ແຂວງວຽງຈັນ ກວດລ້າງແກ້ງຄໍເຊັນເຕີ່ 40 ຄົນ

ປກສ ແຂວງວຽງຈັນ ສົມທົບກັບ ປກສ ເມືອງທຸລະຄົມ ເຂົ້້າກວດກາເປົ້າໝາຍຄົນຕ່າງປະເທດ ທີ່ເຂົ້າມາເຊົ່າຫ້ອງແຖວຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງລະບົບອິນເຕີເນັດ ຫຼື ຄໍເຊັນເຕີ ຢູ່ເຂດບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ ຜ່ານການກວດກາຕົວຈິງ ພົບເຫັນຄົນຕ່າງປະເທດ ແລະ ຄົນລາວ ທັງໝົດ ຈຳນວນ 40 ຄົນ, ຍິງ 06 ຄົນ, ມີ 04 ສັນຊາດ ຄື: ສັນຊາດຈີນ ຈຳນວນ 33 ຄົນ, ສັນຊາດກຳປູເຈ່ຍ 04 ຄົນ, ສັນຊາດມາເລເຊຍ 01 ຄົນ, ສັນຊາດລາວ 02 ຄົນ, ໂທລະສັບ2196 ໜ່ວຍ, ຄວາມພິວເຕີ່ຕັ້ງໂຕະ ຈຳນວນ 109 ໜ່ວຍ ທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດ