ຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2026

ໃນວັນທີ 25 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ເຂິງຄຳ ແກ້ວໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈໍາປີ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນວັນທີ 24 ແລະ ປິດລົງ ໃນວັນທີ 25 ມິຖຸນາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ-ບັນດາແຂວງ ແລະ ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າຂັ້ນສູນກາງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ ໃນ 2 ວາລະສໍາຄັນ ຄື:
ວາລະທີ 1: ສະຫຼຸບວຽກພົ້ນເດັ່ນ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 06 ເດືອນທ້າຍປີ 2026 ຂອງລັດຖະບານ; ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 06 ເດືອນທ້າຍປີ 2026. ໃນນັ້ນ, ຕໍ່ການສະຫຼຸບວຽກພົ້ນເດັ່ນ 06 ເດືອນຕົ້ນປີ: ລັດຖະບານ ໄດ້ສຸມໃສ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026 ແລະ ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 177/ສພຊ, ລົງວັນທີ 21 ພະຈິກ 2025 ວ່າດ້ວຍການຮັບຮອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປະຈໍາປີ 2026 ມີຜົນສໍາເລັດຫຼາຍດ້ານ ເຊັ່ນ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ ເກັບກູ້ອາວຸດ, ວັດຖຸລະເບີດ, ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ, ການລັກລອບຂຸດຄົ້ນແຮ່ທາດ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ເຊິ່ງສາມາດມ້າງຄະດີຢາເສບຕິດໄດ້ 1,786 ເລື່ອງ, ຈັບຜູ້ຖືກຫາໄດ້ 4,025 ຄົນ, ຈັບກຸ່ມແກ້ງສະແກຣມເມີໄດ້ 20 ຄັ້ງ, ກັກຜູ້ຖືກຫາໄດ້ ຈໍານວນ 2,652 ຄົນ, ລວມມີຄົນລາວ ແລະ ຄົນຕ່າງປະເທດ, ຍຶດຂອງກາງໄດ້ຫຼາຍສົມຄວນ; ຈັບຜູ້ລັກລອບຂຸດຄົ້ນແຮ່ທາດ ຢູ່ 12 ແຂວງ ແລະ ນະຄອນຫຼວງວຽງຈັນ ພົບຜູ້ກະທໍາຜິດ 153 ຄົນ ເຊິ່ງມີທັງຄົນລາວ ແລະ ຄົນຕ່າງປະເທດ, ຍຶດລົດຈົກ ໄດ້ 72 ຄັນ, ລົດດ້າມ 03 ຄັນ, ລົດຕັກ 01 ຄັນ, ເຮືອ 10 ລໍາ, ລົດກະບະ 05 ຄັນ ແລະ ອຸປະກອນອື່ນໆ; ເສດຖະກິດຂະຫຍາຍຕົວໃນລະດັບ 5%; ສາມາດເກັບລາຍຮັບງົບປະມານ ໄດ້ 52% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 34% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ, ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 8%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ-ຂົວ, ການຜະລິດສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ; ການພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການຄຸ້ມຄອງ-ດຶງດູດການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫາຂາດເຂີນນໍ້າມັນເຊື້ອໄຟ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປັບປຸງການຈັດຕັ້ງແຕ່ລະຂັ້ນ, ການປະກາດສ້າງຕັ້ງຕາແສງ ແລະ ອື່ນໆ ລ້ວນແຕ່ມີຄວາມຄືບໜ້າດີ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການຫັນເປັນທັນສະໄໝຍັງຊັກຊ້າ, ການຄຸ້ມຄອງໂຄງການຂຸດຄົ້ນແຮ່ທາດ, ການນຳເຂົ້າສິນຄ້າຟູມເຟືອຍ, ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ, ການລັກລອບຕັດໄມ້, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້, ການປົກປັກຮັກສາສິ່ງແວດລ້ອມ, ການນໍາໃຊ້ຊັບສິນຂອງລັດ ຍັງຟູມເຟືອຍ, ການເຄົາລົບປະຕິບັດກົດໝາຍ-ລະບຽບການ ແລະ ອື່ນໆ.
