ສະຫວັນນະເຂດ ຂຸ້ນຂ້ຽວປາບປາມການລັກລອບ ຂຸດຄົ້ນແຮ່ຄໍາ-ປ່າໄມ້ ໃນ 4 ເມືອງ

ໂດຍປະຕິບັດຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍເພີ່ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທໍາມະຊາດ ແລະ ປະຕິບັດຕາມທິດຊີ້ນຳຂອງຄະນະພັກ-ຄະນະນຳຂັ້ນສູງຂອງແຂວງສະຫວັນນະເຂດ, ຄະນະກຳມະການປົກຄອງແຂວງ ຈຶ່ງໄດ້ອອກຂໍ້ຕົກລົງເລກທີ 956/ຄປຂ, ລົງວັນທີ 15 ພຶດສະພາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຕິດຕາມ, ກວດກາ ແລະ ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາ ກອນທຳມະຊາດ(ແຮ່ທາດ ແລະໄມ້) ຂັ້ນແຂວງ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຈິງຈັງ ແລະເຂັ້ມງວດ ເຊິ່ງມາຮອດປະຈຸບັນ, ຄະນະກຳມະການ 956/ຄປຂ ພວມເລັ່ງຂຸ້ນຂ້ຽວທັບມ້າງ-ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມກ່ຽວກັບການຂຸດຄົ້ນແຮ່ທາດ(ຄຳຕົກຂ້ອນ ແລະໄມ້) ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ໃນເຂດ 4 ເມືອງຄື: ພີນ, ວິລະບູລີ, ເຊໂປນ ແລະນອງ, ເຊິ່ງມາໃນໄລຍະປະຈຸບັນ ແມ່ນມີຄວາມຄືບໜ້າ ແລະມີສຳເລັດຜົນໃນຫຼາຍດ້ານ.
 
ອີງຕາມການລາຍງານຂອງຄະນະກຳມະການ 956/ຄປຂ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະກຳມະ ການ 956/ຄປຂ ໄດ້ສົມທົບກັບກຳລັງ ປກຊ-ປກສ ແຂວງ ແລະອົງການປົກຄອງ 4 ເມືອງເປົ້າໝາຍ ໄດ້ເປີດບັ້ນເຄື່ອນໄຫວຕິດຕາມ, ກວດກາ ແລະສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ, ເຊິ່ງມີຜູ້ເຂົ້າຮ່ວມປະຕິບັດງານທັງໝົດປະມານ 180 ທ່ານ, ໂດຍແບ່ງອອກເປັນ 6 ຈຸງານໃນການຈັດຕັ້ງປະຕິບັດ, ຜ່ານການເຄື່ອນໄຫວຕົວຈິງ ສາມາດລາຍງານສະພາບຜົນກວດກາ, ທັບມ້າງ ແລະແກ້ໄຂກຸ່ມຄົນທີ່ລັກລອບຂຸດຄົ້ນຊັບພະ ຍາກອນທໍາມະຊາດ(ແຮ່ຄໍາ-ປ່າ ໄມ້) ໂດຍບໍ່ໄດ້ຮັບອະນຸຍາດ ຢູ່ 24 ຈຸດ(ພົບເຫັນໃໝ່ 7 ຈຸດຈາກການລາຍງານໃນເມື່ອກ່ອນ)ຄື: ເຂດເມືອງເຊໂປນ 12 ຈຸດ(ພົບເຫັນໃໝ່ 4 ຈຸດ, ມີພາຫະນະ ແລະກົນຈັກ ພ້ອມອຸປະກອນ), ເມືອງພີນ 7 ຈຸດ, ເມືອງວິລະບູລີ 4 ຈຸດ(ພົບເຫັນໃໝ່ 1 ຈຸດ ປະເພດໄມ້) ແລະປະສານໃຫ້ເມືອງນອງ ສະກັດກັ້ນຊ່ວຍ 1 ເປົ້າໝາຍ, ສາມາດກັກໂຕຜູ້ຖືກຫາໄດ້ທັງໝົດຈຳນວນ 21 ຄົນ, ໃນນີ້ ສັນຊາດຫວຽດນາມ 11 ຄົນ, ສັນຊາດລາວ 7 ຄົນ, ສັນຊາດມຽນມາ 3 ຄົນ(ປະຈຸບັນ ຜູ້ຖືກຫາທັງໝົດໄດ້ຖືກກັກຕົວໄວ້ຢູ່ຄ້າຍຄຸມຂັງດັດສ້າງແຂວງ).
 
ເຊິ່ງມາໃນໄລຍະປະຈຸບັນ, ຄະນະຮັບຜິດຊອບ 956/ຄປຂ ກຳລັງດຳເນີນການສືບສວນ-ສອບສວນ ແລະເກັບກຳຂໍ້ມູນນຳປະຊາຊົນ, ອຳນາດການປົກຄອງບ້ານ ເພື່ອຂະຫຍາຍຜົນຫາຕົວຜູ້ກະທຳຜິດທີ່ຮ່ວມຂະບວນການ ມາຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນຕາມລະບຽບກົດໝາຍຂອງບ້ານເມືອງ, ພ້ອມທັງເລັ່ງຈັດຕັ້ງການເກັບກູ້ ແລະເຄື່ອນຍ້າຍວັດຖຸອຸປະກອນດັ່ງກ່າວ ມາຮັກສາໄວ້ໃນສະຖານທີ່ປອດໄພ, ເຊິ່ງຄາດວ່າການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈະໃຫ້ສຳເລັດໃນໄວໆນີ້.