ເມືອງຊານໄຊ ປູກຕົ້ນແມັກຄາເດເມຍ 900 ຕົ້ນຢູ່ເຂດພູແດງ

ໃນວັນທີ 30 ມີຖຸນາ 2026, ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດຂະບວນການປູກຕົ້ນໄມ້ (ຕົ້ນແມັກຄາເດເມຍ) ຈໍານວນ 900 ຕົ້ນ ຢູເຂດພູແດງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວຄຳ ຮຽງລະເຢ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງເຂົ້າຮ່ວມ.
ທ່ານ ບົວຄຳ ຮຽງລະເຢ ໄດ້ກ່າວມີຄໍາເຫັນຕໍ່ພິທີ ໂດຍຍົກໃຫ້ເຫັນຄວາມສຳຄັນ ຂອງການປູກຕົ້ນໄມ້ ເພື່ອປູກຈິດສຳນືກໃຫ້ແກ່ພະນັກງານການນຳຂອງແຂວງ ແລະ ການນໍາຂອງເມືອງ ຮູ້ຈັກຮັກສາທຳ ມະຊາດ, ສິ່ງແວດລ້ອມ ເພື່ອເຮັດໃຫ້ບໍລິເວນດັ່ງກ່າວປົກຫຸ້ມເຕັມໄປດ້ວຍສີຂຽວ, ຍັງເປັນການສ້າງຄວາມຮົ່ມເຢັນຊຸ່ມຊື່ນ ແລະ ຍັງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະພັກທຸກຂັ້ນຕໍ່ວຽກ ງານຟື້ນຟູປ່າໄມ້, ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານທຸກພາກສ່ວນ ເອົາໃຈໃສ່ ບົວລະບັດຮັກສາໃຫ້ຕົ້ນໄມ້ໃຫ້ຈະເລີນເຕີບໂຕໄວ.