ຄະນະພັກໂຄສະນາ ນໍາພາສະມາຊິກ ດຳເນີນຊີວິດການເມືອງ

ຄະນະພັກໂຄສະນາ ໄດ້ເຮັດໜ້າທີ່ຕາມພາລະບົດບາດ ມີຜົນສໍາເລັດຕາມລະດັບຄາດໝາຍ ເຊິ່ງສະແດງອອກໃນການຕີລາຄາຜົນງານການເຄື່ອນໄຫວ ມາຮອດເດືອນ ມິຖຸນາ 2026 ໂດຍສະຫາຍ ບຸນທົງ ຖິ່ນດອນໂຂງ ຮອງເລຂາ ໜ່ວຍພັກ ໄດ້ນໍາພາສະມາຊິກພັກ ດຳເນີນຊີວິດການເມືອງ ປະຈໍາເດືອນ ໃນວັນທີ 22 ແລະ ລາຍ ງານຜົນການນໍາພາ-ຊີ້ນໍາວຽກງານ.
ໂດຍຜົນງານການນໍາພາ ທາງດ້ານການເມືອງ-ແນວຄິດ ແມ່ນໄດ້ປະຕິບັດຕາມທິດຊີ້ນໍາ ແລະ ແຈ້ງການ ຂອງຄະນະໂຄສະນາອົບຮົມສູນກາງພັກ ໃນການຈັດຕັ້ງເຊື່ອມຊຶມບັນດາເອກະສານ, ມູນເຊື້ອສໍາຄັນຕ່າງໆໃນແຕ່ລະເດືອນ; ນອກນັ້ນ ກໍໄດ້ນໍາເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ມາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ເຂົ້າ ໃຈ ຜັນຂະຫຍາຍສອດຄ່ອງເຂົ້າໃນໜ້າທີ່ວຽກງານຂອງຕົນ; ໃນດ້ານການນໍາພາປະຕິບັດວຽກງານວິຊາສະເພາະໂດຍແຕ່ລະຂະແໜງການຄື: ຂະແໜງບໍລິຫານ, ຂະແໜງໂຄສະນາ-ປາຖະກະຖາ, ຂະແໜງສັງລວມຂໍ້ມູນຂ່າວສານ; ຂະແໜງອົບຮົມ, ຂະແໜງສື່ມວນຊົນ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເຕັມກຳລັງ ເຫັນໄດ້ວ່າ: ແຜນການວາງໄວ້ໃນເດືອນ ສ່ວນໃຫຍ່ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.
ໃນການດໍາເນີນຊີວິດການເມືອງນີ້, ຄະນະພັກໂຄສະນາ ຍັງໄດ້ມອບປື້ມກົດລະ ບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ໃຫ້ສະມາຊິກພັກ ໄດ້ສຶກສາ ຄົ້ນຄວ້າບັນດາເນື້ອໃນພື້ນຖານ ກ່ຽວກັບພັກປະຊາຊົນ ປະຕິວັດລາວ ທີ່ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເຊິ່ງມີການກໍ່ສ້າງ ແລະ ປັບປຸງຕົນເອງ ຕາມ 5 ຫຼັກການ, 3 ທິດ ນໍາ.