ອົດສະຕຣາລີ ຈະສະໜັບສະໜູນ ສປປ ລາວ ບັນລຸເປົ້າໝາຍດ້ານເສດຖະກິດ ຜ່ານຂອບການຮ່ວມມືຮອບດ້ານ

ເມື່ອບໍ່ດົນມານີ້, ທ່ານ ເມແກນ ຈອນສ໌ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາລາວ ໄດ້ເຂົ້າຢ້ຽມພົບປະກັບ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ຜູ້ປະຈໍາການລັດຖະບານ, ເພື່ອປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ແລະ ຊອກຊ່ອງທາງ ເພື່ອເຮັດໃຫ້ສາຍພົວພັນການຮ່ວມມື ລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ ກ້າວສູ່ລວງເລິກ.
ໂອກາດນີ້, ທ່ານ ເມແກນ ຈອນສ໌ ສະແດງຄວາມຊົມເຊີຍຕໍ່ ທ່ານ ສະເຫລີມໄຊ ກົມມະສິດ ທີ່ທ່ານໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ແລະ ຂອບໃຈທີ່ທ່ານໄດ້ໃຫ້ການສະໜັບສະໜູນສາຍພົວພັນການຮ່ວມມືລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ. ພ້ອມທັງໄດ້ຍືນຢັນເຖິງຄຳໜັ້ນສັນຍາຂອງອົດສະຕຣາລີ ທີ່ຈະສະໜັບສະໜູນການເຕີບໂຕເສດຖະກິດ ແລະ ການພັດທະນາແບບຍືນຍົງຂອງ ສປປ ລາວ ໂດຍຜ່ານການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ໂຄງການພັດທະນາເສດຖະກິດ ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນກ່ຽວກັບບຸລິມະສິດຂອງລັດຖະບານລາວ ໃນການດຶງດູດການລົງທຶນເຂົ້າມາໃນ ສປປ ລາວ ໃຫ້ຫລາຍຂຶ້ນ ເພື່ອຂັບເຄື່ອນການພັດທະນາເສດຖະກິດ ແລະ ຍົກໃຫ້ເຫັນໂດຍສັງເຂບເຖິງຄວາມພະຍາຍາມຂອງລັດຖະບານ ເພື່ອພັດທະນາປະເທດຊາດພາຍໃຕ້ແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ (NESDP). ພ້ອມທັງສະແດງຄວາມຍິນດີຕໍ່ກັບຄຳໜັ້ນສັນຍາຂອງອົດສະຕຣາລີ ໃນການສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ເພື່ອຂະຫຍາຍໂອກາດການລົງທຶນໃນປະເທດ ແລະ ສະແດງຄວາມຂອບໃຈທີ່ອົດສະຕຣາລີ ໃຫ້ການສະໜັບສະໜູນການສ້າງສະພາບແວດລ້ອມ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບສູງ ແລະ ຍືນຍົງ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ຜ່ານໂຄງການພັດທະນາເສດຖະກິດ ແລະ ສັງຄົມຂອງອົດສະຕຣາລີໃນ ສປປ ລາວ, ອະນຸພາກພື້ນແມ່ນໍ້າຂອງ ແລະ ປະເທດຄູ່ຮ່ວມງານອາຊຽນ.
ຂໍ້ມູນ-ພາບ: ສະຖານທູດອົດສະຕຣາລີ ປະຈໍາລາວ