ສະຫາຍ ຄໍາພັນ ເຜີຍຍະວົງ ເນັ້ນໜັກໃຫ້ຄະນະພັກແຂວງຫຼວງພະບາງເອົາໃຈໃສ່ຫຼາຍບັນຫາ

ກອງປະຊຸມຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 3 ສະໄໝທີ IX ໄດ້ເປີດຂຶ້ນໃນວັນທີ 29 ມິຖຸນານີ້ ທີ່ຫ້ອງວ່າການແຂວງຫຼວງພະບາງ ໂດຍການເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຊິ້ນຳຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະ ບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາ ສະຫາຍ ຮອງເລຂາ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ປະທານ-ຮອງປະທານຄະນກຳມະການປົກຄອງແຂວງ, ນະຄອນ, ເມືອງ ເຂົ້າຮ່ວມ.
 
ສະຫາຍ ບຸນເລື່ອມ ມະນີວົງ ໄດ້ກ່າວວ່າ: ໃນກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ບັນດາໜ້າວຽກຈຸດສຸມທີ່ສໍາຄັນຈຳນວນໜຶ່ງ ເປັນຕົ້ນແມ່ນການນໍາພາ-ຊີ້ນໍາວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026; ແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດມະຕິຂອງສະພາປະຊາຊົນແຂວງ ເລກທີ 12/ສພຂ, ລົງວັນທີ 21 ເມສາ 2026 ວ່າດ້ວຍການຮັບຮອງເອົາການສະເໜີສ້າງຕັ້ງຕາແສງ ແລະ ຈໍານວນຕາແສງຢູ່ແຂວງຫຼວງພະບາງ ແລະ ຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2026. ນອກຈາກນັ້ນ ພວກເຮົາຈະໄດ້ເຊື່ອມຊຶມຄໍາສັ່ງຄະນະເລຂາທິການສູນກາງພັກເລກທີ 11/ຄລສພ, ລົງວັນທີ 7/5/2026, ວ່າດ້ວຍການເພີ່ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ ແລະ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນຂອບເຂດທົ່ວປະເທດ.
 
ຈາກນັ້ນ, ສະຫາຍ ຄໍາຫຼ້າ ລຽນປະດິດ ຮອງເລຂາພັກແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງວຽກງານ 6 ເດືອນທ້າຍປີ 2026 ວ່າ:ຂົງເຂດເສດຖະກິດໄດ້ສຸມໃສ່ນໍາພາ-ຊີ້ນໍາບັນດາວຽກງານຈຸດສຸມຂອງວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ. ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດ, ສະເລ່ຍໃນລະດັບ 3.9%, ດ້ານກະສິກຳ-ປ່າໄມ້ ຂະຫຍາຍຕົວ 3.25% ກວມ 42.93%, ດ້ານອຸດສາຫະກຳ-ຫັດຖະກຳ ຂະຫຍາຍຕົວ 3.92% ກວມ 23.44%, ດ້ານການບໍລິການ ຂະຫຍາຍຕົວ 4.75% ກວມ 33.63% ຂອງ GDP; ປັດໄຈຕົ້ນຕໍທີ່ຊຸກຍູ້ການເຕີບໂຕຕົ້ນຕໍແມ່ນມາຈາກການທ່ອງທ່ຽວ, ການຜະລິດໄຟຟ້າ-ບໍ່ແຮ່, ຜະລິດກະສິກຳ ແລະ ການລົງທຶນຈາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ໂດຍການລົງທຶນຂອງລັດ ແລະ ເອກະຊົນພາຍໃນ ແລະ ຕ່າງປະເທດ, ຍັງສືບຕໍ່ຈັດຕັ້ງປະຕິບັດເປັນຢ່າງດີ. ວຽກງານການເງິນ: ການຈັດເກັບລາຍຮັບເຂົ້າງົບປະມານ ມາຮອດວັນທີ 17 ມິຖຸນາ 2026 ແມ່ນປະຕິບັດໄດ້ ທັງໝົດ 857,946.16 ຕື້ກີບ ເທົ່າກັບ 76.79% ຂອງແຜນການປີ ແລະ ການຄຸ້ມຄອງລາຍຈ່າຍ ເທົ່າກັບ 27.26% ຂອງແຜນການປີ. ສາມາດເບີກຈ່າຍເງິນເດືອນໃຫ້ພະນັກງານ-ລັດຖະກອນ, ພະນັກງານບຳນານ, ເງິນບໍລິຫານເປັນປົກກະຕິ.ວຽກງານກະສິກໍາ ແລະ ສິ່ງແວດລອມ ການຜະລິດເຂົ້ານາແຊງໄດ້ 1,653.2 ເຮັກຕາ; ຜົນຜະລິດ 7,527.65 ໂຕນ, ປັດຈຸບັນພວມຍູ້ແຮງການກະກຽມນາປີ 14,139.41 ເຮັກຕາ; ຕົກກ້າແລ້ວ 70.42% ການປູກພືດສະບຽງອາຫານປະເພດຕ່າງໆ ແມ່ນມີການຂະຫຍາຍຕົວຫຼາຍຂຶ້ນ. ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຕັ້ງປະຕິບັດຕາມແຜນທີ່ວາງໄວ້, ສາມາດປະເມີນບ້ານ, ຄອບຄົວທຸກຍາກໄດ້ 1 ເມືອງ, 9 ບ້ານ ແລະ ບ້ານພັດທະນາ 1 ບ້ານຢູ່ເມືອງໂພນທອງ ແລະ ຮັບຮອງເອົາ 2 ບ້ານຂອງເມືອງນໍ້າບາກ ເປັນບ້ານພົ້ນທຸກ. ວຽກງານອຸດສາຫະກຳ ແລະ ການຄ້າ ໄດສົ່ງອອກສິນຄ້າປະເພດຕ່າງໆ ປະຕິບັດໄດ້ 1,812,797 ລ້ານກີບຂອງແຜນການ, ມູນຄ່າການນໍາເຂົ້າສິນຄ້າ ປະຕິບັດໄດ້ 3,031,632 ລ້ານກີບ ຂອງແຜນການ; ເອົາໃຈໃສ່ຊຸກຍູ້ການປຸງແຕ່ງ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ຮັບປະກັນຄຸນນະພາບ ເພື່ອຈຳກັດການນໍາເຂົ້າສິນຄ້າຈາກຕ່າງປະເທດ. ວຽກງານໂຍທາທິການ ແລະ ຂົນສົ່ງ ໄດ້ປັບປຸງຍົກລະດັບພື້ນຖານໂຄງລ່າງ, ເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງຂອງແຂວງ, ເສັ້ນທາງໄປຫາບັນດາເມືອງ ແລະ ເສັ້ນທາງພາຍໃນເທດສະບານຂອງແຂວງ, ເມືອງ ເປັນຕົ້ນ ທາງຮ່ອມເຂົ້າບ້ານ ໂດຍປະຊາຊົນມີສ່ວນຮ່ວມ, ຕິດຕັ້ງໄຟຟ້າເຄື່ອງທາງຫຼາຍຈຸດໃນເທດສະບານແຂວງ ແລະ ເມືອງຈໍານວນໜຶ່ງ, ປັບປຸງ ແລະ ຍົກລະດັບເສັ້ນທາງ, ຂົວ ໄປແຫຼ່ງທ່ອງທ່ຽວຕາດກວາງຊີ, ເສັ້ນທາງໄປ ສະຖານີລົດໄຟ, ແກ້ໄຂສ້ອມແປງເສັ້ນທາງຈຸດເປ່ເພໜັກ, ບ່ອນທີ່ມີຄວາມສ່ຽງ ເພື່ອໃຫ້ລົດສາມາດແລ່ນໄປ-ມາໄດ້ສະດວກ ແລະ ບໍ່ໃຫ້ຖືກຕັດຂາດ; ຄຸ້ມຄອງສິ່ງປຸກສ້າງໃຫ້ຖືກຕ້ອງຕາມລະບຽບ. ກວດກາ, ການຈັດຕັ້ງປະຕິບັດໂຄງການພັດທະນາແຄມນໍ້າຂອງ, ນໍ້າຄານ ແລະ ບັນດາໂຄງການກິດຈະກຳແຄມແມ່ນໍ້າ ໃຫ້ໄດ້ຖືກຕ້ອງຕາມລະບຽບ, ກົດໝາຍ; ຂະຫຍາຍການກໍ່ສ້າງລະບົບນໍ້າປະປາໄປສູ່ບັນດາເມືອງ ແລະ ກຸ່ມບ້ານໄດ້ 136 ບ້ານ, ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າສະອາດເພີ່ມຂຶ້ນ.
