂອງຫວຽດນາມ ແລະ ລາວ ຕ້ອງບໍ່ຢຸດຢັ້ງໃນການຮຽນຮູ້, ປ່ຽນແປງແນວຄວາມຄິດ, ຍົກສູງຄວາມສາມາດດ້ານວິຊາສະເພາະ, ເປັນເຈົ້າການດ້ານເຕັກໂນໂລຊີ ແຕ່ໃນຂະນະດຽວກັນ, ກໍຕ້ອງຮັກສາໄວ້ເຊິ່ງເອກະລັກ ແລະ ມາດຕະຖານວິຊາຊີບ ຂອງສື່ມວນຊົນປະຕິວັດ.
ໄລຍະການອົບຮົມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ເຕັກນິກການຜະລິດສື່ທີ່ວ່ອງໄວທັນການ ຜ່ານໂທລະສັບມືຖື ແລະ ການນຳໃຊ້ AI ຢ່າງສ້າງສັນ ເປັນຕົ້ນ ການສ້າງຜູ້ຊ່ວຍ AI ໂດຍບໍ່ຈຳເປັນຕ້ອງຂຽນໂປຣແກຣມ, ຮຽນຮູ້ກ່ຽວກັບໂອກາດ, ຄວາມສ່ຽງ ແລະ ຈັນຍາບັນໃນການນຳໃຊ້ AI ເພື່ອຕໍ່ສູ້ກັບຂ່າວປອມ (Fake News) ໃນຍຸກປັດຈຸບັນ. ນອກຈາກການຮຽນທິດສະດີ ແລະ ປະຕິບັດຕົວຈິງຢູ່ໃນຫ້ອງຮຽນແລ້ວ, ຄະນະຈັດຕັ້ງຍັງຈະໄດ້ພາສໍາມະນາກອນ ໄປທັດສະນະສຶກສາ ແລະ ປະຕິ ບັດຕົວຈິງຢູ່ ພິພິທະພັນສິນລະປະລາວ ແລະ ບາງໜ່ວຍງານສື່ມວນຊົນຂອງ ສປປ ລາວ ຕື່ມອີກ.