ຕາມຮ່ອງຮອຍປະຫວັດສາດເສັ້ນທາງໂຮ່ຈີ່ມິງ, ລົດຕັງ-ລົດຊາ ບ້ານຕະຫລຸງ ເມືອງນອງ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນອາທິດທີ່ຜ່ານມານີ້, ທ່ານ ບົວລົມ ອິນທີທະວົງ ປະທານປົກຄອງ ເມືອງນອງ ແຂວງສະຫວັນນະເຂດ, ທ່ານ ວໍລະຈິດ ສີປະເສີດ ຮອງຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລົງສຳຫລວດແຫລ່ງທ່ອງທ່ຽວ ທາງປະຫວັດສາດ ພ້ອມທັງອະນຸລັກຮັກສາວັດຖຸພັນ ຕິດພັນກັບການປົກປັກຮັກສາທຳມະຊາດທີ່ສວຍງາມ ທີ່ບ້ານຕະຫລຸງ. ທັງນີ້ກໍເພື່ອໃຫ້ທິດຊີ້ນຳ ຕໍ່ກັບແຜນການໃນຕໍ່ໜ້າທີ່ຈະກຳນົດເອົາບ້ານຕະຫລຸງ ເປັນແຫລ່ງທ່ອງທ່ຽວ ທາງທຳມະຊາດ ຕິດພັນກັບແຫລ່ງທ່ອງທ່ຽວທາງປະຫວັດສາດ ເປັນຕົ້ນ ເສັ້ນທາງຍຸດທະສາດທີ່ສຳຄັນໃນການປົດປ່ອຍ ພາກໃຕ້ຂອງຫວຽດນາມນັ້ນກໍແມ່ນເສັ້ນທາງໂຮ່ຈີ່ມິງ ບວກກັບເປັນເສັ້ນທາງຜ່ານບ້ານ ຕະຫລຸງອອກສູ່ບ້ານຈອນລະວຽງ ຊາຍແດນ ເມືອງຕະໂອ້ຍ ແຂວງ ສາລະວັນ, ຊຶ່ງສະຖານທີ່ແຫ່ງນີ້ເຄີຍເປັນສະຖານທີ່ຕໍ່ສູ້ ຕີສັດຕູ ຂອງສອງຊາດລາວ-ຫວຽດນາມໃນເມື່ອກ່ອນ ຕິດພັນກັບທຳມະຊາດທີ່ສວຍງາມ ໂດຍມີປ່າໄມ້ສີຂຽວປົກຫຸ້ມເນື່ອງຈາກເປັນບ້ານທີ່ຕັ້ງຢູ່ລຽບຕາມປ່າສະຫງວນແຫ່ງຊາດ ດົງພູວຽງ, ຊຶ່ງມີຕົ້ນໄມ້ນ້ອຍໃຫຍ່ຊີວະນາໆພັນ ແລະ ຍັງມີສັດປ່າບາງປະເພດທີ່ອາໃສຢູ່ ລຽບຕາມສາຍພູ ດັ່ງນັ້ນຈຶ່ງຫ້າມບໍ່ໃຫ້ມີການບຸກລຸກເນື້ອທີ່ປ່າ ເປັນຕົ້ນ ການຂະຫຍາຍພື້ນທີ່ການຜະລິດ ຂອງພໍ່ແມ່ປະຊາຊົນ ແລະ ໃຫ້ທາງພາກສ່ວນທີ່ກ່ຽວຂ້ອງລົງກຳນົດ ແລະ ຈັດສັນເນື້ອທີ່ໃນການຜະລິດເພື່ອບໍ່ໃຫ້ມີການຖາງປ່າແບບຊະຊາຍ.
ນອກຈາກນີ້, ຍັງມີວັດຖຸພັນທີ່ຍັງຫລົງເຫລືອໃຫ້ເຫັນຄື: ລົດຕັງ ຈຳນວນ 1 ຄັນ, ລົດຕັງ-ລົດຊາ ເປັນຍານພາຫະນະ ຫຸ້ມເກາະ, ເປັນລົດລຳລຽງພົນ ທີ່ກອງທັບປະຊາຊົນຫວຽດນາມ ແລະ ກອງທັບປົດປ່ອຍປະຊາຊົນລາວ ນຳໃຊ້ເຂົ້າໃນການປ້ອງກັນ ແລະ ລຳລຽງຍຸດໂທປະກອນ ຕາມເສັ້ນທາງຍຸດທະສາດໂຮ່ຈີ່ມິງ, ເສັ້ນທາງເຈືອງເຊີນ ໃນປາງສົງຄາມ ໂດຍໄດ້ມອບໃຫ້ອຳນາດການປົກຄອງບ້ານປົກປັກຮັກສາວັດຖຸພັນດັ່ງກ່າວໄວ້ ໃຫ້ຢູ່ໃນສະພາບເດີມ ຫ້າມບໍ່ໃຫ້ມີການມ້າງ ຫລື ທຳລາຍ ແຕ່ຢ່າງໃດ ແລະ ຈະໄດ້ກຳນົດຂອບເຂດສະຖານທີ່ບໍລິເວນພື້ນທີ່ ຂອງລົດຕັງ-ລົດຊາ ຢ່າງລະອຽດເນື່ອງຈາກປັດຈຸບັນເປັນດິນສວນຂອງປະຊາຊົນ.