ຮອງນາຍົກ ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າພົບປະຂອງເລຂາທິການໃຫຍ່ອາຊຽນ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກາວ ກິມ ຮຸນ (Dr. Kao Kim Hourn) ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ໃນວັນທີ 25 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດມາເຄື່ອນໄຫວເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22 ທີ່ ສປປ ລາວ ເປັນເຈົ້າພາບ.
 
ທ່ານ ທອງສະລິດ ມັງໜໍ່ເມກ ກ່າວມີຄຳເຫັນວ່າ: ກອງປະຊຸມ ລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ຄັ້ງທີ 22 ນີ້ ບໍ່ສາມາດເກີດຂຶ້ນໄດ້ ຖ້າບໍ່ໄດ້ຮັບການເອົາໃຈໃສ່, ພົວພັນສະໜິດແໜ້ນ ແລະ ປະສານສົມທົບກັນຢ່າງກົມກຽວ ລະຫວ່າງ ຄະນະກອງເລຂາ ຂອງ ສປປ ລາວ ກໍຄື ກະຊວງ ສສກ ພວກເຮົາ ແລະ ຄະນະຮັບຜິດຊອບຂອງ ກອງເລຂາອາຊຽນ ທີ່ໄດ້ມີຄວາມພະຍາຍາມ ໃນການກະກຽມຄວາມພ້ອມຫຼາຍດ້ານ ເພື່ອເຮັດໃຫ້ກອງປະຊຸມອັນມີຄວາມໝາຍສໍາຄັນນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້ຢ່າງຈົບງາມ.
 
ຊຶ່ງການມາຢ້ຽມຢາມ ແລະ ເຂົ້າຮ່ວມ ຂອງທ່ານ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຖືເປັນນິມິດໝາຍທີ່ດີ ແລະ ມີຄວາມສໍາຄັນຫຼາຍ ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ລະບຸໃນກອບອາຊຽນ ຊຶ່ງ ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບ ເປັນຕົ້ນແມ່ນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 (ກອງປະຊຸມແບບຄົບຄະນະ) ແລະ ໃນກອງປະຊຸມດັ່ງກ່າວ ສປປ ລາວ ກໍໄດ້ຢືນຢັນຢ່າງໜັກແໜ້ນ ຕໍ່ຄວາມໝາຍໝັ້ນ ສືບຕໍ່ເພີ່ມທະວີຄວາມເຂັ້ມແຂງຂອງປະຊາຄົມອາຊຽນ, ຮັດແໜ້ນການເຊື່ອມໂຍງ-ເຊື່ອມຈອດດ້ານຕ່າງໆ ໂດຍສະເພາະດ້ານເສດຖະກິດ, ສົ່ງເສີມການຄ້າ-ການລົງທຶນພາຍໃນອາຊຽນ, ຮັດແໜ້ນຄວາມແຕກໂຕນດ້ານການພັດທະນາ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນນີ້, ບັນດາປະເທດອາຊຽນຂອງພວກເຮົາກໍຕ້ອງສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບຄູ່ຮ່ວມມືພາຍນອກ ເຮັດໃຫ້ບົດບາດສໍາຄັນກາຍເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປ ແລະ ບົດບາດສໍາຄັນຂອງອາຊຽນ.
 
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວກ່າວຕື່ມວ່າ: ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ຖືເອົາວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນໃຈກາງໃນການຂັບເຄື່ອນວຽກງານຂອງປະເທດ ແລະ ສິ່ງສຳຄັນ ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ,ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ 2026-2040 ທີ່ເປັນຍຸດທະສາດແຫ່ງການພັດທະນາ ແລະ ປ່ຽນແປງໃໝ່ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ສປປ ລາວ. ພ້ອມເຊື່ອໝັ້ນວ່າ ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ,ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ ນີ້ເປັນໜຶ່ງໝາກຜົນທີ່ສຳຄັນໃນການລິເລີ່ມ ຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2035 (APASTI 2026-2035) ໃຫ້ປະກົດຜົນເປັນຈິງຢ່າງມີວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນສູງ. ເຊື່ອໝັ້ນວ່າ ກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22, ກອງປະຊຸມ ທີ່ ສປປ ລາວ ເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນນີ້ ແມ່ນຈະໄດ້ຮັບການສະໜັບສະໜູນ, ເອົາໃຈໃສ່ຢ່າງໃກ້ສິດຕິດແທດ ລະຫວ່າງ ຄະນະກະກຽມກອງປະຊຸມຂອງ ສປປ ລາວ ແລະ ຄະນະກຳມະການກອງເລຂາອາຊຽນ ໂດຍສະເພາະແມ່ນພາຍໃຕ້ການອໍານວຍຄວາມສະດວກຊ່ວຍຄວບຄຸມບໍລິຫານ ຂອງທ່ານເອງ ຈຶ່ງເຮັດໃຫ້ກອງປະຊຸມດັ່ງກ່າວ ໄດ້ຮັບໝາກຜົນສຳເລັດຕາມຄາດໝາຍ ແລະ ມີຜົນສຳເລັດອັນຈົບງາມ.
 
ໂອກາດດັ່ງກ່າວ ທ່ານ ກາວ ກິມ ຮຸນ ໄດ້ມີຄຳເຫັນວ່າ: ໃນນາມຕາງໜ້າໃຫ້ແກ່ກອງເລຂາອາຊຽນ ແລະ ໃນນາມສ່ວນຕົວ, ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານ ທອງສະລິດ ມັງໜໍ່ເມກ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ແກ່ຂ້າພະເຈົ້າ ພ້ອມດ້ວຍຄະນະຜູ້ແທນກອງເລຂາອາຊຽນ ໃນໂອກາດເດີນທາງມາເຄື່ອນໄຫວ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (AMMSTI) ຄັ້ງທີ 22 ທີ່ ນະຄອນຫຼວງວຽງຈັນໃນຄັ້ງນີ້. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງ ສສກ ທີ່ໄດ້ມີຄວາມພະຍາຍາມຢ່າງແທ້ຈິງ ແລະ ຈັດຕັ້ງການກະກຽມຄວາມພ້ອມໃນທຸກໆດ້ານຢ່າງຮອບຄອບ ເພື່ອເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້.
ຂ່າວ: ຍຸພິນທອງ