ຂົວຫ້ວຍກໍເຕີຍ ຈຸດບ້ານຕາແຫຼວກຳລັງໄດ້ຮັບການສ້ອມແປງ

ໃນວັນທີ 23 ມິຖຸນາ 2026 ນີ້ ທ່ານ ປີໂຕລ້າ ຄູນສັກສີ ກຳມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຈຳພອນ ພ້ອມດ້ວຍຄະນະວິຊາ ການຂອງຫ້ອງການ ໄດ້ລົງກວດກາ ແລະ ຕິດຕາມການສ້ອມແປງຂົວຫ້ວຍກໍເຕີຍ ຈຸດບ້ານຕາແຫຼວ ເມືອງຈຳພອນ ແຂວງສະຫວັນນະເຂດ ທີ່ໄດ້ຮັບຄວາມເປ່ເພເສຍ ຫາຍ ໃນເສັ້ນທາງເລກທີ PR 6303.
 
ການສ້ອມແປງຂົວຫ້ວຍກໍເຕີຍໃນຄັ້ງນີ້ ຖືເປັນການປະກອບສ່ວນອັນສຳຄັນໃນການຟື້ນຟູໂຄງສ້າງພື້ນຖານດ້ານການຄົມມະນາຄົມ ເຮັດໃຫ້ພໍ່ແມ່ປະຊາຊົນສາມາດສັນຈອນໄປ-ມາ ແລະ ຂົນສົ່ງສິນຄ້າ ລະຫວ່າງບ້ານຕໍ່ບ້ານໄດ້ຢ່າງສະດວກ ແລະ ປອດໄພຍິ່ງຂຶ້ນ
ທີ່ມາ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