ຄະນະປະຈໍາສູນກາງແນວລາວສ້າງຊາດ ດໍາເນີນກອງປະຊຸມເປີດກວ້າງ

ກອງປະຊຸມຄະນະປະຈໍາ ສູນກາງແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 23 ມິຖຸນາ 2026 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຄະນະປະຈຳ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ຂອງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫລຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ປິ່ນອ້ອມຂອງສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII; ສຸມໃສ່ການກະກຽມຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງທີ VI. ພ້ອມກັນນີ້, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນ ແລະ ປຶກສາຫາລືຕໍ່ບັນດາວຽກງານທີ່ສຳຄັນຕ່າງໆ ເປັນຕົ້ນ ວຽກງານບໍລິຫານຫ້ອງການ ແລະ ວຽກງານຈັດຕັ້ງ-ພະນັກງານ ແນໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງແນວລາວສ້າງຊາດແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງຂຶ້ນ.
ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ເນັ້ນໃຫ້ຄະນະນຳຂອງສູນກາງແນວລາວສ້າງຊາດ ຈົ່ງຍົກສູງຄວາມຮັບຜິດຊອບ ເປັນເຈົ້າການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ ຂອງຕົນກຳແໜ້ນ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຄວາມສາມັກຄີທົ່ວປວງຊົນທັງຊາດ, ຫັນເອົາບັນດານິຕິກຳ, ແຜນງານ, ໂຄງການ ແລະ ກິດຈະກຳ ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງໃຫ້ລວມສູນຕາມຫລັກການຂອງພັກ; ປັບປຸງກົນໄກການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ຫັນເປັນທັນສະໄໝ; ເຊີດຊູຄວາມເປັນແບບຢ່າງ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ເພື່ອເຮັດໃຫ້ວຽກງານແນວລາວສ້າງຊາດ ມີບາດກ້າວຂຶ້ນໃໝ່ຢ່າງແຂງແຮງ ແລະ ມີປະສິດທິຜົນສູງສຸດ.
ຂ່າວ-ພາບ: ເຢ ສນ