ປິດໂຄງການ ສຸເປີວີຄອບຟີ (Super we coffee)

ປິດໂຄງການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໂດຍຜ່ານລະບົບຕ່ອງໂສ້ມູນຄ່າເພີ່ມຂອງຜະລິດຕະພັນກາເຟທີ່ມີຈັນຍາບັນ ແລະ ເປັນມິດຕໍ່ສິ່ງແວ້ນລ້ອມ (Super we coffee) ທີ່ຈັດຕັ້ງປະຕິບັດຢູ່ເມືອງດາກຈຶງ ໄດ້ມີຂຶ້ນໃນວັນທີ 24 ມິຖຸນາ 2026 ຜ່ານມາ ໂດຍເປັນປະທານຂອງທ່ານ ບຸນສົ່ງ ລໍາມະຍົດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງເຊກອງ ມີທ່ານ ດູສິດ ມະນີລັດ ຮອງປະທານຄະນະກຳມະການປົກຄອງເມືອງດາກຈຶງ, ທ່ານນາງ ດໍເທ ເວກເກີ ອຸປະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍຕາງໜ້າຈາກຂະແໜງການກ່ຽວຂ້ອງພາກລັດ, ຄູ່ຮ່ວມພັດທະນາ ແລະ ສະມາຊິກສະຫະກອນເຂົ້າຮ່ວມ.
 
