ແອັດສະປາຍ ຄືນຟອມເກັ່ງ ຖະຫຼົ່ມ ຊາອຸ 4-0 ໂອກາດເຂົ້າຮອບສົດໃສ

ທີມຊາດແອັດສະປາຍ (ສະເປນ) ສາມາດກັບຄືນສູ່ຟອມເກັ່ງຂອງຕົນເອງໄດ້ອີກຄັ້ງ ຫຼັງລົງສະໜາມນັດທີສອງໄລ່ຖະຫຼົ່ມ ທີມຊາດຊາອຸດິອາຣັບບີ ໄປແບບຂາດລອຍເຖິງ 4-0 ປະຕູ ເກັບໄຊຊະນະນັດທຳອິດໃນບານໂລກ 2026 ເສັ້ນທາງເຂົ້າຮອບສຸດສົດໃສຂຶ້ນທັນທີ.
ໃນເກມນີ້, ແອັດສະປາຍ ຍິງຂຶ້ນນຳກ່ອນໃນນາທີ ທີ 10, ຈາກການຍິງຂອງ ລາມີນ ຢາມາວ. ຈາກນັ້ນ ມິເກວ ໂອຢາຊາບານ ກໍມາຍິງຄົນດຽວ 2 ປະຕູລວດ ໃນນາທີທີ 21 ແລະ 24 ເຮັດໃຫ້ ຈົບເຄິ່ງເວລາທຳອິດ ແອັດສະປາຍ ນຳຫ່າງ 3-0 ປະຕູ.
ເຂົ້າສູ່ເຄິ່ງເວລາທີ 2 ແອັດສະປາຍ ຍັງຄອງເກມເໜືອກວ່າຢ່າງຈະແຈ້ງ ແລະ ມາໄດ້ປະຕູປິດທ້າຍຕອກຢ້ຳໄຊຊະນະ ຈາກຈັງຫວະທີ່ ມາກ ກູກູເຣຢາ ຍິງແຕ່ຜູ້ຫຼິ້ນຂອງຊາອຸດິອາຣັບບີ ສະກັດເຂົ້າປະຕູຕົວເອງ ສົ່ງໃຫ້ແອັດສະປາຍເອົາຊະນະໄປ 4-0 ປະຕູ ເກັບ 3 ຄະແນນ, ມີເພີ່ມເປັນ 4 ຄະແນນ ຈາກ 2 ນັດ ຂຶ້ນເປັນທີມນຳກຸ່ມ H.
ສ່ວນຊາອຸດິ ອາຣັບບີ ມີ 1 ຄະແນນ ແຕ່ກໍຍັງມີຄວາມຫວັງຈະເຂົ້າຮອບ ເຊິ່ງນັດສຸດທ້າຍຕ້ອງໄປຕັດສິນກັບເຄບເວີດ (Cape Verde) ໃນວັນທີ 27 ມິຖຸນານີ້, ຂະນະທີ່ ແອັດສະປາຍ ຈະພົບກັບ ອູຣູໄກວ ໃນວັນດຽວກັນນີ້.