ປະຊາຊົນສະເໜີໃຫ້ແກ້ໄຂ ຮ່ອງຊົນລະປະທານ ລາຄາໄຟຟ້າແພງ

ວັນທີ 20 ມິຖຸນາ 2026 ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາ ຊົນ ນະຄອນຫຼວງວຽງຈັນ ຊຸດທີ V ເຂດເມືອງຫາດຊາຍຟອງ ໄດ້ຮ່ວມລົງພົບປະກັບຜູ້ມີສິດເລືອກຕັ້ງຈໍານວນ 8 ບ້ານໃນ ກຸ່ມ 6 ທ່າພະ ແລະ ກຸ່ມ 7 ສິມມະໂນ ຢູ່ທີ່ຫ້ອງການບ້ານສິມມະໂນ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງ ສສຊ ຊຸດທີ X ແລະ ສສ.ນວ ຊຸດທີ V ເຊີ່ງນໍາພາໂດຍ ທ່ານ ສົມສະຫວາດ ກົມໄຊຊະນະ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ສສ.ນວ ຊຸດທີ V ເຂດເມືອງຫາດຊາຍຟອງ ໂດຍການຕ້ອນຮັບຂອງ ທ່ານ ພັທ ຫຼອນລ້າ ບາສີວົງ ຫົວໜ້າກອງບັນຊາການທະຫານເມືອງຫາດຊາຍຟອງ ຜູ້ຊີ້ນໍາກຸ່ມ 6-7 ສີມມະໂນ ພ້ອມດ້ວຍຄະນະພະນັກງານກໍ່ສ້າງຮາກຖານການເມືອງ ການຈັດຕັ້ງບ້ານ ແລະ ປະຊາຊົນເຂົ້າຮ່ວມຮັບຟັງ.

ໃນໂອກາດຂອງການລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມ ທັງ 2 ສະພາ ຄັ້ງ ກໍ່ຍັງໄດ້ຮັບຟັງການລາຍງານໃຫ້ຮູ້ຕໍ່ສະພາບລວມໂດຍຕ່າງໆຢູ່ພາຍໃນກຸ່ມ ເຊີ່ງປັດຈຸບັນແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຂັ້ນເທີງໃນການກະ ກຽມ ຄວາມພ້ອມເພື່ອປະກາດສ້າງຕັ້ງຕາແສງ ພ້ອມນີ້ທ່ານສະມາຊິກສະພາ ສສຊ ແລະ ສສ ນ.ວ ກໍໄດ້ພ້ອມກັນນໍາສະເໜີເຜີຍແຜ່ຕໍ່ກັບບັນດາເນື້ອໃນ ແລະ ຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາທັງ 2 ທີ່ໄດ້ພິຈາລະນາຮັບຮອງເອົາບັນດາວຽກງານສໍາຄັນຢູ່ໃນແຕ່ລະຂົງເຂດເປັນຕົ້ນຂົງເຂດຂອງສະພາແຫ່ງຊາດຂົງເຂດຂອງລັດຖະບານ ຂົງເຂດຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຂົງເຂດຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ແລະ ຜົນສໍາເລັດຂອງການເລືອກຕັ້ງແມ່ນ ຢັ້ງຢືນເອົາຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງບັນດາຕໍາແໜ່ງທີ່ສໍາຄັນຂອງລັດ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງອົງການອໍານາດລັດ ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກ ງານ 5 ປີ ແລະ ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດ ໝາຍ 5 ປີ 2026-2030 ຂອງສະພາແຫ່ງຊາດຊຸດທີ X ພ້ອມທັງໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດຖະບານ 2026-2030 ສ່ວນສະພາປະຊາຊົນ ນະຄອນຫຼວງວຽງຈັນ ກໍ່ໄດ້ຮັບຮອງເອົາຜົນການເລືອກຕັ້ງ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນ ຊຸດທີ V ແລະ ກໍ່ໄດ້ດໍາເນີນການເລືອກຕັ້ງຕໍາແໜ່ງສໍາຄັນຕ່າງໆຂອງອົງການອໍານາດລັດ ຂັ້ນນະຄອນຫຼວງວຽງຈັນ ພ້ອມທັງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ X ຂອງນະຄອນຫຼວງວຽງ ຈັນ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ 2026- 2030 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ແລະ ຮັບຮອງເອົາບັນຫາສໍາຄັນອື່ນໆຂອງນະຄອນຫຼວງວຽງຈັນອີກດ້ວຍ.

ຈາກນັ້ນ ປະຊາຊົນຍັງໃຫ້ຄວາມສົນໃຈ ແລະ ນໍາສະເໜີບັນຫາຕ່າງໆຕໍ່ ສສສຊ ແລະ ສສ.ນວ ແລະ ຊ່ວຍໃຫ້ແກ້ໄຂ ເປັນຕົ້ນບັນຫາຊົນລະປະທານເກົ່າໄດ້ຖືກອັດຕັນ ນໍ້າບໍ່ໄຫຼໄຟຟ້າທີ່ມີລາຄາແພງຂຶ້ນແກ້ໄຂຄູປ້ອງກັນນໍ້າຖ້ວມບັນຫາຂອງຊາວນາຜົນຜະລິດເຂົ້າລາຄາຖືກແຕ່ລາປຸ໋ຍຄ່າລົດໄຖພັດແພງ ບັນຫານໍ້າຖ້ວມອັ່ງຂັງ ແລະອື່ນໆ ທີ່ໄດ້ຖືກນໍາສະເໜີຕໍ່ ສສຊ ແລະ ສສ.ນວ ແມ່ນຢາກໃຫ້ຊ່ວຍແກ້ໄຂຢ່າງຈິງຈັງເພາະບັນຫາດັ່ງກ່າວແມ່ນໄດ້ສະເໜີມາຫຼາຍຄັ້ງແລ້ວແຕ່ກໍ່ຍັງບໍ່ໄດ້ຮັບການແກ້ໄຂ.
..
ຂໍ້ມູນ ວຽງຈັນໃໝ່