ສໍາລັບແຜນວຽກຈຸດສຸມ 06 ເດືອນທ້າຍປີ 2026: ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ມະຕິ ຂອງສະພາແຫ່ງຊາດ ສະບັບເລກທີ 177/ສພຊ ວ່າດ້ວຍການຮັບຮອງທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026, ດໍາລັດ 08/ລບ ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026. ພ້ອມດຽວກັນນັ້ນ ພວກເຮົາກໍຕ້ອງໄດ້ພ້ອມກັນແກ້ໄຂບັນຫາເຄັ່ງຮ້ອນ ຕາມການຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມ ຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X (ທິດຊີ້ນໍາ 09 ຂໍ້) ແລະ ໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໂດຍສະເພາະ ໃຫ້ເອົາໃຈໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ການຮັກສາສະຖຽນລະພາບທາງດ້ານເງິນຕາ-ອັດຕາແລກປ່ຽນ; ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ; ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ, ອັດຕາເງິນເຟີ້ ບໍ່ໃຫ້ເພີ່ມສູງຂຶ້ນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ອື່ນໆ ຕາມ 12 ໜ້າວຽກໃຫຍ່ ຄື:
ສືບຕໍ່ສຸມໃສ່ການຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ເຂດຫຼໍ່ແຫຼມຕາມຊາຍແດນ ໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ເອົາໃຈໃສ່ໃນການກວດກາ, ຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂຢາເສບຕິດ ໃນຂອບເຂດທົ່ວປະເທດ ໃຫ້ເປັນລະບົບ; ສຸມໃສ່ແກ້ໄຂອາດຊະຍາກໍາທາງຄອມພິວເຕີ ໂດຍສະເພາະ ແມ່ນກຸ່ມແກ້ງສະແກມເມີ ທີ່ພວມລະບາດຢ່າງກວ້າງຂວາງ ທີ່ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ; ຄຽງຄູ່ກັບການແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ ແລະ ບັນຫາຫຍໍ້ທໍ້ອື່ນໆ ໃຫ້ມີຄວາມຄືບໜ້າ ແລະ ຫຼຸດລົງ. ໃຫ້ທຸກພາກສ່ວນກະກຽມຄວາມພ້ອມຮອບດ້ານຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ; ຕ້ອງມີການວາງແຜນແຕ່ຫົວທີ, ມີລະບົບເຕືອນໄພທໍາມະຊາດ ຢ່າງທັນການ; ເອົາໃຈໃສ່ບໍລິຫານ-ຈັດການນໍ້າ ຂອງບັນດາເຂື່ອນໄຟຟ້າ ໃຫ້ດີ ແລະ ກະກຽມຄວາມພ້ອມ ໃນການເຄື່ອນຍ້າຍປະຊາຊົນ, ການຊ່ວຍເຫຼືອ, ບັນເທົາທຸກໃຫ້ແກ່ປະຊາຊົນ ຖ້າຫາກໄພພິບັດເກີດຂຶ້ນ;
ເອົາໃຈໃສ່ສູ້ຊົນເກັບລາຍຮັບງົບປະມານ ໂດຍສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວ ໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ, ຍູ້ແຮງການຫັນເປັນທັນສະໄໝໃນການເກັບລາຍຮັບ, ຄົ້ນຄວ້າປັບປຸງລະບຽບການ, ມາດຕະການ ກ່ຽວກັບການກໍານົດຄ່າທໍານຽມ ແລະ ຄ່າບໍລິການ ຄຽງຄູ່ກັບການຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ໄປຕາມແຜນການ ແລະ ມີປະສິດທິຜົນ; ໃຫ້ສົ່ງເສີມການປະຢັດ ແລະ ຕ້ານການຟຸມເຟືອຍທົ່ວສັງຄົມ ໂດຍຄົ້ນຄວ້າ ວາງມາດຕະການໃໝ່ໃຫ້ສອດຄ່ອງ ແລະ ສາມາດປະຕິບັດໄດ້ ບໍ່ໃຫ້ວາງອອກແບບລວມໆ, ຄວນມີການວາງມາດຕະການ ໃຫ້ມີລັກສະນະເຈາະຈົງວ່າ ອັນໃດແມ່ນການປະຢັດ, ອັນໃດແມ່ນການຟູມເຟືອຍ, ການຟູມເຟືອຍແບບໃດ ຈະມີການລົງວິໄນ; ລັດຖະບານກໍຕ້ອງເປັນແບບຢ່າງນໍາໜ້າໃນການປະຢັດ ເຊັ່ນ: ເລີ່ມຈາກການປະຢັດການນໍາໃຊ້ໄຟຟ້າ, ນໍ້າປະປາ; ຫຼຸດຜ່ອນການໃຊ້ຈ່າຍບໍລິຫານທີ່ບໍ່ສົມເຫດສົມຜົນ, ລວມທັງ ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດທີ່ບໍ່ຈໍາເປັນ; ປູກຈິດສໍານຶກຊາດນິຍົມ, ສົ່ງເສີມການຊົມໃຊ້ ຜະລິດຕະພັນພາຍໃນປະເທດ; ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ເຂັ້ມແຂງ ແລະ ດໍາເນີນທຸລະກິດໃຫ້ມີປະສິດທິພາບ; ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ສູ້ຊົນສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໃຫ້ໄດ້ຕາມແຜນການ.
ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ບັນດາພື້ນຖານການຜະລິດທີ່ມີທ່າແຮງ ເປັນຕົ້ນ ສະບຽງອາຫານ, ແນວພັນພືດ, ຫົວອາຫານສັດ, ຝຸ່ນຊີວະພາບ ແລະ ປຸ໋ຍ; ຊຸກຍູ້, ສົ່ງເສີມການຜະລິດ ແລະ ການປຸງແຕ່ງຜະລິດຕະພັນກະສິກໍາ ແລະ ອຸດສາຫະກໍາ ເພື່ອເປັນສິນຄ້າສົ່ງອອກທີ່ມີມູນຄ່າເພີ່ມສູງຂຶ້ນ ທັງຮັບປະກັນດ້ານປະລິມານ, ຄຸນນະພາບ ແລະ ສາມາດແຂ່ງຂັນໄດ້; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ທີ່ຮັບໃຊ້ຊີວິດປະຈໍາວັນ ໃຫ້ມີຄວາມສອດຄ່ອງກັບສະພາບເສດຖະກິດຕົວຈິງ; ສົ່ງເສີມ ແລະ ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ເຂັ້ມແຂງ ດ້ວຍການສືບຕໍ່ປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ກະຈາຍແຫຼ່ງທຶນ ແລະ ບັນດາກອງທຶນຕ່າງໆ ໃຫ້ມີປະສິດທິຜົນ; ສືບຕໍ່ດັດສົມບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟ ແລະ ດັດສົມບໍລິສັດນໍາເຂົ້າລົດ ທີ່ມີຈໍານວນຫຼາຍ ໃຫ້ຫຼຸດລົງເພື່ອຄຸ້ມຄອງງ່າຍ; ສົ່ງເສີມການນໍາໃຊ້ລົດໄຟຟ້າ, ການນໍາໃຊ້ພະລັງງານສະອາດ ໂດຍສະເພາະການສົ່ງເສີມຄົວເຮືອນຕິດຕັ້ງພະລັງງານແສງຕາເວັນເທິງຫຼັງຄາເຮືອນ ໃຫ້ແຂງແຮງ ແລະ ເປັນຮູບປະທໍາກວ່າເກົ່າ; ພ້ອມທັງ ຮີບຮ້ອນຄົ້ນຄວ້າຮູບແບບການລົງທຶນ ໂຄງການພື້ນຖານໂຄງລ່າງທໍ່ສົ່ງນໍ້າມັນຫວຽດນາມ-ລາວ ໃຫ້ສໍາເລັດຕາມແຜນການ ທີ່ວາງໄວ້; ພ້ອມດຽວກັນນີ້, ກໍໃຫ້ສືບຕໍ່ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ, ລັກລອບຂຸດຄົ້ນຄໍາຕົກຂ້ອນ ແລະ ການຂຸດຄົ້ນໄມ້ ທີ່ບໍ່ຖືກຕ້ອງຢ່າງເດັດຂາດ, ເຂັ້ມງວດ.
