ນະຄອນໄກສອນ ພົມວິຫານ ວາງສີລາລືກກໍ່ສ້າງ ພະພຸດທະສຸວັນມຸງຄຸນສົມບູນໂຊກ

ໃນວັນທີ 28 ມິຖຸນານີ້, ທີ່ສວນສາທາລະນະແຄມຂອງ ໜ້າວັດໃຫຍ່ໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງສີລາລືກການກໍ່ສ້າງ “ພະພຸດທະສຸວັນມຸງຄຸນສົມບູນໂຊກໂລກະເຊດວິເສດສາສະດາ” ຫຼື “ພະເຈົ້າໃຫຍ່ປະທານພອນສົມບູນໂຊກ” ສູງ 39 ແມັດ ທ່າມກາງບັນຍາກາດແຫ່ງຄວາມເລື່ອມໃສ ແລະ ສັດທາຂອງພຸດທະສາສະນິກະຊົນ ໂດຍມີພະອາຈານໃຫຍ່ ປານ ສຸພັນໂທ ຄະນະກຳມະການສູນກາງ ອົງການພຸດທະສາສະໜາສຳພັນລາວ ປະທານອົງການພຸດທະສາສະໜາສຳພັນລາວແຂວງສະຫວັນນະເຂດ ພ້ອມຄະນະ ຈຳນວນ 108 ອົງ, ມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ, ທ່ານ ນາງ ຄຳເມິງ ວໍລະຈິດ ພັນລະຍາອະດີດປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ, ເມືອງເຂົ້າຮ່ວມ.
ພະພຸດທະຮູບອົງນີ້ມີນາມວ່າ “ພະພຸດທະສຸວັນມຸງຄຸນສົມບູນໂຊກໂລກະເຊດວິເສດສາສະດາ” ຊຶ່ງສື່ຄວາມໝາຍເຖິງພະບໍຣົມສາສະດາຜູ້ປະເສີດສູງສຸດໃນໂລກ ຜູ້ປະທານພອນ ແລະ ປະທານໂຊກໄຊໃຫ້ສຳເລັດສົມປາຖະໜາ ໂດຍຈະປະດິດສະຖານເປັນປະທານມະຫາມຸງຄຸນຂອງນະຄອນໄກສອນ ພົມວິຫານ.
ການກໍ່ສ້າງພະພຸດທະຮູບໃນຄັ້ງນີ້, ເພື່ອຄວາມເປັນສິຣິມຸງຄຸນໃຫ້ປະຊາຊົນແຂວງສະຫວັນນະເຂດ, ເພື່ອຈາລຶກເປັນມໍຣະດົກທາງປະຫວັດສາດ, ເປັນສະຖານທີ່ສັກກາລະບູຊາຂອງພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງເປັນສູນກາງການທ່ອງທ່ຽວດ້ານວັດທະນະທຳ, ສືບສານຮີດຄອງປະເພນີ ແລະ ຄຸນຄ່າທາງພຸດທະສາສະໜາຂອງຊາດລາວ. ແຫຼ່ງຂ່າວ: ສະຫວັນນະເຂດ