.

ໄລຍະ 2 ປີ ແຂວງສາລະວັນ ສາມາດມ້າງຄະດີຢາເສບຕິດໄດ້ 285 ເລື່ອງ, ຢຶດຢາບ້າເກືອບ 7 ແສນເມັດ ແລະ ປະຫານຊີວິດ ຜູ້ກະທໍາຜິດ 6 ເລື່ອງ
.
ທ່ານ ພົນຈັດຕະວາ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງສາລະວັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຈັດຂື້ນໃນວັນທີ 23 ມິຖຸນາ 2026 ຢູ່ທີ່ສະໂມສອນແຂວງ ມີບາງຕອນທ່ານໄດ້ລາຍງານວ່າ: ແຂວງສາລະວັນ ແມ່ນໜື່ງທີ່ນອນຢູ່ບັນດາແຂວງພາກໃຕ້ຂອງລາວ, ມີເສັ້ນຊາຍແດນຕິດກັບ 2 ປະເທດ ຄື: ທິດຕາເວັນອອກຕິດກັບ ສສ ຫວຽດນາມ (ແຂວງກວາງຈິ, ເທື່ອທຽນເຫ໋ວ), ມີຊາຍແດນຮ່ວມກັນ 170 ກວ່າກິໂລແມັດ, ທິດຕາເວັນຕົກຕິດກັບຣາຊະນາຈັກໄທ (ຈັງຫວັດອຸບົນລາດຊະທານີ) ໂດຍມີແມ່ນໍ້າຂອງເປັນເສັ້ນຊາຍແດນ ມີຄວາມຍາວປະມານ 90 ກິໂລແມັດ, ທິດເໜືອເໜືອ ຕິດກັບແຂວງສະຫວັນນະເຂດ, ທິດໃຕ້ຕິດກັບ ແຂວງຈໍາປາສັກ, ແຂວງເຊກອງ. ໃນໄລຍະ 2 ປີ ຜ່ານມາ ໄດ້ເກັບກຳຂໍ້ມູນບັນດາເປົ້າໝາຍທີ່ພົວພັນກັບສິ່ງເສບຕິດຮ່ວມກັບກອງບັນຊາການ ປກສ 8 ຕົວເມືອງ, ອົງການປົກຄອງບ້ານ, ເປັນຕົ້ນ: ໄດ້ຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດ ທັງໝົດ 7.375 ຄົນ, ຍິງ 1.321 ຄົນ; ເປົ້າໝາຍເສບຢາເສບຕິດ ທັງໝົດ 6.064 ຄົນ, ຍິງ 1.168 ຄົນ; ເປົ້າໝາຍ ຄ້າ-ຂາຍຢາເສບຕິດ ມີທັງໝົດ 1.192 ຄົນ, ຍິງ 153 ຄົນ. ຜ່ານການກວດກາຕົວຈິງເມື່ອທຽບໃສ່ ໄລຍະທີ 1 (2021-2023), ເຫັນໄດ້ວ່າ: ເປົ້າໝາຍທີ່ພົວພັນຢາເສບຕິດຫຼຸດລົງ 4.137 ຄົນ ເທົ່າກັບ 35,93% ນອກຈານີ້ ຍັງໄດ້ຂື້ນບັນຊີເປົ້າໝາຍພື້ນທີ່ຫຼໍ່ແຫຼມມີ 18 ຈຸດ, ເຊິ່ງໄລຍະຜ່ານມາ ສາມາດແກ້ໄຂໄດ້ 8 ຈຸດ, ຍັງຄ້າງ 10 ຈຸດ; ຂື້ນບັນຊີຈຸດມົ້ວສຸມ ຮ້ານບັນເທີງ 100 ຮ້ານ, ຮ້ານເກມ 22 ຮ້ານ, ຮ້ານ ສະນຸກເກີ້ 16 ຮ້ານ ແລະ ຫ້ອງແຖວ 62 ແຫ່ງ.
ມ້າງຄະດີຢາເສບຕິດທັງໝົດຈໍານວນ 285 ເລື່ອງ, ຕ້ອງຫາຈໍານວນ 413 ຄົນ, ຍິງ 18 ຄົນ, ໃນນັ້ນເດັ່ນ ກວ່າໝູ່ແມ່ນໂທດປະຫານຊີວິດມີ 6 ເລື່ອງ, ນັກໂທດ 6 ຄົນ ແລະ ຕັດອິດສະລະພາບຕະຫຼອດຊີວິດມີ 9 ຄົນ, ຢຶດຂອງກາງຢາບ້າໄດ້ 694,863 ເມັດ, ຢາໄອສ໌ 203 ກິໂລ 16 ຖົງນ້ອຍ, ຢາເຄ 99 ກິໂລກັບ 02 ຖົງນ້ອຍ, ຄໍ ລະເຈັນ 179 ຊ່ອງ, ຢາສູບໄຟ້າ 191 ອັນ, ນໍ້າຢາດີຫວັດເດັກນ້ອຍ (ປະສົມນໍ້າກະທ້ອມ) 263 ຂວດ, ເຮໂຣອິນ 101 ແຫ່ງ, ໃບກະທ້ອມ 40 ກິໂລ. ປືນແກັບ 07 ກະບອກ, ປືນເລົ່າແກັບ 02 ກະບອກ. ງາວ 06 ອັນ, ໂທລະສັບ 358 ໜ່ວຍ, ລົດຈັກ 91 ຄັນ, ລົດໃຫ່ຍ 17 ຄັນ, ເງິນກີບ 315,666,000 ກີບ, ເງິນບາດ 436,000ບາດ, ເງິນ ຄັ້ງ 10,000 ຄັ້ງ, ເງິນຢວນ 150 ຢວນ, ເງິນໂດລາ 467 ໂດລາ, ວັດຖຸສີເຫຼືອງຄ້າຍຄືຄໍາ 20 ບາດ, 2 ຫຸ່ນ.