ສາລະວັນ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ແຂວງສາລະວັນ ຈັດຂຶ້ນໃນວັນທີ 23 ມິຖຸນາຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນແຂວງ ປະທານຄະນະກຳມະການ ປກຊ-ປກສ ແຂວງ; ມີທ່ານ ສີເສີດ ສອນດາລາ ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
 
ທ່ານ ດາວວົງ ພອນແກ້ວ ກ່າວວ່າ: “ບັນຫາຢາເສບຕິດ ແມ່ນໄພຂົ່ມຂູ່ອັນຮ້າຍແຮງ ຕໍ່ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືຂອງແຂວງສາລະວັນ.” ຍ້ອນຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ເຖິງຜົນກະທົບອັນມະຫາສານ, ພັກ ແລະ ລັດ ຖະບານ ຈຶ່ງໄດ້ສືບຕໍ່ກໍານົດເອົາວຽກງານດັ່ງກ່າວເປັນວາລະແຫ່ງຊາດ ທີ່ທຸກພາກສ່ວນຕ້ອງໄດ້ເອົາໃຈໃສ່. ໃນໄລຍະ 2 ປີຜ່ານມາ, ຄະນະພັກ, ອົງການປົກຄອງ ແລະ ກໍາລັງ ປກຊ-ປກສ ແຕ່ລະຂັ້ນໄດ້ສຸມທຸກສະຕິປັນຍາ, ເຫື່ອແຮງເຂົ້າໃນການຜັນຂະຫຍາຍວຽກງານນີ້ຢ່າງຕັ້ງໜ້າ ພາຍໃຕ້ຫຼັກການຊີ້ນໍາທີ່ວ່າ “ເດັດຂາດ, ໂປ່ງໃສ, ເປັນມືອາຊີບ” ແລະ ຄໍາຂວັນທີ່ເປັນເຂັມທິດເຍືອງທາງຄື “ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກການ” ເພື່ອແນໃສ່ສະກັດກັ້ນ ແລະ ທໍາລາຍຂະບວນການຄ້າຂາຍຢາເສບຕິດໃຫ້ເດັດຂາດ.
 
ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບລາຍງານ ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 2 ປີ ຈາກຫຼາຍຂົງເຂດ ແລະ ພະແນກການອ້ອມຂ້າງແຂວງທີ່ມີບົດ ບາດສໍາຄັນ ເປັນຕົ້ນ ຂົງເຂດ ປກສ-ປກຊ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກສາທາລະນະສຸກແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ.
ພາບ-ຂ່າວ: ສ.ພະຈັນ