ຈາກເຮືອລຳນ້ອຍສູ່ພັກການເມືອງທີ່ຍິ່ງໃຫຍ່
ວັນທີ 1 ກໍລະກົດ 2026 ເປັນວັນສ້າງຕັ້ງພັກຄອມມູນິດຈີນຄົບຮອບ 105 ປີ(1921—2026).
.
ເດືອນກໍລະກົດ 1921, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 1 ຂອງພັກຄອມມູນິດຈີນ ໄດ້ຍ້າຍຈາກຊຽງໄຮ້ໄປສືບຕໍ່ດຳເນີນຢູ່ເຮືອລຳໜຶ່ງທີ່ທະເລສາບໜານຫູ ເມືອງເຈ່ຍຊິ່ງ ແຂວງເຈີ້ຈ່ຽງ ໂດຍໄດ້ປະກາດການສ້າງຕັ້ງພັກຄອມມູນິດຈີນ. ຈາກນັ້ນມາ, ເຮືອແດງລຳນ້ອຍໆໄດ້ກາຍເປັນສັນຍະລັກຂອງສະຖານທີ່ວາງເຊື້ອໄຟການປະຕິວັດຈີນ, ເປັນການເປີດຂະບວນການເດີນເຮືອຂ້າມຜ່ານໜຶ່ງສະຕະວັດຜ່ານມາຂອງພັກຄອມມູນິດຈີນ.
ຈາກເຮືອແດງລຳນ້ອຍໆໃນເມື່ອກ່ອນ ສູ່ກຳປັ່ນລຳໃຫຍ່ໃນປັດຈຸບັນ, ພັກຄອມມູນິດຈີນ ເຊິ່ງເປັນພັກກຳອຳນາດໃຫຍ່ອັນດັບໜຶ່ງໃນໂລກ ທີ່ມີສະມາຊິກພັກຫຼາຍກວ່າຮ້ອຍລ້ານຄົນ ໄດ້ນຳພາປະເທດໃຫຍ່ຕາເວັນອອກທີ່ມີປະຊາກອນ 1,4 ຕື້ກວ່າຄົນ ບຸກບືນຢ່າງກ້າຫານມຸ່ງໜ້າສູ່ເປົ້າໝາຍອັນຍິ່ງໃຫຍ່ ແຫ່ງການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງສະຫງ່າຜ່າເຜີຍ.
ຮັບປະກັນຄວາມສາມັກຄີ ແລະ ລວມສູນເປັນເອກະພາບຂອງພັກ
ເດືອນມັງກອນ ປີ 1935, ກົມການເມືອງສູນກາງພັກຄອມມູນິດຈີນ ໄດ້ໄຂ ກອງປະຊຸມເປີດກວ້າງຢູ່ເມືອງຈຸ່ນຢີ້ ແຂວງກຸ້ຍໂຈ່ວ, ໂດຍໄດ້ກຳນົດຖານະການ ນຳພາຂອງສະຫາຍ ເໝົາເຈີຕຸ່ງ ຢູ່ໃນສູນກາງພັກ ແລະ ກອງທັບແດງ ໃນດ້ານຄວາມຈິງ, ເປັນການເລີ່ມກຳນົດຖານະການນຳພາຂອງ ແນວທາງລັດ ທິມາກທີ່ຖືກຕ້ອງ ໂດຍມີ ສະຫາຍ ເໝົາເຈີຕຸ່ງ ເປັນຕົວແທນຕົ້ນຕໍນັ້ນຢູ່ ໃນສູນກາງພັກ, ເປັນການເລີ່ມກຳເນີດ ຄະນະນຳສູນກາງພັກຮຸ້ນທີ 1 ໂດຍມີ ສະຫາຍ ເໝົາເຈີຕຸ່ງ ເປັນແກນກາງ, ທັງເປັນການເລີ່ມຕົ້ນໄລຍະໃໝ່ທີ່ພັກ ແກ້ໄຂບັນຫາຕົວຈິງຂອງການປະຕິວັດຈີນ ຢ່າງເປັນເອກະລາດເປັນເຈົ້າຕົນເອງ.
