ສິງກະໂປ ຕັ້ງເປົ້າໝາຍເປັນຜູ້ນຳໂລກດ້ານເອໄອ

ສຳນັກຂ່າວຊິນຮວາຂອງ ສປຈີນ, ລາຍງານຈາກຄະນະກຳມະການທົບທວນ ຍຸດທະສາດ ທາງດ້ານເສດຖະກິດ (ESR) ຂອງສິງກະໂປ ລະບຸວ່າ: ປະເທດນີ້ ຄວນກຳນົດຕົນເອງໃຫ້ກາຍເປັນສູນກາງ ການພັດທະນາ ແລະ ປະຍຸກໃຊ້ແນວທາງການແກ້ໄຂບັນຫາ ຫລື ໂຊລູເຊິນ ດ້ວຍປັນຍາປະດິດ(AI) ໃນລະດັບໂລກຫລາຍກວ່າ ການແຂ່ງຂັນເພື່ອສ້າງ ໂມເດລ ປັນຍາປະດິດ ຫລື ສູນຂໍ້ມູນຂະໜາດໃຫຍ່ທີ່ສຸດ.
 
ປັນຍາປະດິດ ມີທ່າອຽງພິກໂສມໜ້າ ພາກເສດຖະກິດຕ່າງໆເຊັ່ນ: ໄຟຟ້າອິນເຕີເນັດທີ່ເຄີຍເຮັດ ແລະ ຂໍ້ໄດ້ປຽບຂອງສິງກະໂປ ຢູ່ທີ່ ຄວາມສາມາດ ຜະສົມຜະສານ ການດຳເນີນງານຂອງ ໜ່ວຍງານລັດຖະບານ, ທຸລະກິດຜູ້ປະກອບການ ແລະ ສະຖາບັນວິໄຈ ເພື່ອສ້າງສະພາບແວດລ້ອມ ທີ່ອຳນວຍ ຕໍ່ການສ້າງນະວັດຕະກຳ.
 
ສິງກະໂປ ຄວນກຳນົດຕົນເອງ ເປັນທີ່ຕັ້ງທີ່ສຳຄັນ ສຳລັບໂຊລູເຊິນ ປັນຍາປະດິດ ທີ່ມີປະສິດຕິພາບສູງ, ຊຶ່ງຄວນອົບຮົມ ການເຂົ້າເຖິງຊັບພະຍາກອນ ທີ່ສຳຄັນເຊັ່ນ: ຊຸດຂໍ້ມູນ, ພະລັງງານປະມວນຜົນ ແລະ ແຊນບ໊ອກ(sandbox) ທີ່ຢູ່ພາຍໃຕ້ການຄຸ້ມຄອງ ພ້ອມທັງສົ່ງເສີມ ຂີດຄວາມສາມາດໃນການບໍລິຫານຈັດການ ແລະ ຄວາມປອດໄພດ້ານປັນຍາປະດິດ.