5 ແຂວງພາກເໜືອ ປຶກສາຫາລື ຮັດແໜ້ນການຮ່ວມມື ລາວ-ຈີນ

ສະຖານກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມທາງໄກ ເພື່ອທົບທວນການຮ່ວມມື ຮ່ວມກັບ 5 ແຂວງພາກເໜືອຂອງລາວ ເຊິ່ງປະກອບມີ: ແຂວງຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫຼວງນໍ້າທາ, ໃນວັນທີ 22 ມິຖຸນາຜ່ານມາ ໂດຍເປັນປະທານຂອງ ທ່ານ ຈ່າງ ເສີ ຜິງ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຈ່າງ ເສີ ຜິງ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມື ລະຫວ່າງ ສອງພັກ-ສອງລັດ ທີ່ຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນ ໄດ້ຕົກລົງຮ່ວມກັນ ເພີ່ມພູນຄູນສ້າງ ມາແຕ່ລະໄລຍະ ນັບມື້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ບົນພື້ນຖານການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ອັນສະນິດແໜ້ນ ແລະ ໝັ້ນຄົງທະນົງແກ່ນ, ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນ ບົດຖະແຫຼງການ ທີ່ຜູ້ນໍາສອງປະເທດ ໄດ້ຖະແຫຼງການຮ່ວມກັນ ໃນລະຫວ່າງວັນທີ 2 ຫາ 6 ມິຖຸນາ ຜ່ານມານີ້, ທີ່ໄດ້ຕົກລົງຍົກລະດັບການພົວພັນຮ່ວມມືຂອງສອງປະເທດ ແລະ ກຳນົດໃຫ້ປີ 2026 ເປັນປີມິດຕະພາບ ລາວ-ຈີນ.
ຈາກນັນ ຕາງໜ້າບັນດາແຂວງໄດ້ປະກອບຄວາມເຫັນ, ໃນນັ້ນ ໄດ້ສະເໜີໃຫ້ມີການເພີ່ມທະວີ ນຳໃຊ້ທ່າແຮງບົ່ມຊ້ອນຂອງບັນດາແຂວງ, ໃນການຮ່ວມມືກັບບັນດາແຂວງ-ນະຄອນ ຂອງ ສປ ຈີນ ເຂົ້າໃນການຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະແຂວງ ໃຫ້ມີຄວາມເຂັ້ມແຂງ, ຊຸກຍູ້ບັນດາໂຄງການເຊື່ອມໂຍງ-ເຊື່ອມຈອດ ຕາມເສັ້ນທາງລົດໄຟ ລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ, ເພື່ອຮ່ວມກັນຊຸກຍູ້ ແລະ ຜັນຂະຫຍາຍທິດທາງ "ໜຶ່ງແລວ ໜຶ່ງເສັ້ນທາງ" ໃຫ້ປະກົດຜົນເປັນຈິງ ແລະສ້າງຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນທັງສອງຊາດອີກດ້ວຍ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຜັນຂະຫຍາຍ ຖະແຫຼງການຮ່ວມຂອງການນໍາສອງປະເທດລາວ-ຈີນ ແລະ ຫັດແໜ້ນສາຍພົວພັນຄວາມສາມັກຄີ, ລວມທັງຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດວຽກງານ ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ແລະ ສປ ຈີນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ບົນພື້ນຖານການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ອັນສະນິດແໜ້ນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ຂ່າວ-ພາບ: ເພັດສາຄອນ ສີມມະວົງ