ປະຫວັດສາດຂອງພັກ ແລະ ປະຫວັດສາດການພັດທະນາປະເທດຈີນໃໝ່ ລ້ວນແຕ່ບອກໃຫ້ຮູ້ວ່າ: ຖ້າຢາກຄຸ້ມຄອງພັກຄອມມູນິດຈີນທີ່ເປັນພັກໃຫຍ່ໃຫ້ດີ ແລະ ບໍລິຫານປະເທດຈີນທີ່ເປັນປະເທດໃຫຍ່ໃຫ້ດີ, ການຮັບປະກັນຄວາມສາມັກຄີ ແລະ ລວມສູນເປັນເອກະພາບຂອງພັກມີຄວາມສຳຄັນທີ່ສຸດ, ການປົກປັກຮັກສາຄວາມສັກສິດຂອງສູນກາງພັກມີຄວາມສຳຄັນທີ່ສຸດ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ເມື່ອຜະເຊີນໜ້າກັບສະພາບການອັນສັບສົນຂ້ຽວຂາດທັງພາຍໃນ ແລະ ຕ່າງປະເທດ, ສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ສາມັກຄີແລະນຳພາທົ່ວພັກທົ່ວກອງທັບແລະປະຊາຊົນບັນດາເຜົ່າທົ່ວປະເທດຊຸກຍູ້ພາລະກິດຂອງ ພັກ ແລະ ປະເທດຊາດ ໄດ້ຮັບຜົນສຳເລັດລັກສະນະປະຫວັດສາດ, ເກີດມີການປ່ຽນແປງລັກສະນະປະຫວັດສາດ. ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ໄດ້ເຂົ້າສູ່ຂະບວນການປະຫວັດສາດທີ່ບໍ່ສາມາດຕ່າວ ປີ້ນໄດ້.
ເດືອນພະຈິກ ປີ 2021, ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະ ການສູນກາງພັກຄອມມູນິດຈີນສະໄໝທີ 19 ໄດ້ຮັບຮອງເອົາມະຕິທາງປະຫວັດສາດຄັ້ງທີ 3 ຂອງພັກໂດຍມີຂໍ້ສະຫຼຸບສຳຄັນທາງການເມືອງຄື: “ພັກຄອມມູນິດຈີນກຳນົດຖານະຂອງສະຫາຍ ສີຈິ້ນຜິງ ເປັນແກນກາງຂອງສູນກາງພັກ ແລະ ເປັນແກນກາງຂອງທົ່ວພັກ, ກຳນົດຖານະຊີ້ນຳຂອງແນວຄິດສີຈິ້ນຜິິ ກ່ຽວກັບ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ (ເອີ້ນຫຍໍ້ວ່າ “ສອງກຳນົດ”), ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມປາຖະໜາຮ່ວມຂອງທົ່ວພັກທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຈີນ, ມີຄວາມໝາຍລັກສະນະຕັດສິນ ຕໍ່ກັບ ການພັດທະນາພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່, ຕໍ່ກັບການ ຊຸກຍູ້ຂະບວນການປະຫວັດສາດ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງ ໃຫຍ່ຂອງປະຊາຊາດຈີນ.”
ຝຶກຝົນຫຼໍ່ຫຼອມແນວຄິດສະມາຊິກທົ່ວພັກດ້ວຍທິດສະດີປະດິດສ້າງຂອງພັກ
ເມື່ອ 90 ກວ່າປີກ່ອນ, ສະຫາຍ ເໝົາເຈີຕຸ່ງ ໄດ້ສ້າງຕັ້ງເຂດທີ່ໝັ້ນປະຕິວັດຊົນນະບົດແຫ່ງທຳອິດ ທີ່ນຳພາໂດຍພັກຄອມມູນິດຈີນຢູ່ພູຈິ່ງກ່າງ, ໄດ້ກຳນົດໃຫ້ຫັນຈຸດສຸມຂອງວຽກງານພັກຈາກຕົວເມືອງໄປສູ່ຊົນນະບົດ, ເລີ່ມກຳເນີດເປັນແນວຄິດກ່ຽວກັບຊົນນະບົດປິດລ້ອມຕົວເມືອງ ແລະ ຍາດເອົາອຳນາດການ ປົກຄອງດ້ວຍກຳລັງອາວຸດ. ເສັ້ນທາງພູຈິ່ງກາງເປັນຜົນງານອະມະຕະທີ່ຫັນລັດທິມາກໃຫ້ເປັນແບບຈີນ.
ວັນທີ 23 ເມສາ 1945, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ຂອງພັກຄອມມູນິດຈີນ ໄດ້ກຳນົດເອົາແນວຄິດເໝົາເຈີຕຸ່ງເປັນແນວຄິດຊີ້ນຳຂອງທົ່ວພັກ ແລະ ບັນທຶກໄວ້ໃນກົດລະບຽບພັກ.
