ຫົວໜ້າຫ້ອງວ່າການສູນກາງພັກ ຊຸກຍູ້ການປູກຢາງພາລາ ຢູ່ແຂວງອຸດົມໄຊ

ທ່ານ ເພັດ ພົມພິພັກ ກຳມະການ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງອຸດົມໄຊ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຢ້ຽມຢາມ ໂຮງງານປຸງແຕ່ງນ້ຳຢາງພາລາ ຈົງອູ ຢູ່ບ້ານກໍນ້ອຍ ຕາແສງກໍນ້ອຍ ເມືອງໄຊ ແຂວງອຸດົມໄຊ ໃນວັນທີ 25 ມິຖຸນາ 2026 ໂດຍມີທ່ານ ຕິງ ຈາລົງ ປະທານ ບໍລິສັດ ຈົງອູ ຢາງພາລາ ຈຳກັດ ພ້ອມດ້ວຍພະນັກງານ ແລະ ວິຊາການ ຂອງບໍລິສັດ ໃຫ້ການຕ້ອນຮັບ.
 
ການລົງເຄື່ອນໄຫວ ຢ້ຽມຢາມ ໃນຄັ້ງນີ້ ກໍເພື່ອຕິດຕາມ ແລະ ຊຸກຍູ້ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຊຸກຍູ້, ສົ່ງເສີມປະຊາຊົນ ໃນການປູກຕົ້ນຢາງພາລາ ເພື່ອຈຳໜ່າຍໃຫ້ໂຮງງານ, ການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ, ການຂະຫຍາຍເນື້ອທີ່ການປູກ, ການແປຮູບນ້ຳຢາງ ເພື່ອເປັນສິນຄ້າສົ່ງອອກ ລວມທັງຜົນກະທົບຕໍ່ສິ່ງແວດລ້ອມ, ການປະຕິບັດນິຕິກຳ ແລະ ພັນທະຕໍ່ພາກລັດ. ນອກນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ໂຮງງານ ສາມາດເຄື່ອນໄຫວ ຫລື ດຳເນີນກິດຈະການໄດ້ຢ່າງຄ່ອງຕົວ, ມີປະສິດທິພາບ ແລະ ໄປຕາມລະບຽບກົດໝາຍກຳນົດໄວ້. ພ້ອມນີ້, ຍັງໄດ້ຢ້ຽມຊົມ ການເຮັດວຽກຂອງພະນັກງານ, ຮູບແບບ, ວິທີການ ແລະ ຂັ້ນຕອນຕ່າງໆ ໃນການປຸງແຕ່ງນ້ຳຢາງພາລາ ຕັ້ງແຕ່ຕົ້ນຈົນເຖິງຂັ້ນຕອນສຸດທ້າຍ ກໍຄື ຢາງພາລາອົບແຫ້ງ ເພື່ອກຽມສົ່ງອອກ, ພ້ອມທັງຮັບຟັງ ການລາຍງານກ່ຽວກັບລາຍລະອຽດຕ່າງໆ.
ທ່ານ ຕິງ ຈາລົງ ໄດ້ໃຫ້ຮູ້ວ່າ: ໂຮງງານປຸງແຕ່ງຢາງພາລາ ຈົງອູ ໄດ້ກໍ່ສ້າງສຳເລັດ ແລະ ເລີ່ມເປີດດຳເນີນງານໃນເດືອນ ມິຖຸນາ 2012 ໂດຍດຳເນີນທຸລະກິດຫລັກ ຄື ການປຸງແຕ່ງ ແລະ ຈຳໜ່າຍຢາງພາລາທຳມະຊາດ, ປະລິມານຜົນຜະລິດໄດ້ເພີ່ມຂຶ້ນຈາກ 960 ໂຕນຕໍ່ປີ ເປັນ 15.589 ໂຕນ. ໃນປີ 2025 ໄດ້ສົ່ງເສີມປະຊາຊົນປູກຢາງພາລາຢູ່ 26 ບ້ານ, ໃນເນື້ອທີ່ 2.930 ເຮັກຕາ, ໄດ້ເກັບຊື້ຢາງກ້ອນຖ້ວຍ ຈາກປະຊາຊົນ ແລະ ບັນດາບໍລິສັດ ພາຍໃນແຂວງ ໄດ້ 14.370 ໂຕນ ແລະ ເກັບຊື້ຈາກສວນປູກຂອງບໍລິສັດ ໄດ້ 4.980 ໂຕນ, ໃນລາຄາຊື້ 22 ລ້ານກີບຕໍ່ໂຕນ, ສາມາດຜະລິດປຸງແຕ່ງນໍ້າຢາງພາລາ ໄດ້ 9.700 ໂຕນແຫ້ງ ແລະ ໄດ້ສົ່ງອອກ 9.700 ໂຕນຕໍ່ປີ.
 
ສະເພາະປີ 2026 ໄດ້ຜະລິດປຸງແຕ່ງຢາງພາລາ ອົບແຫ້ງເຄິ່ງສຳເລັດຮູບ ເພື່ອສົ່ງອອກໄປ ສປ ຈີນ ໄດ້ 12 ຄັ້ງ, ຈຳນວນ 2.979 ກວ່າໂຕນ ແລະ ຍັງມີແຜນປູກໃນເນື້ອທີ່ 714 ກວ່າເຮັກຕາ ຢູ່ 11 ບ້ານ ຂອງເມືອງໄຊ, ຊຶ່ງຄວາມຕ້ອງການແນວພັນ 344.820 ເບ້ຍ. ຕະຫລອດໄລຍະຜ່ານມາ ຈົນເຖິງປັດຈຸບັນ ທາງໂຮງງານໄດ້ ປະກອບສ່ວນທາງດ້ານງົບປະມານ ເຂົ້າໃນກິດຈະການສາທາລະນະກຸສົນ ໂດຍສຸມໃສ່ຂົງເຂດການສຶກສາ, ການແພດ, ການຄົມມະນາຄົມ, ການຝຶກອົບຮົມອາຊີບ ແລະ ການໂຄສະນາຕ້ານຢາເສບຕິດ ຢ່າງເປັນປົກກະຕິ, ພ້ອມທັງສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນຫລາຍກວ່າ 1.000 ຄົນ, ພ້ອມກັນນີ້ ຍັງໄດ້ຊຸກຍູ້ໃຫ້ຫລາຍກວ່າ 2.000 ຄອບຄົວ ຫລື ປະຊາຊົນຫລາຍກວ່າ 20.000 ຄົນ ເຂົ້າຮ່ວມໃນການປູກ, ການບຳລຸງຮັກສາ ແລະ ການຜະລິດປຸງແຕ່ງຢາງພາລາ.
 
ໂອກາດດັ່ງກ່າວ, ສະຫາຍ ເພັດ ພົມພິພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໃຫ້ສືບຕໍ່ດຳເນີນກິດຈະການ ຕາມແຜນການຂອງຕົນ ແລະ ລະບຽບກົດໝາຍ, ນິຕິກຳຕ່າງໆ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.
ຂ່າວ-ພາບ: ຄານມະນີ ຮຽນດໍຈັນ