AI ແບບເປີດ(open source AI)ຂອງຈີນໄດ້ຂະຫຍາຍເສັ້ນທາງການພັດທະນາ AI ໃນທົ່ວໂລກໃຫ້ກວ້າງອອກ

ຫວ່າງມໍ່ໆມານີ້, ລັດຖະບານອາເມຣິກາໄດ້ຄຸ້ມຄອງການສົ່ງອອກແບບຈໍາລອງຂອງປັນຍາປະດິດ ຫຼື AI ທີ່ຍອດຍິ່ງ 2 ລຸ້ນຂອງ Anthropic ທີ່ເປັນບໍລິສັດ AI ຂອງອາເມຣິກາ ໂດຍໃຊ້ “ຄວາມໝັ້ນຄົງ” ເປັນຂໍ້ອ້າງ, ຈາກນັ້ນບໍລິສັດດັ່ງກ່າວໄດ້ປິດການບໍລິການທີ່ກ່ຽວຂ້ອງໃນຂອບເຂດທົ່ວໂລກ. ການກະທໍາຂອງອາເມຣິກາທີ່ຈໍາກັດການນໍາໃຊ້ AI ຢ່າງບັງອາດໂດຍບໍ່ຈໍາແນກປະເທດລວມທັງປະເທດພັນທະມິດນັ້ນ ໄດ້ສົ່ງສັນຍານເຕືອນໄພໃຫ້ແກ່ຕະຫຼາດວິທະຍາສາດເຕັກໂນໂລຊີທົ່ວໂລກ.
ເປັນເວລາດົນນານມາແລ້ວທີ່ອາເມຣິກາມັກໃຊ້ເຕັກໂນໂລຊີທີ່ກ້າວໜ້າເປັນໄພ້ຕໍ່ລອງໃນເກມການເມືອງພູມີພາກ. ຈາກເຄື່ອງພິມລີໂທກຣາຟີລະດັບສູງ, ແຜ່ນຊິບປະມວນຂໍ້ມູນຮອດແບບຈໍາລອງຂະໜາດໃຫຍ່ໃນປັດຈຸບັນ, ຂໍພຽງແຕ່ອາເມຣິກາກໍາທ່າແຮງດ້ານເຕັກໂນໂລຊີທີ່ເປັນຂໍກຸນແຈສໍາຄັນໄດ້ ກໍຈະນໍາໃຊ້ມາດຕະການຄຸ້ມຄອງການສົ່ງອອກ ແລະ ການຢຸດການສະໜອງ ຫຼື ການບໍລິການຕາມລໍາພັງໃຈ ເພື່ອຕັດຕ່ອງໂສ້ນະວັດຕະກໍາທົ່ວໂລກດ້ວຍເຈຕະນາ. ສໍາລັບຂໍ້ຫ້າມການສົ່ງອອກແບບຈໍາລອງ Anthropic ຢ່າງບັງອາດໃນຄັ້ງນີ້ກໍມີຈຸດປະສົງຄືດັ່ງກ່າວເຊັ່ນດຽວກັນ. ສໍາລັບຜູ້ຄົ້ນຄວ້າພັດທະນາໃນທົ່ວໂລກ ແລະ ວິສາຫະກິດຂອງປະເທດຕ່າງໆແລ້ວ, ການອາໄສແບບຈໍາລອງແບບປິດກັ້ນຂອງອາເມຣິກາໝາຍຄວາມວ່າການມອບຊີບພະຈອນແຫ່ງນະວັດຕະກໍາໃຫ້ແກ່ຄົນອື່ນ ເຊິ່ງຈະປະເຊີນໜ້າກັບຄວາມສ່ຽງທີ່ຈະຖືກຢຸດການບໍລິການຢ່າງກະທັນຫັນໃນທຸກເວລາ. ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຝຣັ່ງເຫັນວ່ານີ້ເປັນການສົ່ງສັນຍານເຕືອນໄພ, ຂະນະທີ່ທ່ານ ມາກ ຄານີ ນາຍົກລັດຖະມົນຕີການາດາ ໄດ້ທົບທວນຄືນຕໍ່ການອາໄສ AI ຂອງອາເມຣິກາຢ່າງເກີນຂອບເຂດວ່າເປັນການຜິດພາດທາງດ້ານຍຸດທະສາດ, ໃນທີ່ສຸດ, ໂລກໄດ້ເຫັນເຖິງວິກິດການຮ້າຍແຮງທີ່ແຝງຊ້ອນຢູ່ໃນ “ການຜູກຂາດດ້ານເຕັກໂນໂລຊີພຽງຝ່າຍດຽວ”.
ສິ່ງທີ່ຕ່າງກັນກັບການປິດກັ້ນຂອງອາເມຣິກາແບບໜ້າມືເປັນຫຼັງມືນັ້ນແມ່ນທ່າທີຂອງຈີນໃນການເປີດກວ້າງອຸດສາຫະກໍາ AI. ໃນຂະນະທີ່ແບບຈໍາລອງລະດັບສູງຂອງຕ່າງປະເທດຖືກໃຫ້ຢຸດການບໍລິການ, ແບບຈໍາລອງໂອເພັນຊອສ GLM-5.2 ຂອງບໍລິສັດ ຈື້ຜູ້ ຂອງຈີນໄດ້ອະນຸມັດໃຫ້ທົ່ວໂລກນໍາໃຊ້ທາງການຄ້າໂດຍບໍ່ເສຍຄ່າຜ່ານສັນຍາ MIT ທີ່ຜ່ອນຄາຍ, ລະບົບການຄົ້ນຄວ້າພັດທະນາ ແລະ ອະນຸມານຂອງແບບຈໍາລອງດັ່ງກ່າວແມ່ນອີງໃສ່ການປະມວນຜົນຂອງຄອມພີວເຕີຂອງຈີນຮ້ອຍສ່ວນຮ້ອຍ ເຮັດໃຫ້ຫຼຸດພົ້ນອອກຈາກການຜູກມັດຂອງຕ່ອງໂສ້ການສະໜອງຂອງຕ່າງປະເທດ; ຂະນະທີ່ DeepSeek ທີ່ເປັນ AI ຂອງຈີນ ໄດ້ປັບຫຼຸດລາຄາດ້ານ API ເພື່ອສະໜອງການບໍລິການດ້ານແບບຈໍາລອງຂະໜາດໃຫຍ່ທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະ ລາຄາບໍ່ແພງ. AI ຂອງຈີນບໍ່ສະແຫວງ ຫາຜົນກໍາໄລໂດຍຜ່ານການຕັ້ງຂໍ້ຈໍາກັດການນໍາໃຊ້, ຫາກແມ່ນການສະໜອງພື້ນຖານດ້ານເຕັກໂນໂລຊີທີ່ສາມາດຄວບຄຸມດ້ວຍຕົນເອງໄດ້ ກໍຄື ການບໍລິການແບບເປີດກວ້າງທີ່ມີອັດຕາສ່ວນລະຫວ່າງລາຄາກັບປະສິດທິຜົນຢ່າງສູງໃຫ້ແກ່ຜູ້ພັດທະນາໃນທົ່ວໂລກ ໂດຍໄດ້ສົ່ງແນວຄິດການພັດທະນາຂອງຈີນທີ່ວ່າເຕັກໂນໂລຊີອັດສະລິຍະກ້າວໜ້າຄວນໃຫ້ຜົນປະໂຫຍດຢ່າງທົ່ວເຖິງ, ຊົມໃຊ້ຮ່ວມກັນ ແລະ ບໍ່ຄວນຖືກກີດກັ້ນໂດຍກົດລະບຽບຂອງປະເທດໃດໜຶ່ງ ໃຫ້ແກ່ທົ່ວໂລກ.
ອີກດ້ານໜຶ່ງ, ຕະຫຼາດທົ່ວໂລກກໍໄດ້ໃຫ້ຄໍາຕອບດ້ວຍພຶດຕະກໍາຕົວຈິງ. ການນໍາໃຊ້ແບບຈໍາລອງຂະໜາດໃຫຍ່ຂອງຈີນໃນເວທີສາກົນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນວ່າ: ຄວາມສາມາດແຂ່ງຂັນຕົ້ນຕໍບໍ່ພຽງແຕ່ມາຈາກຕົວຊີ້ວັດດ້ານປະສິດທິພາບຕ່າງໆເທົ່ານັ້ນ, ຍິ່ງມາຈາກຄວາມແນ່ນອນທີ່ໝັ້ນທ່ຽງ ແລະ ບໍ່ມີຄວາມສ່ຽງທີ່ຈະຖືກຍຸດຕິການສະໜອງ. ກໍາແພງດ້ານເຕັກໂນໂລຊີທີ່ມາຈາກຮູບແບບປິດກັ້ນຂອງອາເມຣິກາພຽງແຕ່ສາມາດບັນລຸການຜູກຂາດໃນໄລຍະສັ້ນເທົ່ານັ້ນ, ແຕ່ຈະບໍ່ສາມາດປິດກັ້ນກະແສຟອງແຫ່ງການຄົ້ນຄວ້າພັດທະນາດ້ວຍຕົນເອງ ແລະ ການພັດທະນາແບບຫຼາຍເຄົ້າຂອງປະເທດຕ່າງໆໃນໂລກໄດ້. ປັດຈຸບັນ, ປະເທດກໍາລັງພັດທະນາຂອງໂລກສ່ວນໃຫຍ່ພວມເລັ່ງຫັນປ່ຽນຮູບແບບການພັດທະນາສູ່ດີຈີຕອນ, ບັນດາອົງການຄົ້ນຄວ້າວິທະຍາສາດຂະໜາດກາງ ແລະ ຂະໜາດນ້ອຍ, ລວມທັງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍບໍ່ສາມາດແບກຫາບຕົ້ນທຶນທີ່ມີລາຄາສູງຂອງການບໍລິການແບບປິດກັ້ນ, ຢ່າງໃດກໍຕາມ, AI ໂອເພັນຊອສຂອງຈີນພໍດີໄດ້ປັບປຸງຊ່ອງຫວ່າງແບບໃຫ້ຜົນປະໂຫຍດຢ່າງທົ່ວເຖິງໃຫ້ແກ່ອຸດສາຫະກໍາຂອງໂລກ, ທັງເປັນການສະໜອງແຜນສໍາຮອງດ້ານເຕັກໂນໂລຊີທີ່ສາມາດຄວບຄຸມໄດ້ດ້ວຍຕົນເອງໃຫ້ແກ່ປະເທດຕ່າງໆອີກດ້ວຍ.
