ສປປ ລາວ ເຈົ້າພາບຈັດກອງປະຊຸມຄະນະກໍາມະການຂັ້ນລັດຖະມົນຕີດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ

ກອງປະຊຸມຄະນະກໍາມະການຂັ້ນລັດຖະມົນຕີ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຄະນະຜູ້ແທນ ຈາກບັນດາປະເທດສະມາຊິກອາຊຽນ ໃນຂົງເຂດອະນຸພາກພື້ນແມ່ ນໍ້າຂອງ; ມີຮອງເລຂາທິການໃຫຍ່ອາຊຽນ ແລະ ລັດຖະມົນຕີ ຂອງກະຊວງທີ່ກ່ຽວຂ້ອງ, ທູຕານຸທູດ, ຜູ້ຕາງໜ້າ ຂອງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
 
ໃນກອງປະຊຸມ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະກໍາມະການຂັ້ນລັດຖະມົນຕີດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງ ແມ່ນໄດ້ສ້າງຕັ້ງຂຶ້ນພາຍໃຕ້ສັນຍາອາຊຽນ ວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນປີ 2002 ເຊິ່ງປະກອບມີ 5 ປະເທດສະມາຊິກ ຄື: ລາຊະອານາຈັກກໍາປູເຈຍ, ສປປ ລາວ, ສະຫະພາບມຽນມາ, ລາຊະອານາຈັກໄທ ແລະ ສສ ຫວຽດນາມ. ປັດຈຸບັນ, ບັນດາປະເທດສະມາຊິກແມ່ນກຳລັງຮ່ວມກັນຈັດຕັ້ງປະຕິບັດໂຄງການເພື່ອແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໂດຍໄດ້ຮັບການສະໜັບສະໝູນຈາກບັນດາຄູ່ຮ່ວມພັດທະນາ ເປັນຕົ້ນແມ່ນ ໂຄງການກ່ຽວກັບການຄຸ້ມຄອງໄຟປ່າ ແລະ ດິນຖ່ານຕົມ, ໂຄງການສົ່ງເສີມການຈັດຕັ້ງປະຕິບັດການລົງທຶນໃນການຄຸ້ມຄອງທີ່ດິນທີ່ປາສະຈາກໝອກຄວັນ ແລະ ໂຄງການອື່ນໆ.
 
ພ້ອມດຽວກັນນີ້, ກອງປະຊຸມຄັ້ງນີ້ຍັງໄດ້ຮ່ວມກັນລາຍງານ, ປຶກສາຫາລື ແລະ ພິຈາລະນາບັນຫາສຳຄັນຕ່າງໆ ເຊັ່ນ: ທົບທວນຄືນການຈັດຕັ້ງປະຕິບັດແຜນດໍາເນີນງານຊຽງລາຍ ສະບັບປີ 2017; ປຶກສາຫາລືຂອບການຮ່ວມມືກ່ຽວກັບການຄວບຄຸມໄຟໄໝ້ລາມປ່າ ແລະ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ລະຫວ່າງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ ຮ່ວມກັບບັນດາຄູ່ຮ່ວມພັດທະນາ; ຄົ້ນຄວ້າພິຈາລະນາ ແລະ ເປັນເອກະພາບຮ່ວມກັນຕໍ່ກັບບັນດາຫົວຂໍ້ ແລະ ເອກະສານຕ່າງໆ ທີ່ຈະນໍາໄປປຶກສາຫາລືໃນກອງປະຊຸມລັດພາຄີຕໍ່ສັນຍາອາຊຽນວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຄັ້ງທີ 21 ທີ່ຈະຈັດຂຶ້ນທີ່ ສສ ຫວຽດນາມ ໃນທ້າຍປີ 2026 ນີ້.
 
ໃນໂອກາດອັນມີຄວາມໝາຍນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມໂດຍເນັ້ນໃສ່ວ່າ: ໃນໄລຍະຜ່ານມາ ບັນຫາໄຟໄໝ້ລາມປ່າ ແລະ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ແມ່ນເປັນໄພຂົ່ມຂູ່ໃນລະດັບອະນຸພາກພື້ນ ເຊິ່ງກໍ່ໃຫ້ເກີດການສູນເສຍທາງດ້ານຊີວະນາໆພັນ, ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງປະຊາຊົນ ແລະ ສ້າງຄວາມເສຍຫາຍທາງດ້ານເສດຖະກິດໃນເຂດອະນຸພາກພື້ນແມ່ນໍ້າຂອງ. ຕໍ່ກັບສະພາບການດັ່ງກ່າວ, ການນໍາຂັ້ນສູງຂອງບັນດາປະເທດສະມາຊິກອາຊຽນ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ແກ້ໄຂຢ່າງຊັດເຈນ ໂດຍການກໍານົດນະໂຍບາຍ ແລະ ສັນຍາຮ່ວມກັນ. ເຖິງຢ່າງໃດກໍຕາມ, ບັນຫາດັ່ງກ່າວຍັງເປັນສິ່ງທ້າທາຍອັນໃຫຍ່ຫຼວງ ເນື່ອງຈາກຕິດພັນກັບຮູບແບບການດໍາລົງຊີວິດຂອງປະຊາຊົນໃນທ້ອງຖິ່ນຊົນນະບົດຫ່າງໄກສອກຫຼີກ ທີ່ຍັງເພິ່ງພາອາໄສການຜະລິດກະສິກໍາແບບທໍາມະຊາດ.
 
ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ດີຂຶ້ນເປັນກ້າວໆ ໝັ້ນຄົງ ແລະ ຂາດໂຕ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາຄະນະຜູ້ແທນ ຈົ່ງສືບຕໍ່ປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຫັນເອົາແນວທາງນະໂຍບາຍໄປສູ່ການຈັດຕັ້ງປະຕິບັດຕົວຈິງຢ່າງຊັດເຈນ ແລະ ເປັນຮູບປະທຳ ນໍາໄປສູ່ການແກ້ໄຂບັນຫາໄດ້ຢ່າງຍືນຍົງ ເພື່ອບັນລຸວິໄສທັດ “ອາຊຽນທີ່ປາສະຈາກໝອກຄວັນໃນປີ 2030”. ພ້ອມກັນນັ້ນ, ທ່ານຍັງໄດ້ຕາງໜ້າໃຫ້ ສປປ ລາວ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດຕິດແທດກັບບັນດາປະເທດສະມາຊິກອາຊຽນ ແລະ ປະຊາຄົມໂລກ ເພື່ອຫັນເອົາບັນດາວິໄສທັດ ແລະ ເປົ້າໝາຍຍຸດທະສາດ ໄປສູ່ການຈັດຕັ້ງປະຕິບັດຕົວຈິງ ຮັບປະກັນໃຫ້ອະນຸພາກພື້ນແມ່ນໍ້າຂອງມີສະພາບອາກາດທີ່ສະອາດສົດໃສ ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງແທ້ຈິງ.
ຂ່າວ: ສາວລາວໃຕ້