ທ່ານ ສົມມິດ ມະນີເລີດ ຕາງໜ້າອົງການແຄ ປະຈຳ ສປປ ລາວ ກ່າວວ່າ: ໂຄງການສຸເປີວີຄອບຟີ ແມ່ນເປັນໂຄງການຫນຶ່ງທີ່ຂຶ້ນກັບອົງການແຄຣ໌ນາໆຊາດ ປະຈຳ ສປປ ລາວ ໂດຍໄດ້ຮັບທຶນການສະໜັບສະໜູນຈາກສະຫະພາບເອີຣົບ ມີໄລຍະເວລາການຈັດຕັ້ງປະຕິບັດ 4 ປີ ເລີ່ມແຕ່ປີ 2022 ຈົນຮອດວັນທີ 28 ກຸມພາ 2026 ແລະ ໄດ້ມີການຂະຫຍາຍເວລາ ຮອດເດືອນ ມິຖຸນາ 2026 ຕື່ມອີກ ເຊິ່ງນັບແຕ່ໂຄງການ ໄດ້ເຂົ້າມາຈັດຕັ້ງປະຕິບັດຢູ່ເມືອງດາກຈຶງ ແມ່ນເຫັນໄດ້ຢ່າງຈະແຈ້ງເຖິງການປ່ຽນແປງ ລະຫວ່າງ ກ່ອນໜ້າ ແລະຫຼັງ ທີ່ມີໂຄງການເຂົ້າມາຊ່ວຍເຫຼືອ; ໂດຍກ່ອນນັ້ນ, ຊາວສວນກາເຟດາກຈຶງ ຈະຜະລິດແບບກະແຈກກະຈາຍ ອີງໃສ່ທຳມະຊາດເປັນຫຼັກ ຄຸນນະພາບຂອງກາເຟບໍ່ໄດ້ມາດຕະຖານ, ຖືກກົດລາຄາຈາກພໍ່ຄ້າຄົນກາງ ແລະ ບົດບາດຂອງແມ່ຍິງໃນຄອບຄົວ ພ້ອມທັງໃນຂະບວນການຜະລິດແມ່ນບໍ່ໄດ້ຮັບການເອົາໃຈໃສ່ ແຕ່ຫຼັງມີໂຄງການ ຈຶ່ງໄດ້ປ່ຽນໂສມຫນ້າໃຫມ່ໃນການຜະລິດ ຈາກການສະຫນອງເຄື່ອງຈັກ, ອຸປະກອນການແປຮູບທີ່ທັນສະໄຫມ ເຮັດໃຫ້ຊາວສວນກາເຟ ສາມາດຜະລິດກາເຟທີ່ມີຄຸນນະພາບສູງ ຕອບໂຈດຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ. ນອກນັ້ນແລ້ວ, ທາງໂຄງການ ຍັງໄດ້ສະຫນອງເບ້ຍໄມ້ໃຫ້ຫມາກ ຈຳນວນໜຶ່ງ ເພື່ອປູກຊອນ ໃຫ້ເປັນຮົ່ມໃນສວນກາເຟ ເປັນການປັບປຸງລະບົບນິເວດ ແລະ ສ້າງລາຍຮັບເສີມ ແລະ ສິ່ງທີ່ພາກພູມໃຈທີ່ສຸດ ກໍແມ່ນ “ບົດບາດຍິງ-ຊາຍ” ໄດ້ຮັບການເຊີດຊູ ເຊິ່ງແມ່ຍິງ ໄດ້ຮັບການເຝິກອົບຮົມ ຍົກລະດັບເປັນຜູ້ນຳ ທີ່ມີຄວາມຮູ້ນໍາພາຄຸ້ມຄອງການເງິນ ແລະ ມີຄວາມເຂັ້ມແຂງດ້ານເສດຖະກິດ. ພ້ອມນີ້ ໂຄງການ ຍັງໄດ້ສ້າງຕັ້ງ "ສະຫະກອນກາເຟພູດອຍດາກຈຶງ” ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ເປັນຕົວແທນໃນການເຈລະຈາການຄ້າຢ່າງເປັນລະບົບ, ໄດ້ສົ່ງເສີມການຜະລິດກາເຟທີ່ມີມູນຄ່າເພີ່ມຈາກການຂາຍກາເຟໝາກແດງ ປ່ຽນເປັນກາເຟຂາວ ແລະ ກາເຟໝາກຂຽວ(ໝາກສ້ອມ) ທີ່ມີຄຸນນະພາບສູງ ທັງຊ່ວຍເພີ່ມທັກສະທາງດ້ານເຕັກນິກ ແລະ ມູນຄ່າຂອງຜະລິດຕະພັນ ໂດຍລາຍໄດ້ຈາກການຂາຍກາເຟ ສະເລ່ຍເພີ່ມຂຶ້ນ 40% ຊ່ວຍໃຫ້ຄົວເຮືອນ ມີທີ່ຢູ່ອາໃສ, ມີໂພສະນາການ ແລະ ມີຊີວິດທີ່ດີຂຶ້ນ; ສ່ວນແມ່ຍິງ ມີບົດບາດນຳຫນ້າເກືອບເຄິ່ງຫນຶ່ງຂອງຕຳແໜ່ງທັງໝົດ ໃນການດຳເນີນງານຂອງໂຄງການສຸເປີວີຄອບຟີ ຢູ່ເມືອງດາກຈຶງ; ທັງນີ້ ສະຫະກອນກາເຟພູດອຍດາກຈຶງ ມີກຸ່ມຜະລິດ 17 ກຸ່ມ ເຂົ້າເຖິງກຸ່ມເປົ້າໝາຍໄດ້ທັງໝົດ 15 ບ້ານ, ມີຜູ້ຜະລິດ 702 ຄົນ ແລະ ເຂົ້າເຖິງປະຊາກອນ 4.463 ຄົນ.
 
ໂອກາດນີ້, ທ່ານ ບຸນສົ່ງ ລໍາມະຍົດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງເຊກອງ ມີຄຳເຫັນຂອບອົກຂອບໃຈຕໍ່ໂຄງການ ທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວສວນກາເຟເມືອງດາກຈຶງ; ພ້ອມນີ້ ກໍຂໍໃຫ້ຊາວສວນກາເຟ ກໍຄືສະຫະກອນກາເຟພູດອຍດາກຈຶງ ຈົ່ງສືບຕໍ່ປະຕິບັດຈຸດປະສົງຂອງໂຄງການ ໃຫ້ເກີດດອກອອກຜົນດີຂຶ້ນເລື້ອຍໆ ເພື່ອສ້າງເສດຖະກິດຂອງຄອບຄົວໃຫ້ມີລາຍຮັບສູງ.
.
ຂ່າວ: ອັດສະວິນ