ຮອງປະທານປະເທດ ພົບປະໂອ້ລົມຄະນະນຳແຂວງຄຳມ່ວນ

ວັນທີ 25 ມິຖຸນາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໂດຍໄດ້ພົບປະໂອ້ລົມການນໍາແຂວງ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ສືບຕໍ່ເສີມສ້າງຄວາມສາມັກ ຄີເອກະພາບ, ຍົກສູງວຽກງານການເມືອງແນວຄິດ, ເພີ່ມທະວີການປະຢັດ, ຕ້ານການສໍ້ລາດບັງຫລວງ, ພ້ອມທັງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ເປັນຮູບປະທຳ, ພ້ອມທັງໄດ້ເນັ້ນໃຫ້ແຂວງຄໍາມ່ວນ ສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ, ປ້ອງກັນຄວາມສະຫງົບ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງມີປະສິດທິຜົນ, ຄຽງຄູ່ກັບການຍົກລະດັບດ້ານວັດທະນະທຳ-ສັງຄົມ, ການຄຸ້ມຄອງລັດຕາມຫລັກນິຕິກໍາ ແລະ ການຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍູ້ດັນການພັດທະນາຂອງແຂວງໃຫ້ກ້າວໜ້າ ແລະ ຍືນຍົງ.
 
ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ກໍໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຜ່ານມາ. ເຖິງວ່າຈະຜະເຊີນກັບຫລາຍສິ່ງທ້າທາຍຫຍຸ້ງຍາກ ແຕ່ເສດຖະກິດຂອງແຂວງຍັງຂະ ຫຍາຍຕົວໃນລະດັບ 4,7%, ມູນຄ່າ GDP ບັນລຸ 21.127 ຕື້ກີບ ເທົ່າກັບ 73% ຂອງແຜນການປີ. ການຈັດເກັບລາຍຮັບງົບປະມານບັນລຸ 3.151 ຕື້ກີບ ເທົ່າກັບ 65,01% ຂອງແຜນການປີ. ດ້ານການຜະລິດກະສິກຳ, ການລ້ຽງສັດ, ການອອກໃບຕາດິນ, ການພັດທະນາໂຄງລ່າງພື້ນຖານ ແລະ ການສ້າງຕັ້ງຕາແສງ ກໍໄດ້ຮັບຜົນສຳເລັດເປັນກ້າວໆ; ແຂວງຄຳມ່ວນ ໄດ້ປະກາດສຳເລັດການສ້າງຕັ້ງ 44 ຕາແສງ ຕາມແຜນການທີ່ວາງໄວ້ ພ້ອມຈັດສັນບຸກຄະ ລາກອນ ແລະ ອຸປະກອນຈຳເປັນໃຫ້ຄົບຖ້ວນ.
 
ພ້ອມກັນນັ້ນ, ຄະນະນຳແຂວງຍັງໄດ້ສະເໜີຕໍ່ຂັ້ນເທິງໃຫ້ຊ່ວຍຊຸກຍູ້ການສ້ອມແປງເສັ້ນທາງເລກ 12 ຈາກເມືອງທ່າແຂກ ຫາ ດ່ານນາເພົ້າແຂວງຄໍາມ່ວນ ໃຫ້ສຳເລັດໂດຍໄວ ແລະ ພິຈາລະນາຂະຫຍາຍເວລາເປີດ-ປິດດ່ານເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ຕື່ມອີກ.
ຂ່າວ: ມະນີວັ