ເດືອນຕຸລາ ປີ 2022, ການລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນຄັ້ງທຳອິດ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນສຳເລັດລົງ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປເຖິງສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ, ຜ່ານຈາກຂໍ້ມູນປະຫວັດສາດອັນລ້ຳຄ່າ, ທ່ານ ສີຈິ້ນຜິງ ໄດ້ຍົກໃຫ້ເຫັນວ່າ: “ກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກມີຖານະສຳຄັນທີ່ສຸດໃນປະຫວັດສາດຂອງພັກ, ໄດ້ຊີ້ແຈ້ງທິດທາງອັນຖືກຕ້ອງ ແລະບຸກເບີກເສັ້ນທາງອັນຖືກຕ້ອງ ໃຫ້ແກ່ການພັດທະນາຂອງພັກຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າຢ່າງບໍ່ຢຸດຢັ້ງໃນຕໍ່ມາ.”
ພັກການເມືອງໜຶ່ງທີ່ມີອຸດົມການອັນສູງສົ່ງ ແລະ ຍິ່ງໃຫຍ່, ເມື່ອມີຄັນທຸງແນວຄິດອັນຊັດເຈນ, ມີການນຳພາລວມສູນເປັນເອກະພາບຂອງສູນກາງພັກ, ມີແນວທາງການເມືອງອັນຖືກຕ້ອງ ແລະ ໂຄງການດຳເນີນງານອັນຈະແຈ້ງ ກໍຈະສາມາດຍາດເອົາໄຊຊະນະໄດ້ສະເໝີ.
ໃນພິທີປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກ ໄດ້ລົງຄະແນນສຽງຢ່າງເຄັ່ງຂຶມ, ກອງປະຊຸມເປັນເອກະພາບກັນເຫັນດີຖືເອົາຜົນງານການພັດທະນາຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກເປັນຕົ້ນມາ ບັນທຶກເຂົ້າໃນກົດລະບຽບພັກ. ແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໄດ້ສະເໜີທັດສະນະໃໝ່ ແນວຄິດໃໝ່ ແລະ ຍຸດທະສາດໃໝ່ຢ່າງເປັນລະບົບ ກ່ຽວກັບການບໍລິຫານປະເທດທີ່ມີຫົວຄິດປະດິດສ້າງໂດຍຕົນເອງ, ໄດ້ບັນລຸການກ້າວກະໂດດຄັ້ງໃໝ່ຈາກລັດທິມາກຫັນເປັນແບບຈີນ.
ກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ
ນັບແຕ່ຍຸກໃໝ່ເປັນຕົ້ນມາ, ພັກຄອມມູນິດຈີນໄດ້ຈັດກິດຈະກຳໂຮມສູນສຶກສາອົບຮົມພາຍໃນພັກຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການຮັກສາຄວາມກ້າວໜ້າ ແລະ ຄວາມບໍລິສຸດຂອງພັກຢ່າງບໍ່ຢຸດຢັ້ງ, ຮັບປະກັນໃຫ້ພັກບໍ່ປ່ຽນທາດແທ້, ບໍ່ປ່ຽນສີ ແລະ ບໍ່ປ່ຽນກິ່ນ, ກ້າວເດີນຢູ່ແຖວໜ້າຂອງຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍທ່າມກາງຂະບວນວິວັດປະຫວັດສາດທີ່ສະຖານະການໂລກປ່ຽນແປງຢ່າງເລິກເຊິ່ງ.
ທຸກມື້ນີ້, ຢູ່ບົນຂະບວນການໃໝ່ແຫ່ງການສ້າງສາປະເທດໃຫ້ເຂັ້ນແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ມີການນຳພາອັນເຂັ້ມແຂງຂອງສູນກາງພັກຄອມມູນິດຈີນ ທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ, ມີການຊີ້ນຳຢ່າງມີວິທະຍາສາດຈາກແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ປະຊາຊົນຈີນ 1,4 ຕື້ກວ່າຄົນ ຈະສາມາດສ້າງປະຫວັດສາດທີ່ສະຫງ່າງາສີອັນໃໝ່ຂອງປະຊາຊາດຈີນຢ່າງແນ່ນອນ.