LXML ສົ່ງເສີມອາຊີບທ້ອງຖິ່ນ ມອບແມ່ພັນງົວພື້ນເມືອງ 19 ໂຕ ໃຫ້ຄອບຄົວດ້ອຍໂອກາດ ເມືອງເຊໂປນ

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ສືບຕໍ່ຍົກລະດັບຄຸນນະພາບຊີວິດ ແລະຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ ດ້ວຍການຈັດພິທີມອບ-ຮັບ ແມ່ພັນງົວພື້ນເມືອງ ຈຳນວນ 19 ໂຕ ໃຫ້ແກ່ 3 ຄອບຄົວດ້ອຍໂອກາດ ໃນ 2 ບ້ານເປົ້າໝາຍ ຄື: ບ້ານລະງີ (ຄຸ້ມລະແຕບ) ແລະ ບ້ານຊຽງຮົ່ມ (ຄຸ້ມປຸ່ງ+ດິນໝໍ້) ເມືອງເຊໂປນ, ແຂວງສະຫວັນນະເຂດ ເຊິ່ງເປັນເຂດບ້ານອ້ອມຂ້າງໂຄງການ ບໍ່ຄຳ-ທອງ ເຊໂປນ ໃນວັນທີ 12 ມິຖຸນາ 2026 ທີ່ຜ່ານມາ.

ພິທີມອບ-ຮັບ ໂຄງການດັ່ງກ່າວ ມີມູນຄ່າທັງໝົດ 117,070,000 ກີບ (ຫຼື ປະມານ 5,300 ໂດລາສະຫະລັດ) ເຂົ້າຮ່ວມເປັນສັກຂີພິຍານຈາກພາກລັດ ນຳໂດຍ ທ່ານ ຈັນທະລາດ ມາໄລຄຳ, ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງເຊໂປນ ເປັນປະທານ; ທ່ານ ອິນທິຍາກອນ ໄຊຍະແສງ, ຮອງຫົວໜ້າຫ້ອງວ່າການເມືອງເຊໂປນ; ທ່ານ ບົວລົມ ກົງທະວົງ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງເຊໂປນ; ຕາງໜ້າໃຫ້ຝ່າຍ ບໍລິສັດ LXML ມອບໂດຍ ທ່ານ ຄຳສີ ຈັນຄຳ, ຮອງຜູ້ຈັດການພະແນກພົວພັນກັບຜູ້ມີສ່ວນຮ່ວມ ແລະ ຊຸມຊົນ ພ້ອມດ້ວຍອົງການຈັດຕັ້ງບ້ານ ແລະ ຄອບຄົວທີ່ໄດ້ຮັບທຶນ ໂຄງການເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການນີ້ມີວັດຖຸປະສົງຫຼັກເພື່ອສົ່ງເສີມ ແລະຊຸກຍູ້ຄຸນນະພາບຊີວິດການເປັນຢູ່ຂອງຄອບຄົວຜູ້ດ້ອຍໂອກາດໂດຍຜ່ານການສະໜັບສະໜູນກິດຈະກຳການລ້ຽງສັດ ເພື່ອສ້າງແຫຼ່ງລາຍຮັບເພີ່ມເຕີມ ແລະ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ແກ່ຄອບຄົວໃນໄລຍະຍາວ. ພ້ອມກັນນັ້ນຍັງເປັນການຊ່ວຍໃຫ້ຄອບຄົວເປົ້າໝາຍສາມາດເພິ່ງພາຕົນເອງໄດ້ຫຼາຍຂຶ້ນ, ອັນເປັນການປະກອບສ່ວນອັນສຳຄັນ ໃນການຫຼຸດຜ່ອນຄວາມທຸກຍາກ ແລະຍົກສູງຄຸນນະພາບຊີວິດຂອງປະຊາຊົນໃນທ້ອງຖິ່ນໃຫ້ດີຂຶ້ນຢ່າງເປັນຮູບປະທຳ.

ການມອບແນວພັນສັດລ້ຽງໃນຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະຄວາມຮ່ວມມືຢ່າງໃກ້ຊິດ ລະຫວ່າງ LXML, ພາກລັດ ແລະຊຸມຊົນ ໃນການຮ່ວມກັນສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຄອບຄົວ ເພື່ອໃຫ້ທ້ອງຖິ່ນສາມາດເຕີບໂຕ ແລະເພິ່ງພາຕົນເອງໄດ້ຢ່າງຍືນຍົງ.