ຊຸກຍູ້ແຮງການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກໍາ ທີ່ມີທ່າແຮງ, ສືບຕໍ່ຂຶ້ນທະບຽນອອກໃບຕາດິນ ໃຫ້ສໍາເລັດຕາມແຜນການ, ພ້ອມທັງ ອອກແຈ້ງການ ກ່ຽວກັບການຂຶ້ນທະບຽນອອກໃບຕາດິນ, ການຫັນປ່ຽນກໍາມະສິດທີ່ດິນ ຕ້ອງຊໍາລະຄ່າທໍານຽມ, ຄ່າຊື້ຂາຍສິດນໍາໃຊ້ທີ່ດິນ ແລະ ທຸລະກໍາຕ່າງໆກ່ຽວກັບທີ່ດິນ ແມ່ນໃຫ້ຊໍາລະຜ່ານລະບົບທະນາຄານ;
ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງຄົມມະນາຄົມທາງບົກ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງທ້ອງຖິ່ນ, ລວມທັງການປັບປຸງບັນດາໂຄງລ່າງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນແຕ່ລະໄລຍະ; ສືບຕໍ່ຊຸກຍູ້ນັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນຍ, ວຽງຈັນ-ບໍ່ເຕັນ; ທາງລົດໄຟ ທ່າແຂກ ຫາ ຫວຸງອາງ ແລະ ທາງດ່ວນອື່ນໆ. ພ້ອມນັ້ນ ກໍເອົາໃຈໃສ່ ຕິດຕາມ, ຊຸກຍູ້ ໂຄງການຮູບແບບສັນຍາປະສົມປະສານ (OPBRC ແລະ PRTC) ແລະ ອອກແຈ້ງການ ກ່ຽວກັບການຊໍາລະສະສາງໃນການຊື້-ຂາຍ ພາຫະນະ ຜ່ານລະບົບທະນາຄານ; ຮີບຮ້ອນຈັດຕັ້ງປະຕິບັດ ການນໍາໃຊ້ທະບຽນລົດ ສໍາລັບລົດໄຟຟ້າ;
ຍູ້ແຮງການພັດທະນາພື້ນຖານເສດຖະກິດດິຈິຕອນ ໃຫ້ແຂງແຮງ, ສາມາດເປັນຂະແໜງທ່າແຮງສະໜັບສະໜູນແກ່ການເຕີບໃຫຍ່ຂອງຂະແໜງເສດຖະກິດປາຍແຫຼມ;
ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງຂະແໜງວັດທະນະທໍາ-ສັງຄົມທີ່ຍັງມີຄວາມຄືບໜ້າໜ້ອຍ ເປັນຕົ້ນ ການສົ່ງເສີມການເຂົ້າຮຽນ ແລະ ປັບປຸງຄຸນນະພາບການຮຽນ-ການສອນໃນທຸກຊັ້ນທຸກສາຍ, ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນໍາໃຊ້ລະບົບຫຼັກສູດສາມັນສຶກສາ (6+3+3); ສົ່ງເສີມການເຂົ້າຮຽນອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ;
ສືບຕໍ່ນໍາໃຊ້ກໍາລັງແຮງທົ່ວສັງຄົມເຂົ້າໃນການພັດທະນາກໍາລັງແຮງງານໃຫ້ມີສີມື ແລະ ເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ທັນສະໄໝ ເພື່ອສະໜອງຂໍ້ມູນໃຫ້ແກ່ການດັດສົມ, ການສະໜອງກໍາລັງແຮງງານ ໃຫ້ເຂົ້າເຖິງຕໍາແໜ່ງງານ ແລະ ຜູ້ໃຊ້ແຮງງານ;
ສືບຕໍ່ສຸມໃສ່ປັບປຸງໂຄງລ່າງດ້ານສາທາລະນະສຸກ ທັງສູນກາງ ແລະ ທ້ອງຖິ່ນ, ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ, ວຽກງານກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບ, ວຽກງານສັກວັກຊີນກັນພະຍາດ ແລະ ວຽກງານຮັກສາສຸຂະພາບຂັ້ນຕົ້ນ ແລະ ການສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕ່າງໆ ຕາມລະດູການ; ຄຸ້ມຄອງສະຖານທີ່ບໍລິການປິ່ນປົວທັງພາກລັດ ແລະ ພາກທຸລະກິດ ລວມທັງ ບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນການບໍລິການປິ່ນປົວ ແລະ ເສີມຄວາມງາມ;
