ທີມຊາດອັງກິດ ສະເໝີ ທີມຊາດການາ 0-0 ນັດທີ 2 ຂອງ ກຸ່ມ L ບານໂລກ 2026

ການແຂ່ງຂັນບານໂລກ 2026 ໃນຕອນເຊົ້າວັນທີ 24 ມິຖຸນາ 2026 ທີມຊາດອັງກິດ ຄອງບານເກືອບ 80% ສ້າງໂອກາດຍິງປະຕູຫຼາຍກວ່າ 10 ຄັ້ງ ແຕ່ຂາດຄວາມຄົມ ເຮັດໄດ້ພຽງສະເໝີກັບ ທີມຊາດການາ 0-0 ປະຕູ ສົ່ງຜົນໃຫ້ ອັງກິດ ມີ 4 ຄະແນນ ຈາກ 2 ນັດ ເທົ່າກັບ ການາ ແຕກຕ່າງພຽງປະຕູໄດ້ເສຍ ອັງກິດ ດີກວ່າໜຶ່ງໜ່ວຍ ໂອກາດເຂົ້າຮອບຕໍ່ໄປຂອງທັງສອງທີມຍັງສົດໃສ ຂໍພຽງສະເໝີໃນນັດສຸດທ້າຍ.
ສ່ວນຜົນອີກຄູ່ໃນກຸ່ມດຽວກັນ ໂຄອາເຊຍ ເອົາຊະນະ ປານາມາ 1-0 ປະຕູ ຄວ້າ 3 ແຕ້ມທຳອິດ ໄດ້ສຳເລັດຫຼັງຜ່ານ 2 ນັດ ໃນເກມກຸ່ມ L ຂະນະທີ່ ປານາມາ ເສຍ 2 ເກມລວດ ຕົກຮອບ.
ນັດສຸດທ້າຍຂອງກຸ່ມ ຈະແຂ່ງຂັນວັນທີ 28 ມິຖຸນາ ເວລາ 4:00 ໂມງ ປານາມາ ພົບກັບ ອັງກິດ ແລະ ໂຄອາເຊຍ ພົບກັບ ການາ.