ປກສ ເມືອງຫົວເມືອງ ກັກຕົວເປົ້າໝາຍຄ້າ - ຂາຍ, ຢາເສບຕິດ 4 ລາຍ

ປກສ ເມືອງຫົວເມືອງ ກັກຕົວເປົ້າໝາຍຄ້າ - ຂາຍ, ຢາເສບຕິດ 4 ລາຍ ພ້ອມຂອງກາງຢາບ້າຈໍານວນ 2.985 ເມັດ, ຢາຝິ່ນ 3 ຫໍ່ນ້ອຍ
.
ລະຫວ່າງກາງເດືອນ ມີຖຸນາ 2026 ຜ່ານມານີ້,ກອງບັນຊາການ ປກສ ເມືອງຫົວເມືອງ,ແຂວງຫົວພັນ, ໄດ້ກັກຕົວເປົ້າໝາຍເຄື່ອນໄຫວຄ້າ - ຂາຍຢາເສບຕິດ 4 ລາຍຄື: ລາຍທີ 1 ທ້າວ ເຢວ່າງ ອາຍຸ 29 ປີ ປະຊາຊົນ ບ້ານ ຫ້ວຍຫູ້, ເມືອງຫົວເມືອງ, ແຂວງຫົວພັນ, ພ້ອມຂອງກາງຢາເສບຕິດປະເພດຢາບ້າຈຳນວນ 9 ເມັດ, 2 ທ້າວ ຊີຢີຢ່າງ ອາຍຸ 47 ປີ ປະຊາຊົນ, ທັງສອງຢູ່ບ້ານຫ້ວຍຫູ້, ເມືອງຫົວເມືອງ, ແຂວງຫົວພັນ, ພ້ອມດ້ວຍຂອງກາງຢາເສບຕິດປະເພດຢາບ້າຈຳນວນ 2.180 ເມັດ ແລະ ຢາຝິ່ນ 3 ຫໍ່ນ້ອຍ, 3 ນາງ ສົມສັກ (ວາດ) ອາຍຸ 55 ປີ, ປະຊາຊົນ, ບ້ານປ່າ, ເມືອງຫົວເມືອງ, ແຂວງຫົວພັນ, ພ້ອມຂອງກາງຢາເສບຕິດປະເພດຢາບ້າຈຳນວນ 672 ເມັດ ແລະ 4 ທ້າວ ຍົງຕົວ ອາຍຸ 46 ປີ, ປະຊາຊົນ, ບ້ານອຸໄທ ເມືອງຫົວເມືອງ, ແຂວງຫົວພັນ,ພ້ອມຂອງກາງຢາເສບຕິດປະເພດຢາບ້າຈຳນວນ 124 ເມັດ. ຈາກນັ້ນ ປກສ ເມືອງຫົວເມືອງ, ຈິ່ງນຳຕົວພວກກ່ຽວທັງ 4ມາສືບສວນ-ສອບສວນ, ຜ່ານການສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າ ຢາເສບຕິດຈໍານວນດັ່ງກ່າວແມ່ນຂອງພວກກ່ຽວແທ້, ດັ່ງນັ້ນເຈົ້າໜ້າທີ່ເມືອງຫົວເມືອງຈື່ງໄດ້ສົ່ງຕົວພວກກ່ຽວໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ,ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ພາບ-ຂ່າວ ປກສ ເມືອງຫົວເມືອງ