LXML ສະໜັບສະໜູນທຶນເພື່ອ ຍົກລະດັບວຽກງານສຸຂະພາບແມ່ ແລະເດັກ ທີ່ເມືອງວິລະບູລີ

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໄດ້ສືບຕໍ່ສະໜັບສະໜູນງົບປະມານຈຳນວນ 42,420,000 ກີບ ເຂົ້າໃນ ໂຄງການ "ວັນສົ່ງເສີມສຸຂະພາບແມ່ ແລະເດັກ ແລະໂພຊະນາການ" ປະຈຳປີ 2026 ເພື່ອຍົກລະດັບຄຸນນະພາບຊີວິດ ຂອງພີ່ນ້ອງປະຊາຊົນໃນເຂດອ້ອມຂ້າງໂຄງການ ເມືອງວິລະບູລີ, ແຂວງສະຫວັນນະເຂດ.

ໂຄງການດັ່ງກ່າວ ແມ່ນໜຶ່ງໃນແຜນງານປະເມີນຜົນກະທົບດ້ານສຸຂະພາບ (HIA) ຂອງໂຄງການຂະຫຍາຍ ບໍ່ຄຳ-ທອງ ເຊໂປນ ທີ່ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງມາໂດຍຕະຫຼອດ. ເຊິ່ງທາງບໍລິສັດໄດ້ຮ່ວມມືກັບ ຫ້ອງການສາທາລະນະສຸກເມືອງວິລະບູລີ ລົງເຄື່ອນໄຫວໃຫ້ບໍລິການລະຫວ່າງວັນທີ 15 ຫາ 22 ມິຖຸນາ 2026 ໂດຍມຸ່ງເນັ້ນໄປທີ່ 6 ບ້ານເປົ້າໝາຍໃໝ່ ຄື: ບ້ານໂນນສົມພູ, ບ້ານນາຊຽງແລ, ບ້ານນາແທນເຫ້ຍ, ບ້ານນາໂພ, ບ້ານນາເມືອງແສນ ແລະ ບ້ານນາກະຈັນ.

ງົບປະມານໃນຄັ້ງນີ້ ໄດ້ຖືກນຳໃຊ້ເຂົ້າໃນການລົງພື້ນທີ່ຕົວຈິງຂອງທີມແພດໝໍ ພ້ອມທັງຈັດຊື້ຢາ ແລະ ອຸປະກອນການແພດທີ່ຈຳເປັນ ເພື່ອໃຫ້ບໍລິການສາທາລະນະສຸກແບບຄົບວົງຈອນ ເປັນຕົ້ນແມ່ນ ການຕິດຕາມການຈະເລີນເຕີບໂຕ ແລະ ໂພຊະນາການຂອງເດັກອາຍຸຕ່ຳກວ່າ 5 ປີ, ບໍລິການສັກຢາກັນພະຍາດທີ່ຈຳເປັນ (BCG, Penta, MR) ສຳລັບເດັກອາຍຸຕ່ຳກວ່າ 2 ປີ, ພ້ອມທັງຢາຍວິຕາມິນອາ ແລະ ຢາຂ້າແມ່ທ້ອງຢ່າງທົ່ວເຖິງ. ຄຽງຄູ່ກັນນັ້ນ, ຍັງໄດ້ເນັ້ນການດູແລແມ່ຍິງຖືພາ, ແມ່ຫຼັງເກີດລູກ ແລະ ແມ່ຍິງອາຍຸ 15-45 ປີ ໃຫ້ໄດ້ຮັບການສັກຢາປ້ອງກັນພະຍາດຄົບຊຸດ, ໄດ້ຮັບການກວດສຸຂະພາບຢ່າງໃກ້ຊິດ ພ້ອມທັງໃຫ້ການອົບຮົມດ້ານສຸກຂະສືກສາ, ແຈກຢາຍຢາຄຸມກຳເນີດ ແລະ ໃຫ້ຄຳປຶກສາໃນການດູແລສຸຂະພາບຕົນເອງ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ຄອບຄົວໃນຊຸມຊົນ.

LXML ມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ຈະເຫັນທຸກຮອຍຍິ້ມ ພ້ອມທັງການເຕີບໃຫຍ່ທີ່ແຂງແຮງຂອງປະຊາຊົນ ແລະ ລູກຫຼານຊາວເມືອງວິລະບູລີ. ການຮ່ວມມືກັບພາກລັດທ້ອງຖິ່ນໃນການລົງທຶນໃສ່ສຸຂະພາບຂອງແມ່ ແລະ ເດັກໃນມື້ນີ້ ບໍ່ພຽງແຕ່ເປັນການປ້ອງກັນພະຍາດ ຫຼື ໂລກໄພໄຂ້ເຈັບເບື້ອງຕົ້ນເທົ່ານັ້ນ, ແຕ່ຍັງເປັນການຮ່ວມກັນສ້າງຊັບພະຍາກອນມະນຸດທີ່ເຂັ້ມແຂງ ເພື່ອເປັນກຳລັງສຳຄັນໃນການພັດທະນາທ້ອງຖິ່ນ ແລະ ປະເທດຊາດໃຫ້ເຕີບໂຕໄປພ້ອມກັນຢ່າງໝັ້ນຄົງ.