Apple ກຽມປັບຂຶ້ນລາຄາ iPhone ຫລັງຄວາມຕ້ອງການ AI ເຮັດໃຫ້ຕົ້ນທຶນຊິບສູງຂຶ້ນ

Apple ອາດປັບຂຶ້ນລາຄາສິນຄ້າຫຼາຍລາຍການ ລວມທັງ iPhone, iPad ແລະ Mac ຍ້ອນຕົ້ນທຶນຊິບໜ່ວຍຄວາມຈຳ (DRAM ແລະ NAND) ເພີ່ມສູງຂຶ້ນ. ສາເຫດຫລັກແມ່ນມາຈາກອຸດສາຫະກຳ AI ທີ່ເລັ່ງລົງທຶນສ້າງສູນຂໍ້ມູນ ແລະເໝົາຊື້ຊິບເປັນຈຳນວນຫລາຍຈົນເລີ່ມຂາດຕະຫລາດ.
.
ທ່ານ ທິມ ຄຸກ (Tim Cook) ລະບຸວ່າ ທີ່ຜ່ານມາ Apple ໄດ້ພະຍາຍາມຮັບພາລະຕົ້ນທຶນໄວ້ເອງ, ແຕ່ສະພາບການປັດຈຸບັນແມ່ນບໍ່ສາມາດແບກຮັບໄດ້ອີກຕໍ່ໄປ.
.
ເຖິງວ່າຍັງບໍ່ທັນກຳນົດເວລາ ແລະ ຕົວເລກການຂຶ້ນລາຄາທີ່ຊັດເຈນ, ແຕ່ນັກວິເຄາະຄາດການວ່າ iPhone ລຸ້ນໃໝ່ ລວມເຖິງ Mac ແລະ iPad ຈະໄດ້ຮັບຜົນກະທົບຢ່າງແນ່ນອນ ຫາກລາຄາຊິບຍັງຄົງແພງຕໍ່ໄປ.
.