 
ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດໂອ້ລົມຕໍໍ່ຄະນະພັກແຂວງຫຼວງພະບາງ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກແຂວງເອົາໃຈໃສ່ຫຼາຍບັນຫາທີ່ສຳຄັນເຊັ່ນ: 1. ໃຫ້ຄະນະພັກທຸກຂັ້ນ ສືບຕໍ່ນໍາພາ-ຊີ້ນໍາ ຕິດຕາມ, ຊຸກຍູ້ບັນດາພະແນກການ, ນະຄອນ, ເມືອງ ໃນການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄັ້ງທີ XII ຂອງພັກ, ກໍຄື ມະຕິ, ຄໍາສັ່ງ, ນິຕິກໍາຕ່າງໆທີ່ສູນກາງວາງອອກ ແລະ ມະຕິ IX ຂອງແຂວງ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ແທດຕົວຈິງ ແລະ ມີປະສິດທິຜົນ. ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ທຸກຊັ້ນຄົນໃນສັງຄົມ ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ; 2. ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນ, ເຂັ້ມແຂງ, ມີລະບຽບວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃຫ້ທັນກັບສະພາບການ, ສ້າງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນຮາກຖານໃຫ້ກວ້າງຂວາງ; ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ເອື້ອອໍານວຍໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ພ້ອມທັງເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເຂັ້ມງວດຕາມລະບຽບກົດໝາຍ; 3. ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງພັກໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 4; 4.ເອົາໃຈໃສ່ປັບປຸງຄຸນນະພາບການສຶກສາໃຫ້ໄດ້ມາດຕະຖານ, ຕິດພັນກັບການແກ້ໄຂບັນຫາຂາດແຄນຄູສອນ ແລະ ການປະລະຂອງນັກຮຽນແຕ່ລະຊັ້ນຮຽນ ໂດຍການປຸກລະດົມໃຫ້ຄອບຄົວ ແລະ ສັງຄົມມີສ່ວນຮ່ວມຫຼາຍຂຶ້ນ; 5. ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວປັບປຸງພື້ນຖານໂຄງລ່າງທີ່ຕິດພັບກັບການທ່ອງທ່ຽວເປັນຕົ້ນເສັ້ນທາງ, ສະຖານທີ່ທ່ອງທ່ຽວ, ສະຖານທີ່ບໍລິການ ເພື່ອສ້າງສະພາບແວດລ້ອມທີ່ດີ, ສ້າງສິ່ງເອື້ອອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ນັກທ່ອງທ່ຽວ, ການບໍລິການນັກທ່ອງທ່ຽວໃຫ້ມີຄວາມປະທັບໃຈ ແລະ ອື່ນໆ ເພື່ອດຶງດູດເອົານັກທ່ອງທ່ຽວທີ່ໄດ້ມາດຕະຖານ ເຂົ້າມາທ່ອງທ່ຽວຫຼາຍຂຶ້ນ; 6. ສືບຕໍ່ເອົາໃຈໃສ່ເຝົ້າລະວັງຢ່າງໃກ້ຊິດໃນການຕິດຕາມສະພາບອາກາດ, ໄພພິບັດທາງທໍາມະຊາດທີ່ອາດຈະເກີດຂຶ້ນ ໂດຍການແຈ້ງເຕືອນສະພາບການປ່ຽນແປງດິນຟ້າ ອາກາດ ໃຫ້ປະຊາຊົນຮັບຮູ້ຢ່າງເປັນປົກກະຕິເພື່ອມີແຜນຮັບມືໃຫ້ທັນກັບສະພາບການ; 7. ໃຫ້ບັນດາສະຫາຍຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງຢູ່ແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຍົກສູງຄວາມຮັບຜິດຊອບ, ວຽກທີ່ຖືກແບ່ງງານ, ວຽກທີ່ຖືກມອບໝາຍໃຫ້ຮັບຜິດຊອບ, ເພື່ອຄົ້ນຄວ້າ, ຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆທີ່ສູນກາງວາງອອກ ເພື່ອພ້ອມກັນສຸມໃສ່ເຮັດສໍາເລັດໜ້າທີ່, ເພື່ອຜົນປະໂຫຍດລວມຂອງປະເທດຊາດ, ກໍຄືຂອງແຂວງ; 8. ເອົາໃຈໃສ່ປັບປຸງແບບແຜນນໍາພາ-ແບບແຜນວິທີເຮັດວຽກ, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ນໍາພາຕາມຫຼັກການ ລວມສູນເປັນໝູ່ຄະນະ, ແບ່ງງານ, ແບ່ງຄວາມຮັບຜິດຊອບ, ນໍາພາແທດເຖິງຕົວຈິງ, ກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງ, ກ້າປະດິດສ້າງ, ກ້າປະເຊີນໜ້າກັບບັນຫາຫຍຸ້ງຍາກ ແລະ ທ້າທາຍຕ່າງໆ ແລະ 9. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ໂດຍສະເພາະແມ່ນການສ້າງຕັ້ງຕາແສງ ແລະ ຄະນະກໍາມະການປົກຄອງຕາແສງ ໃຫ້ລະອຽດ, ຈະແຈ້ງ, ໃຫ້ຮັບປະກັນປະສິດທິພາບ ແນໃສ່ການແບ່ງຂັ້ນຄຸ້ມຄອງໃຫ້ຊັດເຈນຮັບປະກັນໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການຂອງລັດຢ່າງທົ່ວເຖິງ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ.
ຂ່າວ-ພາບ: ບຸນຕອມ