ແບນຊິກ ເຮັດ​ໄດ້​ພຽງສະເໝີກັບ ອິ​ຣານ 0-0

ການແຂ່ງຂັນເຕະບານໂລກ 2026 ຮອບແບ່ງກຸ່ມ (ກຸ່ມ G) ນັດທີສອງ ທີ່ສະໜາມ ໂຊໄຟ ສະເຕດຽມ (SoFi Stadium) ລັດແຄລິຟໍເນຍ ສະຫະລັດອາເມຣິກາ ເມື່ອຕອນເຊົ້າຂອງວັນທີ 22 ມິຖຸນາ 2026 ຕາມເວລາໃນ ສປປ ລາວ, ທີມຊາດແບນຊິກ ລົງສະໜາມພົບກັບ ທີມຊາດອິຣານ. ໂດຍຜົນງານນັດທຳອິດ ແບນຊິກ ສະເໝີ ອີຢິບ 1-1 ສ່ວນ ອີຣານ ສະເໝີ ນູແວນເຊລັງ (ນິວຊີແລນ) 2-2 ສົ່ງຜົນໃຫ້ທັງ 4 ທີມໃນກຸ່ມນີ້ມີ 1 ຄະແນນເທົ່າກັນ.
 
ເລີ່ມ​ເກມ​ເຄິ່ງເວລາທຳອິດເປັນແບນຊິກ ທີ່ເປີດເກມບຸກເຂົ້າໃສ່ອິ​ຣານຢ່າງຕໍ່ເນື່ອງ ແລະ ຄອງບານໄດ້ເປັນສ່ວນໃຫຍ່, ແຕ່​ເປັນ​ອິ​ຣານ ເກືອບ​ໄດ້​ປະ​ຕູ​ຂຶ້ນ​ນຳ​ກ່ອນ ໃນ​ນາ​ທີ 25 ເມື່ອ ເມດີ ຕາເຣມີ ສົ່ງບານເຂົ້າປະ​ຕູ ແຕ່ຫຼັງຈາກຜູ້ຕັດສິນກວດສອບ VAR ແລ້ວ ພົບວ່າເປັນຈັງຫວະຢືນລ້ຳໜ້າກ່ອນ ເຮັດໃຫ້ ອີຣານ ພາດໂອກາດໄດ້ປະຕູຢ່າງໜ້າເສຍດາຍ ຈົບເຄິ່ງທຳອິດສະເໝີກັນຢູ່ 0-0.
 
ເຂົ້າ​ສູ່​ເຄິ່ງ​ເວ​ລາ​ທີ 2 ແບນຊິກ ຍັງຄົງເປັນຝ່າຍຄອງບານບຸກຄືເກົ່າ ແຕ່ເກມຕ້ອງມາພົບກັບຈຸດປ່ຽນໃນນາທີທີ 66 ເມື່ອຜູ້​ຕັດ​ສິນ ຈົກ​ໃບ​ແດງ​ໃຫ້ ນາທັງ ເອັນກອຍ ກອງຫຼັງແບນຊິກ ໄລ່ອອກຈາກສະໜາມທັນທີ ເຮັດໃຫ້ ແບນຊິກ ເຫຼືອຜູ້ຫຼິ້ນພຽງ 10 ຄົນ.
 
ເຖິງວ່າ ອິຣານ ຈະມີຜູ້ຫຼິ້ນຫຼາຍກວ່າ ແຕ່ກໍຍັງເປັນຝ່າຍ ແບນຊິກ ທີ່ພະຍາຍາມຊອກຫາຈັງຫວະເຂົ້າ​ຍິງປະຕູຢ່າງຕໍ່ເນື່ອງ, ແຕ່ສຸດທ້າຍກໍບໍ່ມີຝ່າຍໃດສາມາດເຈາະປະຕູກັນໄດ້ ຈົບເກມສະເໝີກັນໄປ 0-0 ແບ່ງກັນໄປທີມລະ 1 ຄະແນນ ເຮັດໃຫ້ທັງສອງທີມມີ 2 ຄະແນນ ຕ້ອງໄປລຸ້ນເຂົ້າຮອບ 32 ທີມສຸດທ້າຍໃນນັດສຸດທ້າຍ.
 
ສຳລັບໂປຣແກຣມ​ການແຂ່ງຂັນນັດສຸດທ້າຍຂອງກຸ່ມ G ຈະແຂ່ງຂັນພ້ອມກັນ ໃນ​ວັນ​ທີ 27 ມິ​ຖຸ​ນາ, ​ແບນຊິກ ຈະພົບກັບ ນູແວນເຊລັງ ທີ່ສະໜາມ ບີຊີ ເພຼດ (BC Place) ເມືອງແວນຄູເວີ ປະເທດການາດາ; ສ່ວນ​ອິຣານ ຈະພົບກັບ ເອຢິບ ທີ່ສະໜາມ ລູເມນ ຟິວ (Lumen Field) ເມືອງຊີແອດເທິນ ສະຫະລັດອາເມຣິກາ.