ນະຄອນຫລວງພະບາງ ໄດ້ຮັບລົດ2 ຄັນເພື່ອແກ້ໄຂບັນຫາຂີ້ເຫຍື້ອຕົກຄ້າງໃນຊຸມຊົນ

ແຫລ່ງຂ່າວຈາກ ແຂວງ​ຫລວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 23 ມິຖຸນາ 2026 ນີ້ໄດ້ມີພິທີມອບ-ຮັບ ລົດຂົນສົ່ງຂີ້ເຫຍື້ອ ຈຳນວນ 2 ຄັນ ລະຫວ່າງໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ນະຄອນ ຫລວງພະບາງ (UEIIP) ກັບຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ນະຄອນ ຫລວງພະບາງ ພາຍໃຕ້ການຈັດຕັ້ງປະຕິບັດງານຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ໂດຍມີ ທ່ານ ທະວີໄຊ ຄໍາມະນີ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ, ທ່ານ ນາລົງໄຊ ມີວາປະດິດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການ, ຜູ້ຕາງໜ້າບໍລິສັດຜູ້ສະໜອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
 
ການຈັດຊື້ ແລະ ມອບ-ຮັບພາຫະນະເຕັກນິກໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງແຜນງານພັດທະນາການບໍລິການດ້ານສິ່ງແວດລ້ອມຕົວເມືອງ ຂອງໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ນະຄອນ ຫລວງພະບາງ ໂດຍມີເປົ້າໝາຍຫລັກໃນການເພີ່ມຄວາມສາມາດ, ຍົກລະດັບປະສິດທິພາບ ການເກັບ ແລະ ຂົນສົ່ງຂີ້ເຫຍື້ອຈາກຊຸມຊົນ, ຕະຫລາດ, ເຂດເສດຖະກິດ ແລະ ພື້ນທີ່ສາທາລະນະ ພາຍໃນຕົວເມືອງ ໄປກຳຈັດຢູ່ສະໜາມຂີ້ເຫຍື້ອ ໃຫ້ຖືກຕ້ອງຕາມຫລັກວິຊາການ ແລະ ເຕັກນິກຮັກສາສະພາບແວດລ້ອມຕົວເມືອງ, ຊຶ່ງລົດຂົນສົ່ງຂີ້ເຫຍື້ອທີ່ມອບຮັບຄັ້ງນີ້ ເປັນພາຫະນະທີ່ທັນສະໄໝ ຈະສາມາດປະກອບສ່ວນອັນສຳຄັນ ໃນການແກ້ໄຂບັນຫາຂີ້ເຫຍື້ອຕົກຄ້າງໃນຊຸມຊົນ, ເສີມສ້າງສຸຂະອະນາໄມດ້ານສິ່ງແວດລ້ອມ ແລະ ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ ນະຄອນ ຫລວງພະບາງ ໃຫ້ດີຂຶ້ນ.