ຄຸນຄ່າຂອງເຕັກໂນໂລຊີບໍ່ແມ່ນມາຈາກການຜູກຂາດ ແລະ ປັດເຂ່ຍປະເທດອື່ນ, ແຕ່ມາຈາກການເຊື່ອມໂຍງເຂົ້າກັນ ແລະ ການເພີ່ມປະສິດທິພາບ. AI ຂອງຈີນໄດ້ອອກຈາກຫ້ອງທົດລອງ ແລະ ໄດ້ຮັບການປະຕິບັດຕົວຈິງຢູ່ຕ່າງປະເທດມາແຕ່ດົນແລ້ວ ເຊັ່ນ: ເຕັກໂນໂລຊີການລ້ຽງປາແບບອັດສະລິຍະໄດ້ປະກອບສ່ວນເຂົ້າໃນການເພີ່ມຜົນຜະລິດຂອງຂະແໜງການປະມົງຢູ່ອາຊີຕາເວັນອອກສຽງໃຕ້, ລະບົບການແປຫຼາຍພາສາໄດ້ທັບມ້າງກໍາແພງດ້ານການສື່ສານໃນການກູ້ໄພຂ້າມປະເທດ, ການປະຍຸກໃຊ້ AI ໃນຊີວິດການເປັນຢູ່ຂອງປະຊາຊົນທີ່ນັບບໍ່ຖ້ວນໄດ້ພິສູດຄວາມໝາຍຕົວຈິງຂອງວິທະຍາສາດເຕັກໂນໂລຊີແບບເປີດກວ້າງ. ເມື່ອປະເຊີນໜ້າກັບສະພາບໃນປັດຈຸບັນທີ່ການຟື້ນຕົວຂອງເສດຖະກິດໂລກຂາດແຮງຂັບເຄື່ອນ ແລະ ຊ່ອງຫວ່າງດ້ານດີຈີຕອນພົ້ນເດັ່ນຂຶ້ນ, ການປິດກັ້ນ ແລະ ກົດໜີບຮັດມີແຕ່ຈະເລັ່ງຕັດຕ່ອງໂສ້ເຕັກໂນໂລຊີເທົ່ານັ້ນ, ມີພຽງແຕ່ການສ້າງ ແລະ ຊົມໃຊ້ຮ່ວມກັນເທົ່ານັ້ນຈຶ່ງຈະສາມາດປົດປ່ອຍຜົນປະໂຫຍດແຫ່ງການພັດທະນາຂອງ AI ໄດ້ຢ່າງເຕັມທີ່.
ການທີ່ອາເມຣິກາອອກມາດຕະການຄຸ້ມຄອງການສົ່ງອອກດ້ານເຕັກໂນໂລຊີຢ່າງຕໍ່ເນື່ອງ, ຍິ່ງເປັນການຊຸກຍູ້ໃຫ້ທົ່ວໂລກເລັ່ງສ້າງສະພາບແວດລ້ອມດ້ານເຕັກໂນໂລຊີແບບຫຼາຍເຄົ້າ, ເປັນເຈົ້າຕົນເອງ ແລະ ປອດໄພ. ຈີນຍຶດໝັ້ນໃນເສັ້ນທາງການພັດທະນາແບບເປີດກວ້າງ, ກວມລວມ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດ AI ຢ່າງສະເໝີຕົ້ນສະເໝີປາຍ, ລວມເຖິງການປັບປຸງຕ່ອງໂສ້ອຸດສາຫະກໍາທີ່ເປັນຂອງຕົນເອງຢ່າງຕໍ່ເນື່ອງ ແລະ ແບ່ງປັນເຕັກໂນໂລຊີໂອເພັນຊອສໃຫ້ແກ່ທົ່ວໂລກຢ່າງຕໍ່ເນື່ອງ ໂດຍໄດ້ສະໜອງທາງເລືອກໃໝ່ໃຫ້ແກ່ໂລກດ້ວຍເຕັກໂນໂລຊີທີ່ໝັ້ນທ່ຽງ ແລະ ໜ້າເຊື່ອຖື. ເມື່ອເບິ່ງໄປໃນໄລຍະຍາວ, ການປະຖິ້ມແນວຄິດເຈົ້າອໍານາດດ້ານເຕັກໂນໂລຊີ, ຮ່ວມມືກັນສ້າງເຄືອຂ່າຍນະວັດຕະກໍາດ້ານ AI ທົ່ວໂລກທີ່ບໍ່ມີກໍາແພງ ແລະ ການພັດທະນາຮ່ວມກັນ ຈຶ່ງແມ່ນເສັ້ນທາງທີ່ຖືກຕ້ອງພຽງຢ່າງດຽວທີ່ເຮັດໃຫ້ອຸດສາຫະກໍາ AI ສາມາດກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ ແລະ ຍາວນານ.