ເປີດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2026

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈໍາປີ 2026 ໄດ້ເປີດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ແລະ ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າຂັ້ນສູນກາງ ເຂົ້າຮ່ວມ.
 
ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຊຶ່ງເນື້ອໃນຂອງກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ຫົວຂໍ້ສຳຄັນ ດັ່ງນີ້:
ສະຫຼຸບວຽກພົ້ນເດັ່ນ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 06 ເດືອນທ້າຍປີ 2026 ຂອງລັດຖະບານ;
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 06 ເດືອນທ້າຍປີ 2026;
ຮ່າງດໍາລັດ ວ່າດ້ວຍຕຳແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ (ສະບັບປັບປຸງ);
ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການປົກຄອງຕາແສງ;
ຮ່າງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ກອງປະຊຸມ ໄດ້ເປີດຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຢ່າງເອົາການເອົາງານ ເພື່ອພ້ອມກັນບຸກບືນສູ້ຊົນຈັດຕັ້ງປະຕິບັດ ໃຫ້ປະກົດຜົນເເປັນຈິງ ນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ ໃຫ້ໄດ້ຕາມແຜນທີ່ວາງໄວ້, ທັງຢູ່ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນ ຄວາມຂັດແຍ້ງທາງດ້ານພູມສາດການເມືອງ, ສົງຄາມການຄ້າ ແລະ ການແຂ່ງຂັນ ຂອງບັນດາປະເທດມະຫາອໍານາດ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງ ຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງ ຢູ່ປະເທດລາວເຮົາ ໂດຍສະເພາະ ລາຄາສິນຄ້າ, ການຂົນສົ່ງ, ການສົ່ງອອກສິນຄ້າ, ການທ່ອງທ່ຽວ, ການລົງທຶນຈາກຕ່າງປະເທດ ເກີດມີຂໍ້ຈໍາກັດ ແລະ ບໍ່ຂະຫຍາຍຕົວເທົ່າທີ່ຄວນ ຕິດພັນກັບສະພາບດິນຟ້າອາກາດ, ສະພາບສິ່ງແວດລ້ອມ ເປັນພິດເປັນໄພຈາກນໍ້າມືຂອງຄົນ ເປັນຜູ້ສ້າງຂຶ້ນ, ສະພາບການບຸກລຸກ-ຂຸດຄົ້ນຊັບພະຍາກອນທໍາມະຊາດ (ແຮ່ທາດ) ແບບຊະຊາຍ, ບັນຫາໂຄງລ່າງພື້ນຖານເສດຖະກິດ, ຖະໜົນຫົນທາງ ເປ່ເພເສຍຫາຍ, ບັນຫາອາວຸດເຖື່ອນ, ສະແກມເມີ, ປະກົດການຫຍໍ້ທໍ້ຕ່າງໆ ເຊິ່ງເປັນສິ່ງທ້າທາຍ ຕໍ່ບົດບາດການນຳພາຄຸ້ມຄອງບໍລິຫານວຽກງານຂອງລັດຖະບານ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງຊັດເຈນ ໂດຍສະເພາະ ໃນທ່າມກາງສະພາບການສາກົນ ແລະ ພາກພື້ນ ທີ່ມີການຜັນແປຢ່າງສັບສົນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