ສສກ ຮ່ວມກັບລັດຖະບານອົສຕຣາລີ ສົ່ງເສີມການຮ່ວມມື ເພື່ອຄວາມກ້າວໜ້າດ້ານພາສາລາວ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພາສາ: ການສະໜັບສະໜູນການພັດທະນາທັກສະດ້ານພາສາລາວ ແລະການຮູ້ໜັງສືຂອງເດັກນ້ອຍ ໃນສະພາບການທີ່ມີຄວາມຫຼາກຫຼາຍພາສາໃນ ສປປ ລາວ” ໃນວັນທີ 24 ມິຖຸນານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີບັນດາກົມຂອງກະຊວງ ສສກ, ພະແນກສຶກສາທິການ ແລະກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ວິທະຍາໄລຄູ, ຄູ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
 
ທ່ານ ນາງ ມະໂນລີ ດົງວັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫຼາຍ ເພາະຊ່ວຍຮັບປະກັນວ່າເດັກທຸກຄົນ, ລວມທັງເດັກທີ່ບໍ່ເວົ້າພາສາລາວເປັນຫຼັກໃນຄອບຄົວເມື່ອເລີ່ມເຂົ້າໂຮງຮຽນ,ຈະມີໂອກາດທີ່ຈະໄດ້ຮຽນຮູ້, ມີສ່ວນຮ່ວມ ແລະປະສົບຜົນສຳເລັດນັບແຕ່ເລີ່ມເຂົ້າຮຽນ, ໂດຍການສະໜັບສະໜູນເດັກນ້ອຍ ໃນການໃຫ້ສ້າງພື້ນຖານດ້ານພາສາໃຫ້ເຂັ້ມແຂງ ຕັ້ງແຕ່ເລີ່ມຕົ້ນເຂົ້າໂຮງຮຽນ, ພວກເຮົາກຳລັງຊ່ວຍສ້າງລະບົບການສຶກສາທີ່ຮຽນຮ່ວມຫຼາຍຂຶ້ນ ແລະ ລົງທຶນໃນຊັບພະຍາກອນມະນຸດເພື່ອອະນາຄົດຂອງ ສປປ ລາວ.
 
ທ່ານ ໄມໂຄ ຄາຣີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຕໍ່ການສຶກສາແບບຮຽນຮ່ວມ, ການຮຽນຮ່ວມບໍ່ພຽງແຕ່ກ່ຽວກັບການໄດ້ເຂົ້າໂຮງຮຽນເທົ່ານັ້ນ ແຕ່ຍັງກ່ຽວກັບການຮັບປະກັນວ່າເດັກສາມາດຮຽນຮູ້ໄດ້ຢ່າງແທ້ຈິງເມື່ອຢູ່ໃນໂຮງຮຽນ. ສຳລັບເດັກນ້ອຍທີ່ບໍ່ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວໃນຕອນເລີ່ມເຂົ້າຮຽນ ແລະ ການສະໜັບສະໜູນດ້ານທັກສະພາສາ ຕັ້ງແຕ່ເລີ່ມຕົ້ນຮຽນ ແມ່ນມີຄວາມສຳຄັນຫຼາຍ, ເພາະມັນຊ່ວຍໃຫ້ເຂົາເຈົ້າເຂົ້າໃຈການຮຽນ, ສ້າງຄວາມໝັ້ນໃຈ ແລະ ເຮັດໃຫ້ມີໂອກາດທີ່ດີຂຶ້ນ ໃນການພັດທະນາຕົນເອງ ໃຫ້ສາມາດສຳເລັດການສຶກສາຊັ້ນປະຖົມ.
 
