.

ນາຍົກລັດຖະມົນຕີ ໂອ້ລົມ ຕໍ່ກອງປະຊຸມສະຫລຸບວຽກງານ ຫສນຍ, ຫ້ອງການກະຊວງ-ອົງການ ແລະຫ້ອງວ່າການທ້ອງຖິ່ນ
.
ໃນຕອນເຊົ້າວັນທີ 23 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມສະຫລຸບວຽກງານ ໄລຍະ 5 ປີ (2021-2025) ແລະ ທິດທາງ ແຜນການ 5 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ, ມີທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ, ຜູ້ຕາງໜ້າ ຈາກອົງການຈັດຕັ້ງພັກ-ລັດ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດສອບແຫ່ງລັດ, ປະທານ-ຮອງປະ ທານຄະນະກໍາມະການປົກຄອງທ້ອງຖິ່ນ, ຫົວໜ້າຫ້ອງການກະຊວງ-ອົງການທຽບເທົ່າ, ຫົວໜ້າຫ້ອງວ່າການ ອົງການປົກຄອງ ທ້ອງຖິ່ນ ໃນທົ່ວປະເທດພ້ອມດ້ວຍອະດີດການນຳ ແລະພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.
ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງການດຳເນີນກອງປະຊຸມຄັ້ງນີ້, ພ້ອມທັງຍົກໃຫ້ເຫັນ ສະພາບ ການພົ້ນເດັ່ນທີ່ເກີດຂຶ້ນ ໃນພາກພື້ນ ແລະ ສາກົນ, ທິດທາງ ແລະຄາດໝາຍລວມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ກໍຄື ບັນດາໜ້າວຽກຈຸດສຸມ ແລະ ຄາດໝາຍສູ້ຊົນ ຂອງລັດຖະບານ ຊຸດທີ X, ລວມທັງ ນະໂຍບາຍແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ການແກ້ໄຂຂໍ້ຄົງຄ້າງຕ່າງໆ. ໃນໂອກາດດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກ ຕໍ່ກອງປະຊຸມຕື່ມບາງດ້ານ ເປັນຕົ້ນ ຄະນະພັກ-ຄະນະນຳ ຕ້ອງຖືເອົາການນໍາພາການເມືອງແນວຄິດ ຂອງພະນັກງານ-ລັດຖະກອນ ເປັນບັນຫາສໍາຄັນ ໂດຍຄຳນຶງເຖິງຜົນໄດ້-ຜົນເສຍ ຂອງ ການປະຕິບັດແນວທາງນະໂຍບາຍຂອງພັກ-ລັດ; ມີສະຕິລະວັງຕົວຕໍ່ກົນອຸບາຍຂອງພວກສັດຕູ; ມີແບບແຜນ ແລະ ກົນໄກການ ເຮັດວຽກ ໂດຍສະເພາະການຕິດຕາມຊຸກຍູ້ ແລະ ລາຍງານຜົນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ແຈ້ງການ ທິດຊີ້ນໍາຂອງ ຂັ້ນເທິງ ໃຫ້ວ່ອງໄວ ແລະ ທັນການ; ສືບຕໍ່ເອົາໃຈໃສ່ປະຕິບັດພາລະບົດບາດ ໃນການເປັນເສນາທິການຄົ້ນຄວ້າ ແລະ ມີຄໍາເຫັນ ໃຫ້ຖືກກັບຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ເພື່ອເຮັດໃຫ້ການຊີ້ນຳ ແລະ ຕົກລົງບັນຫາຂອງການນຳ ຖືກຕ້ອງ, ແທດຕົວຈິງ ແລະ ສາມາດປະຕິບັດໄດ້; ການຈໍລະຈອນ ແລະ ແກ້ໄຂເອກະສານຕ່າງໆ ຕ້ອງລະອຽດຊັດເຈນ, ວ່ອງໄວ ແລະ ທັນການ ໂດຍຫັນໄປສູ່ລະບົບທັນສະໄໝ; ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມກະທັດຮັດ ແຕ່ສາມາດຊ່ວຍ ວຽກການນໍາແຕ່ລະຂັ້ນ ເຄື່ອນໄຫວວຽກງານຢ່າງມີປະສິດທິພາບ, ປະສິດທິຜົນ; ສ້າງ ແລະ ນໍາໃຊ້ພະນັກງານ ຈາກພຶດຕິກຳ ແລະ ຄວາມສາມາດຕົວຈິງ ເພື່ອໃຫ້ມີຄວາມເປັນຊ່ຽວຊານ ແລະ ຊໍານານງານສະເພາະແຕ່ລະດ້ານ, ມີນໍ້າໃຈຮັບໃຊ້ປະເທດຊາດ, ຮັບໃຊ້ ປະຊາຊົນ, ສຸຂຸມ, ຮອບຄອບ, ມີໄຫວພິບ, ບໍ່ອຸ້ມວຽກ, ບໍ່ປະວຽກໃຫ້ຊັກຊ້າ ແລະ ບໍ່ຮຽກເອົາຜົນປະໂຫຍດສ່ວນຕົວ; ຕ້ອງ ຮັກສາຄວາມລັບ, ຊື່ສັດບໍລິສຸດ, ກ້າຫານ ແລະ ກົງໄປກົງມາ ຕໍ່ຄໍາເຫັນທີ່ສະເໜີຕໍ່ຂັ້ນເທິງ, ການສະເໜີຕ້ອງພາວະວິໃສ, ໜ້າເຊື່ອຖື; ຕ້ອງມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ມີການແລກປ່ຽນບົດຮຽນ, ຕໍານິຕິຊົມເຊິ່ງກັນ ແລະ ກັນ; ສືບຕໍ່ຍົກລະ ດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ຕາມທິດກໍ່ສ້າງພະນັກງານສືບທອດປ່ຽນແທນແຕ່ລະໄລຍະ, ພ້ອມທັງ ສັບຊ້ອນຈັດວາງ, ຍົກຍ້າຍພະນັກງານ ຕາມຄວາມຮຽກ ຮ້ອງຕ້ອງການຂອງວຽກງານຕົວຈິງ ຕາມທິດມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ແທດເໝາະກັບຄວາມຮູ້ຄວາມສາມາດວິຊາສະ ເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫລາຍວຽກ. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກບາງວຽກງານຕໍ່ອົງການປົກຄອງທ້ອງຖິ່ນ ຄື: ໃຫ້ສືບຕໍ່ເປັນເຈົ້າ ການຈັດຕັ້ງຜັນຂະຫຍາຍ ບັນດານິຕິກໍາ ເປັນຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຄໍາສັ່ງ 06/ນຍ, ຄໍາສັ່ງ 11/ນຍ, ຄໍາສັ່ງ 15/ນຍ, ຄໍາສັ່ງ 40/ນຍ, ມະຕິ 165/ສພຊ ແລະ ອື່ນໆ; ເອົາໃຈໃສ່ຕິດຕາມ, ຊຸກຍູ້, ມີແຜນການ ແລະ ມາດຕະການຕ່າງໆຊ່ວຍເຫລືອປະຊາຊົນໃນທ້ອງຖິ່ນຂອງຕົນ ໃຫ້ທັນກັບເວລາ ເພື່ອຮັບມືກັບໄພພິບັດ ແລະ ບັນຫາອື່ນ ທີ່ອາດ ຈະເກີດຂຶ້ນ ໃນໄລຍະລະດູຝົນ ກໍຄື ລະດູແລ້ງ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການຜະລິດສິນຄ້າ, ການຄົມມະນາຄົມ ແລະ ອື່ນໆ; ຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາໂຄງການລົງທຶນຢ່າງເປັນປົກກະຕິ, ພ້ອມທັງມີມາດຕະການເດັດຂາດ ຕໍ່ການລັກລອບຂຸດຄົ້ນ ຄຳຕົກຂ້ອນ, ລັກລອບຕັດໄມ້ ແລະ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ; ຄຸ້ມຄອງ ແລະ ຈັດເກັບລາຍຮັບຕ່າງໆ ໃຫ້ໄດ້ຕາມແຜນ, ຫັນການເກັບລາຍຮັບເຂົ້າສູ່ລະບົບທັນສະໄໝ ເທື່ອລະກ້າວ ເພື່ອຫລຸດຜ່ອນການຮົ່ວໄຫລຂອງງົບປະມານ; ປັບປຸງກົນໄກການປະ ສານງານກັບ ກະຊວງ-ອົງການ ຂອງສູນກາງ ທັງສາຍຕັ້ງ ແລະ ສາຍຂວາງ, ທັງມີລະບອບການລາຍງານ ຂໍທິດຊີ້ນຳຈາກຂັ້ນເທິງຢ່າງເປັນປົກກະຕິ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.