ສຸມໃສ່ປັບປຸງວຽກງານວັດທະນະທໍາ ສົ່ງເສີມ ແລະ ອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດ ດ້ວຍການພັດທະນາໂຄງລ່າງພື້ນຖານດ້ານວັດທະນະທໍາ ໃຫ້ສົມຄູ່ກັບການຂະຫຍາຍຕົວຂອງວຽກງານ ໃນປັດຈຸບັນ; ສືບຕໍ່ສຸມໃສ່ປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ເປັນຕົ້ນ ສະຖານທີ່ທ່ອງທ່ຽວ, ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວອື່ນໆ;
ສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ໃຫ້ສໍາເລັດຕາມແຜນສະພາຮັບຮອງ, ສ້າງນິຕິກໍາລຸ່ມກົດໝາຍ ໂດຍສະເພາະນິຕິກໍາແນະນໍາ ການປະຕິບັດກົດໝາຍໃຫ້ທັນສະພາບ. ສຸມໃສ່ປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ຫຼາຍ ແລະ ໄວຂຶ້ນ;
ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາຂັ້ນສູງໃຫ້ດີ, ເປັນເຈົ້າການຈັດຕັ້ງປະຕິບັດຜົນກອງປະຊຸມ, ການຢ້ຽມຢາມຕ່າງປະເທດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນ ໂດຍສະເພາະບັນດາໂຄງການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ທີ່ໄດ້ຕົກລົງ ແລະ ລົງນາມຮ່ວມກັນ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 02 ສະບັບຄື: (1) ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການປົກຄອງຕາແສງ; (2) ຮ່າງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕື່ມບາງດ້ານ ເປັນຕົ້ນ ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການອະທິບາຍຄໍາສັບ, ການກໍານົດມາດຖານ-ເງື່ອນໄຂຕ່າງໆ, ການກໍານົດນະໂຍບາຍຕ່າງໆ, ການກໍານົດຈໍານວນບຸກຄະລາກອນ ໃນໂຄງຮ່າງການຈັດຕັ້ງ, ການກໍານົດໜ້າທີ່-ຄວາມຮັບຜິດຊອບ ເພື່ອເຮັດໃຫ້ບັນດານິຕິກຳດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ແທດຕົວຈິງ, ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ປະກາດນຳໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ. ນອກນັ້ນ, ກອງປະຊຸມ ຍັງໄດ້ຄົ້ນຄວ້າຮ່າງດໍາລັດ ວ່າດ້ວຍຕຳແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ (ສະບັບປັບປຸງ) ໂດຍໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າປັບປຸງ, ລະດົມຄວາມຄິດເຫັນຈາກຫຼາຍພາກສ່ວນ ແລ້ວນຳເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານ ຄັ້ງຕໍ່ໄປ ຕື່ມອີກ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບຈັດຕັ້ງປະຕິບັດແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