ພະແນກກະສິກໍາ ແລະສິ່ງແວດລ້ອມຫລວງນ້ຳທາ ຊຸກຍູ້ຂະບວນການຜະລິດລະດູຝົນ ຢູ່ເມືອງສິງ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ການນໍາຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫລວງນ້ຳທາ, ເມືອງພ້ອມດ້ວຍທີມງານລົງຊຸກຍູ້ຂະບວນການຜະລິດລະດຸຝົນປີ 2026 ທີ່ເມືອງສິງ ໂດຍມີທ່ານ ຄໍາກ້ຽງແກ້ວ ແກ້ວປະເສີດ ຮອງປະທານຄະນະກໍາປົກຄອງເມືອງສິງ, ທ່ານ ສອນໄຊ ອຸດົມ ຮອງຫົວໜ້າພະພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຫລວງນໍ້າທາ ພ້ອມດ້ວຍຂະແໜງການ, ຫ້ອງການ ແລະ ພະນັກງານພາຍໃນຫ້ອງການເຂົ້າຮ່ວມ.
 
ທ່ານ ສຸດໃຈ ໄຊອີນພອນ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງສິງ ໄດ້ລາຍງານວຽກງານກະສິກໍາ ແລະ ສິ່ງແວດລ້ອມໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ຊຶ່ງເມືອງສິງມີເນື້ອທີ່ 178.900 ເຮັກຕາ, ມີ 4 ຕາແສງ, ມີ 93 ບ້ານ, ພົນລະເມືອງມີ 47.380 ຄົນ, ຍິງ 23.639 ຄົນ, ມີ 11.046 ຄອບຄົວ, 9.443 ຄົວເຮືອນ ໃນນັ້ນ, ມີບ້ານທຸກຍາກ 8 ບ້ານ, ຄົວເຮືອນທຸກຍາກ 181 ຄົວເຮືອນ, ມີ 14 ເຜົ່າຊົນ, ທົ່ວເມືອງມີເນື້ອທີ່ປູກເຂົ້າ 2.056 ເຮັກຕາ, ເຂົ້ານາປີ 1.921 ເຮັກຕາ, ປັດຈຸບັນຕົກກ້າສໍາເລັດ 85%, ໄຖຮູດ 50%, ເຂົ້າໄຮ່ 135 ເຮັກຕາຄາດຄະເນຜົນຜະລິດລວມ 9.271 ໂຕນ, ສາລີ 15 ເຮັກຕາ, ຜົນຜະລິດ 90 ໂຕນ, ພືດຕະກຸນຖົ່ວ 2 ເຮັກຕາ, ຜົນຜະລິດ 90 ໂຕນ, ພືດຜັກຕ່າງໆ 251 ເຮັກຕາ, ຜົນຜະລິດ 1.750 ໂຕນ, ໝາກອຶຢູ່ເຂດມອມ 47 ເຮັກຕາ, ຜົນຜະລິດໄດ້ 846 ໂຕນ (ສົ່ງອອກໄປ ສປ ຈີນ), ການສົ່ງຜົນຜະລິດອ້ອຍປ້ອນໂຮງງານນໍ້າຕານເມືອງພຸງ ເນື້ອທີ່ 7.021 ເຮັກຕາ, 45 ບ້ານ, 2.771 ຄອບຄົວ ປັດຈຸບັນຕັດສໍາເລັດ 100%, ຜົນຜະລິດລວມ 620.307 ໂຕນ, ມີເນື້ອທີ່ຢາງພາລາ 11.423 ເຮັກຕາໃນນີ້ມີເນື້ອທີ່ປາດ 10.201 ເຮັກຕາ, ໄລຍະປາດເອົາຜົນຜະລິດສະເລ່ຍ 2,26 ໂຕນຕໍ່ເຮັກຕາ ມາຮອດປັດຈຸບັນຜົນຜະລິດໄດ້ 2.882 ໂຕນ ລວມມູນຄ່າ 57,6 ຕື້ກວ່າກີບ.
 
ນອກຈາກນີ້, ຍັງໄດ້ລ້ຽງສັດນ້ອຍ-ໃຫຍ່ສັດປະເພດຕ່າງໆ ກາຍເປັນສິນຄ້າ ແລະ ຊື້ຂາຍປ້ອນຕະຫລາດພາຍໃນເມືອງ, ລາຍງານກ່ຽວກັບວຽກຊົນລະປະທານ ແລະ ໂຄງການ ຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ພາກເໜືອ ຂອງ ສປປ ລາວ.
 
ໂອກາດນີ້, ຜູ້ເຂົ້າຮ່ວມທຸກພາກສ່ວນຍັງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຜົນຜະລິດລະດູຝົນປີ 2026 ນີ້ໃຫ້ໄດ້ຮັບໝາກຜົນດີ ເນື່ອງໃນໂອກາດການນໍາຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ລົງຊຸກຍູ້ຂະບວນການຜະລິດລະດູຝົນໃນປີນີ້ໄດ້ນໍາເອົາເງິນ 15 ລ້ານກີບ ມອບໃຫ້ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງສິງ ເພື່ອນໍາເອົາເງິນໄປຊຸກຍູ້ຂະບວນການຜະລິດລະດູຝົນປີ 2026. ພ້ອມດຽວກັນນີ້, ຄະນະທີມງານຂອງແຂວງ, ເມືອງຍັງໄດ້ລົງໄປຢຽມຢາມສະຖານທີ່ທໍາການຜະລິດປູກເຂົ້ານາປີ, ໄປໂຮງງານຜະລິດປຸ໋ຍກາຊີ້ງນົງ ສປປ ລາວ ແລະ ຢ້ຽມຢາມຊຸກຍູ້ໂຮງງານປຸງແຕ່ງຢາງພາລາບໍລິສັດຄໍາເປົ້າຢູ່ບ້ານຕາປ່າວ-ດອນປ່ອຍຕືມອີກ.
ຂ່າວ: ກີ່ງແກ້ວ ເສົາຈັນຖາ