ເມືອງອະນຸວົງ ແຂວງໄຊສົມບູນ ໃນງານບຸນບັນພະຊາສາມະເນນ ແລະອົບຮົມສິລະທັມ

ການທໍາບຸນໃສ່ບາດ ຂອງຊາວບ້ານຜາສະຫງົບ ເມືອງອະນຸວົງ ແຂວງໄຊສົມບູນ ໃນງານບຸນບັນພະຊາສາມະເນນ ແລະ ອົບຮົມສິລະທັມ ໃຫ້ຊາວໜຸ່ມ-ເຍົາວະຊົນ.
ປະຊາຊົນບ້ານຜາສະຫງົບ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຮ່ວມຈິດຮ່ວມໃຈກັນອອກມາທໍາບຸນໃສ່ບາດ ຢ່າງຫຼວງຫຼາຍ ເນື່ອງໃນໂອກາດງານບຸນບັນພະຊາສາມະເນນ ແລະ ອົບຮົມສິລະທັມ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໃນໄລຍະພັກພາກຮຽນ ປະຈໍາປີ 2026 ໃນຕອນເຊົ້າຂອງວັນທີ 28 ມິຖຸນາ ນີ້ ຊຶ່ງການບິນທະບາດຂອງພຣະສົງ-ສາມະເນນ ແມ່ນເລີ່ມຈາກທາງ 3 ແຍກ ບ້ານຜາສະຫງົບ ໃກ້ໂຮງຮຽນ ມສ ໄຊສົມບູນ ຮອດເສັ້ນທາງເຂົ້າຫ້ອງວ່າການ ເມືອງອະນຸວົງ ໂດຍມີທ່ານ ນາງ ຄໍາສີ ສິດທິວໍລະດາ, ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍອອກຕົນຍາດໂຍມ, ອຸບາສົກ-ອຸບາສີກາ ຕະຫຼອດຮອດພຸດທະບໍລິສັດຜູ້ໃຝ່ບຸນທັງຫຼາຍເຂົ້າຮ່ວມ.
ການທໍາບຸນໃສ່ບາດ ຂອງປະຊາຊົນ ບ້ານຜາສະຫງົບ ຄັ້ງນີ້ ບໍ່ພຽງແຕ່ເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມ ທີ່ມີມາແຕ່ບູຮານນະການເທົ່ານັ້ນ ແຕ່ຈຸດປະສົງຫຼັກໆ ທີ່ຍິ່ງໃຫຍ່ ແມ່ນການຮ່ວມສະເຫຼີມສະຫຼອງງານບຸນບັນພະຊາສາມະເນນ ແລະ ອົບຮົມສິລະທັມ ເພື່ອຫຼໍ່ຫຼອມໃຫ້ຊາວໜຸ່ມ-ເຍົາວະຊົນ ຜູ້ທີ່ຈະເປັນກໍາລັງສໍາຄັນຂອງຊາດໃນອະນາຄົດ ໄດ້ມີໂອກາດສຶກສາຮຽນຮູ້ຫຼັກທັມຄໍາສອນທາງພຸດທະສາສະໜາ ເວົ້າສະເພາະ ກໍຄືການຝຶກຝົນຫຼໍ່ຫຼອມຈິດໃຈຂອງເຂົາເຈົ້າ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ຮູ້ບຸນຄຸນຂອງພໍ່ແມ່ ແລະ ຫ່າງໄກຈາກສິ່ງເສບຕິດ ຕະຫຼອດຮອດອະບາຍຍະມຸກທັງປວງ. ນອກນີ້ ຍັງເປັນການສະໜອງປັດໄຈໃຫ້ແກ່ພຣະສົງ-ສາມະເນນ ໄດ້ມີກໍາລັງກາຍ ແລະ ກໍາລັງໃຈ ໃນການສຶກສາພຣະທັມວິໄນ ລວມໄປເຖິງການສະຫຼະຊັບສິນຂອງທານ ເພື່ອຝຶກຝົນການລະວາງຄວາມຖະໜີ່ຖີ່ໜຽວ, ສ້າງຈິດໃຈໃຫ້ເບີກບານມວນຊື່ນ ແລະ ເອີບອີ່ມໃນບຸນກຸສົນ ທັງເປັນແຮງບັນດານໃຈໃຫ້ແກ່ສັງຄົມ ໄດ້ຫັນມາກວດກາ ແລະ ໃຫ້ຄວາມສໍາຄັນ ກັບການພັດທະນາຈິດໃຈຂອງຊາວໜຸ່ມ-ເຍົາວະຊົນ ໂດຍມີສິລະທັມເປັນເຄື່ອງນໍາທາງ ໃນການດຳລົງຊີວິດ.
ພາບ-ຂ່າວ: ຈິນລະວອນ ວໍລະສົມບູນ