ກອງປະຊຸມຄັ້ງນີ້ ຈັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຊຶ່ງສອດຄ່ອງກັບບຸລິມະສິດແຫ່ງຊາດ ກໍໍຄື: ການສົ່ງເສີມການສຶກສາຂັ້ນພື້ນຖານ ໃຫ້ເປັນພື້ນຖານສຳລັບການພັດທະນາຊັບພະຍາກອນມະນຸດ ໃນ ສປປ ລາວ, ເດັກນ້ອຍຫຼາຍຄົນ, ໂດຍສະເພາະໃນຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ ເມື່ອເລີ່ມເຂົ້າຮຽນ ສ່ວນຫຼາຍຍັງບໍ່ສາມາດເວົ້າພາສາລາວ ທີ່ເປັນພາສາຫຼັກທີ່ໃຊ້ໃນການສອນໄດ້ດີເທື່ອ. ສິ່ງນີ້ເປັນອຸປະສັກ ຕໍ່ການຮຽນຮູ້ຕັ້ງແຕ່ມື້ທຳອິດຂອງການຮຽນຊັ້ນປະຖົມ ປີທີ 1 ແລະ ກອງປະຊຸມດັ່ງກ່າວ ຍົກໃຫ້ເຫັນວິທີການປະຕິບັດຕົວຈິງ ເພື່ອຫຼຸດຜ່ອນຊ່ອງວ່າງ, ເພື່ອໃຫ້ເດັກສາມາດສ້າງທັກສະການຟັງ, ການເວົ້າ, ການອ່ານ ແລະ ການຂຽນພາສາລາວ ພ້ອມທັງຍັງຮັກສາພາສາເຜົ່າ ທີ່ເຂົາເຈົ້າເວົ້າຢູ່ໃນຄອບຄົວ.
ກອງປະຊຸມໃນ ຍັງໄດ້ສະແດງໃຫ້ເຫັນປະສົບການ ແລະ ບົດຮຽນ ໃນ ສປປ ລາວ ແລະ ປະເທດເພື່ອນບ້ານເຊັ່ນ: ຫວຽດນາມ ກ່ຽວກັບຄວາມພ້ອມຂອງໂຮງຮຽນ, ການພັດທະນາພາສາເວົ້າ, ຄວາມພ້ອມຂອງການອ່ານ, ການພັດທະນາວິຊາຊີບຄູ ແລະ ສະພາບແວດລ້ອມການຮຽນຮູ້ທີ່ມີຫຼາຍພາສາ ແລະ ຈຸດເດັ່ນທີ່ສໍາຄັນແມ່ນການນໍາສະເໜີກ່ຽວກັບການຈັດຕັ້ງປະຕິບັດສື່ການຮຽນ-ການສອນຝຶກເວົ້າພາສາລາວ ແລະ ບົດຮຽນທີ່ຖອດຖອນໄດ້, ໂຄງການຂອງ ສສກ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ ຊຶ່ງສະແດງໃຫ້ເຫັນຜົນໄດ້ຮັບທີ່ມຸ່ງຫວັງໃນການຊ່ວຍເຫຼືອເດັກ ໃຫ້ການພັດທະນາທັກສະການເວົ້າ ທີ່ເຂົາເຈົ້າຕ້ອງມີ ເພື່ອປະສົບຜົນສໍາເລັດໃນໂຮງຮຽນ.
 
ທ່ານ ໄມໂຄ ຄາຣີ ໄດ້ກ່າວຕື່ມວ່າ: “ລັດຖະບານອົສຕຣາລີ ມີຄວາມພູມໃຈທີ່ໄດ້ຄຽງຂ້າງກະຊວງ ສສກ ໃນຄວາມພະຍາຍາມຮ່ວມກັນ ເພື່ອປັບປຸງດ້ານພາສາ ແລະ ການຮູ້ໜັງສືໃນໄວເດັກ, ຄວາມສຳຄັນຂອງວຽກງານນີ້ ແມ່ນມີຫຼາຍກວ່າຢູ່ຫ້ອງຮຽນ ການຮຽນຮູ້ພື້ນຖານທີ່ເຂັ້ມແຂງໃນໄລຍະເລີ່ມຮຽນ ແມ່ນສິ່ງຈຳເປັນສຳລັບການສ້າງກຳລັງແຮງງານໃນອະນາຄົດທີ່ປະເທດລາວ ເດັກທີ່ພັດທະນາທັກສະການຮູ້ໜັງສື ແລະ ພາສາຕັ້ງແຕ່ໄວເດັກ ມີທ່າອ່ຽງທີ່ຈະສືບຕໍ່ການສຶກສາໃນຂັ້ນຕໍ່ໄປຂອງເຂົາເຈົ້າ ແລະສາມາດປະກອບສ່ວນຢ່າງມີປະສິດທິພາບ ຕໍ່ການພັດທະນາ ແລະເສດຖະກິດຂອງປະເທດຊາດ.
ຂ່າວ-ພາບ: ບຸນອູ້ມ